ວ້າວ ພິກັດໃໝ່ບ້ານຫາດຊາຍຂາວເດີ້ ຮ້ານອາຫານຍີ່ປຸ່ນ ນາໂອກິ ສາຂາທີ 5 (ຫຼັກ8)

226

ຮ້ານອາຫານຍີ່ປຸ່ນ ນາໂອກິ ສາຂາທີ5 (ຫຼັກ8) ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມເປີດບໍລິການໃຫ້ແກ່ ທ່ານລູກຄ້າ ແລ້ວ, ໂດຍເນັ້ນສະເພາະອາຫານຍີ່ປຸ່ນ ທີ່ໃຊ້ວັດຖຸດິບທີ່ມີຄຸນນະພາບສູງ, ລາຄາປະຢັດ ແລະ ການໃຫ້ບໍລິການທີ່ໜ້າປະທັບໃຈ ທຸກຄົນສາມາດເຂົ້າເຖີງໄດ້.

.


ທ່ານ ບຸນປັນ ໂສວິໄລ ຜູ້ອຳນວຍການໃຫຍ່ ນາໂອກິ ໄດ້ກ່າວຄວາມເປັນມາວ່າ: ນາໂອກິ ສ້າງຂຶ້ນໃນປີ 2017 ເປັນບໍລິສັດທີ່ດຳເນີນທຸລະກິດຫຼາຍດ້ານເຊັ່ນ: ຮ້ານອາຫານຍີ່ປຸ່ນ ນາໂອກິ, ບໍລິການນາໂອກິ ເດລີເວີລີ ໂດຍຜ່ານແອັບພິເຄຊັ້ນຂອງ ນາໂອກິ, ນາໂອກິ ມາກ. ນອກນັ້ນ, ໃນເຄື່ອຂອງ ນາໂອກິ ຍັງນຳເຂົ້າວັດຖຸດິບດ້ານອາຫານສົດ, ອາຫານແຊ່ແຂງ ແລະ ສິນຄ້າ ຈາກປະເທດຍີ່ປຸ່ນ ແລະ ປະເທດອື່ນໆ… ທີ່ມີຄຸນນະພາບສູງ

.

ໂດຍພາຍໃຕ້ເຄື່ອງໝາຍການຄ້າຂອງ NAOKI FOOD FOR YOU ເຊີ່ງຈຳໜ່າຍສົ່ງ ແລະ ຍ່ອຍ, ນາໂອກິ ເລີ່ມຕົ້ນດ້ວຍຄວາມຄິດຢາກດຳເນີນທຸລະກິດ ດ້ານອາຫານຍີ່ປຸ່ນ ທີ່ມີວັດຖຸດິບທີ່ໄດ້ມາດຕະຖານ ເນັ້ນຄຸນນະພາບອາຫານທີ່ດີ, ການບໍລິການເນັ້ນມອບຄວາມປະທັບໃຈໃຫ້ແກ່ລູກຄ້າ ລາຄາທີ່ທຸກຄົນສາມາດຈັບຕ້ອງໄດ້ ເພາະ ນາໂອກິ ໄດ້ຄຳນຶງເຖີງຄວາມຕ້ອງການຂອງ ທ່ານລູກຄ້າ ເປັນຫຼັກ ພາຍໃຕ້ແນວຄິດທີ່ວ່າ “ຄິດຮອດອາຫານຍີ່ປຸ່ນ ໃນລາຄາເປັນກັນເອງ ແລະ ອີ່ມຢ່າງຄຸ້ມຄ່າ ແບບສະບາຍກະເປົ໋າ ຄິດຮອດຮ້ານອາຫານຍີ່ປຸ່ນ ນາໂອກິ Naoki”


ປັດຈຸບັນ ຮ້ານອາຫານຍີ່ປຸ່ນ ນາໂອກິ ມີເຖີງ 5 ສາຂາ ຄື: ສາຂານ້ຳພຸ, ສາຂາດົງໂດກ, ສາຂາ ນະຄອນພະນົມ (ປະເທດໄທ), ສາຂາໂພນສະອາດ ແລະ ສາຂາທີ່ເປີດບໍລິການລ່າສຸດ ຄືສາຂາ (ຫຼັກ8) ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທັງນີ້ກໍ່ເພື່ອກະຈາຍຕາໜ່າງການບໍລິການລູກຄ້າ ເພີ່ມຂຶ້ນ ເພີ່ມຄວາມສະດວກ ວ່ອງໄວ ບໍລິການລູກຄ້າໃຫ້ທົ່ວເຖີງ ແລະ ທີ່ສຳຄັນແມ່ນ ສະຖານທີ່ຕັ້ງເໝາະສົມ ມີບ່ອນຈອດລົດສະດວກສະບາຍ, ປັດຈຸບັນ ພະນັກງານໃນ 5ສາຂາ ແລະ ໃນເຄືອຂອງ ນາໂອກິ ມີທັງໜົດເຖີ່ງ 200ກວ່າຄົນ ແລະ ໃນລາຍການເມນູອາຫານຂອງ ນາໂອກິ ມີເຖີງ 300ກວ່າລາຍການ.

.

.


ໃນຕໍ່ໜ້າບໍລິສັດຍັງມີແຜນຂະຫຍາຍທຸລະກິດໃນຮູບແບບ Franchise ຄື: COCO: Company Owned, Company Operated, CODO: Company Owned, Dealer Operated ເຊີ່ງເລີ່ມໃນ ສປປ ລາວ ແລະ ໃນ CLMV.
ພິທີເປີດ ຮ້ານອາຫານຍີ່ປຸ່ນ ນາໂອກິ ສາຂາ 5 (ຫຼັກ8) ໃນວັນທີ 25 ກຸມພາ ປີ 2022 ທີ່ຜ່ານມາ, ໂດຍການເຂົ້າຮ່ວມຂອງຄະນະຜູ້ບໍລິຫານ ນາໂອກິ ພ້ອມດ້ວຍແຂກເຂົ້າຮ່ວມ ແລະ ທ່ານລູກຄ້າ ປະຈຳຂອງ ນາໂອກິ.