ສຕລ ແຈ້ງແລ້ວທີ່ ຢູ 23 ລາວ ຖອນຕົວຈາກນັດຊີງອັນດັບ 3 ພົບກັບ ຕີມໍ

258

ເປັນເລື່ອງທີ່ໜ້າເສຍດາຍສຸດໆສໍາລັບ ທີມຊາດລາວ ຢູ 23 ທີ່ຕ້ອງອົດຊີງອັນດັບ 3 ກັບ ຕີມໍ ເລັສເຕ ໃນວັນທີ 26 ກຸມພາ 2022 ເວລາ 16:00 ໂມງ ເນື່ອງຈາກນັກຕິດໂຄວິດ ແລະ ເຈັບເພີ່ມ ເຮັດໃຫ້ເຫຼືອພຽງ 6 ຄົນທີ່ພ້ອມລົງແຂ່ງຂັນ ຈົນຕ້ອງຕັດສິນໃຈຖອນຕົວ

ຫຼ້າສຸດ ສະຫະພັນບານເຕະແຫ່ງຊາດລາວ ອອກແຈ້ງການດັ່ງວີດີໂອລຸ່ມນີ້:

ສ່ວນ ທີມຊາດໄທ ໄປຊີງຊະນະເລີດກັບ ຫວຽດນາມ ໃນເວລາ 19:30 ໂມງ ຕ້ອງຕິດຕາມກັນຕໍ່ໄປ
ໂດຍສະຖິຕະການພົບກັນເບິ່ງໄດ້ທີ່ວີດີໂອລຸ່ມນີ້:

ຂ່າວ: ຫຼ້າ MKP; ຮູບ: ສຕລ