ສະຖິຕິ 2 ນັດທີ່ຜ່ານມາ ຢູ 23 ລາວ ກິນລຽບ, ສ່ວນນັດທີ 3 ລາວ ພົບ ຕີມໍ ແລງມື້ນີ້ໃຜຈະຄອງ

263

ກ່ອນໜ້ານີ້ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີແຊັມກຸ່ມ B ລົງສະໜາມພົບກັບ ທີມຊາດໄທ ຢູ 23 ທີມອັນດັບ 2 ທີ່ດີທີ່ສຸດຈາກກຸ່ມ C ໃນຮອບ 4 ທີມສຸດທ້າຍຂອງການແຂ່ງຂັນບານເຕະຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີປະຈໍາປີ 2022 ທີ່ປະເທດກໍາປູເຈຍ ໃນແລງມື້ນີ້ວັນທີ 23 ກຸມພາ 2022 ເວລາ 16:00 ໂມງ ເຊິ່ງກ່ອນແຂ່ງຂັນນັກເຕະລາວ ເຫຼືອຜູ້ຫຼິ້ນພຽງ 16 ຄົນ ເນື່ອງຈາກທີ່ເຫຼືອແມ່ນມີຜົນກວດໂຄວິດເປັນບວກ ເຮັດໃຫ້ຄູຝຶກຈັດທີມລໍາບາກ ກ່ອນຈົບການແຂ່ງຂັນ ທີມຊາດ ໄທ ເອົາຊະນະໄປ 2-0 (ເບິ່ງຄລິບລຸ່ມນີ້ )

ຈາກຜົນດັ່ງກ່າວ ເຮັດໃຫ້ ທີມຊາດລາວ ຕ້ອງໄປຊີງອັນດັບ 3 ກັບ ຕີມໍ ເລັສເຕ ໃນວັນທີ 26 ກຸມພາ 2022 ເວລາ 16:00 ໂມງ, ສ່ວນ ທີມຊາດໄທ ໄປຊີງຊະນະເລີດກັບ ຫວຽດນາມ ໃນເວລາ 19:30 ໂມງ.
ໂດຍສະຖິຕະການພົບກັນເບິ່ງໄດ້ທີ່ວີດີໂອລຸ່ມນີ້:

ຂ່າວ: ຫຼ້າ MKP; ຮູບ: ສຕລ