ເລື່ອງເດັ່ນໆ! ບຸນພະຈັນ ຄວ້າລາງວັນນັກເຕະດີເດັ່ນ, ຕີມໍ ສະເໝີໃຫ້ ລາວ ຄວ້າອັນດັບ 3 ຮ່ວມກັນ

121

ເລື່ອງເດັ່ນໆປະຈໍາວັນເມື່ອ ບຸນພະຈັນ ບຸນກອງ ກອງໜ້າຫົວໜ້າທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີຖືກເລືອກໃຫ້ໃຫ້ເປັນນັກເຕະດີເດັ່ນປະຈໍາ ການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີປະຈໍາປີ 2022 ທີ່ປະເທດກໍາປູເຈຍ ຈາກຜົນງານຍິງ 2 ປະຕູ ແລະ ແອັສຊິສອີກ 1 ປະຕູ ພາທີມຊາດລາວ ສ້າງປະຫວັດສາດເຂົ້າຮອບ 4 ທີມສຸດທ້າຍ (ເບິ່ງຄລິບລຸ່ມນີ້)

ນອກນັ້ນ, ອີກໜຶ່ງເລື່ອງທີ່ເດັ່ນທີ່ສຸດຄື ຮອບຊີງອັນດັບ 3 ທີ່ບໍ່ສາມາດແຂ່ງຂັນໄດ້ ເນື່ອງຈາກມີນັກເຕະລາວຕິດໂຄວິດໄປຫຼາຍກວ່າເຄິ່ງ ກ່ອນທີ່ ຕີມໍ ເລສເຕີ ສະແດງເຖິງນໍ້າໃຈອັນຍິ່ງໃຫຍ່ສະເໜີໃຫ້ຝ່າຍຈັດການແຂ່ງຂັນໃຫ້ ທີມຊາດລາວ ຄອງອັນດັບ 3 ຮ່ວມກັບ ຕີມໍ ແລະ ກໍໄດ້ຮັບການອະນຸໝັດຈາກຝ່າຍຈັດການຢ່າງເປັນທາງການ

ສ່ວນຄູ່ຊີງຊະນະເລີດ ທີມຊາດໄທ ພົບກັບ ຫວຽດນາມ ປະກົດວ່າ: ຫວຽດນາມ ເອົາຊະນະໄປ 1-0 ຄວ້າແຊັມໄປຄອງ (ເບິ່ງຄລິບລຸ່ມນີ້ )

ຂ່າວ: Larh Khampai ໜັງສືພິມເສດຖະກິດ-ການຄ້າ
ຂອບໃຈຮູບຈາກ: ສຕລ