ເປີດນໍາໃຊ້ແລ້ວ ຫ້ອງການພາສີປະຈໍາ ເຂດພັດທະນາກວມລວມໄຊເຊດຖາ

225

ຫ້ອງການພາສີປະຈໍາເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ສໍາເລັດການກໍ່ສ້າງ ພ້ອມເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 23 ກຸມພາ 2022 ພາຍໃຕ້ການເຂົ້າຮ່ວມ ຂອງ  ທ່ານ ບຸນເກີດ ສຸວັນນະເສນ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນ ກົມພາສີ; ທ່ານ ຂຽງຄໍາ ພຸດຈັນທະວົງສາ ຮອງອໍານວຍການບໍລິສັດ ຮ່ວມທຶນລາວ-ຈີນ ຈໍາກັດ, ທ່ານ ໄກນະຄອນ ທໍາມະວອນ ຮອງຫົວໜ້າຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ແລະ ແຂກຮັບເຊີນເຂົ້າຮ່ວມ.

อาจเป็นรูปภาพของ 10 คน และ ผู้คนกำลังยืน

ທ່ານ ຂຽງຄໍາ ພຸດຈັນທະວົງສາ ໄດ້ກ່າວວ່າ: ເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ (ຂພຊ) ເປັນໂຄງການຮ່ວມມືລະຫວ່າງລັດ ຖະບານລາວ-ຈີນ, ຝ່າຍລາວແມ່ນຕາງໜ້າໃຫ້ລັດຖະບານໂດຍອົງການປົກຄອງນະຄອນຫຼວງວຽງຈັນຖືຮຸ້ນ 25% ແລະ ຝ່າຍຈີນຕາງໜ້າລັດຖະບານໂດຍ ບໍລິສັດລົງທຶນ ຕ່າງປະເທດແຂວງຢູນນານທີ່ຂຶ້ນກັບກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງຢຸນນານ ຫຸ້ນສ່ວນຈໍາກັດ ຖືຮຸ້ນ 75%.

อาจเป็นรูปภาพของ 2 คน, ผู้คนกำลังยืน และ ดอกไม้

ຂພຊ ໄດ້ຮັບອະນຸມັດສ້າງຕັ້ງຫ້ອງການພາສີປະຈໍາເຂດພັດທະນາກວມລວມໄຊເຊດຖາ ຈາກກະຊວງການເງິນຕາມຂໍ້ຕົກລົງສະບັບເລກທີ 3984/ກງ, ລົງວັນທີ 23 ສິງຫາ 2021. ຫ້ອງການພາສີປະຈໍາເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 28.000 ຕາແມັດ, ເນື້ອທີ່ປຸກສ້າງກວມເອົາ 3.450 ຕາແມັດ ປະກອບມີຕຶກອາຄານຫ້ອງການ 1 ຫຼັງ (ມີສອງຊັ້ນ), ຕຶກອາຄານຫໍພັກ 1 ຫຼັງ (ມີສອງຊັ້ນ), ຈຸດກວດກາສິນຄ້າໃນຮົ່ມ 3 ຈຸດ, ປະຕູທາງເຂົ້າ-ອອກ ແລະ ຕາຊັ່ງ, ສະຖານທີ່ຈອດລົດ, ລະບົບໄຟຟ້າ, ລະບົບນໍ້າປະປາ, ລະບົບອິນເຕີເນັດສາຍໄຍແກ້ວ ແລະ ສິ່ງອໍານວຍຄວາມສະດວກອື່ນໆ. ໃນຂະນະດຽວກັນກໍໄດ້ສໍາເລັດການຈັດຊື້, ຕິດຕັ້ງເຄື່ອງອຸປະກອນ ແລະ ລະບົບຕ່າງໆທີ່ຮັບໃຊ້ພາຍໃນຫ້ອງການພາສີ, ມາຮອດປັດຈຸບັນ ຫ້ອງການພາສີປະຈໍາເຂດພັດທະນາກວມ ລວມໄຊເຊດຖາ ນະຄອນຫຼວງວຽງຈັນ ແມ່ນຖືວ່າມີຄວາມພ້ອມໃນການເປີດນໍາໃຊ້ຢ່າງຮອບດ້ານ.

อาจเป็นรูปภาพของ 3 คน และ ผู้คนกำลังยืน

ທ່ານ ໄກນະຄອນ ທໍາມະວອນ ໄດ້ກ່າວວ່າ: ນະຄອນຫຼວງວຽງຈັນ ປັດຈຸບັນປະກອບມີເຂດເສດຖະກິດພິເສດ 5 ເຂດຄື: ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດພິເສດລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ.

ການສ້າງຕັ້ງຫ້ອງການພາສີປະຈໍາເຂດ ບໍ່ພຽງແຕ່ເປັນການຄຸ້ມຄອງ, ອໍານວຍຄວາມສະດວກ ແຕ່ຍັງເປັນການສ້າງຄວາມພ້ອມໃນການຄຸ້ມຄອງ, ການບໍລິການ ແລະ ເຕົ້າໂຮມຄ່ຽນຖ່າຍສິນຄ້າ ທີ່ຈະເກີດຂຶ້ນໃນອະນາຄົດ, ການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ແລະ ອື່ນໆ.

 

ຂພຊ ເປັນເຂດໜຶ່ງທີ່ມີການພັດທະນາຢ່າງວ່ອງໄວ ມີບັນດາຜູ້ລົງທຶນສ່ວນໃຫຍ່ທີ່ເຂົ້າມາດໍາເນີນທຸລະກິດທາງດ້ານອຸດສາຫະກໍາຕາມເປົ້າໝາຍແຜນພັດທະນາຂອງເຂດ ມາຮອດປັດຈຸບັນມີຫຼາຍບໍລິສັດ, ຫຼາຍໂຮງງານທໍາການຜະລິດ, ຈໍາໜ່າຍເຮັດໃຫ້ວຽກງານນໍາເຂົ້າ-ສົ່ງອອກ ພາຍໃນເຂດນັບມື້ມີການເພີ່ມຂຶ້ນ ສະນັ້ນ, ບໍລິສັດ ຮ່ວມທຶນລາວ-ຈີນ ຈໍາກັດ ໃນນາມຜູ້ພັດທະນາເຂດເຫັນໄດ້ຄວາມສໍາຄັນດັ່ງກ່າວ ຈິ່ງໄດ້ສ້າງຫ້ອງການພາສີປະຈໍາເຂດຂຶ້ນມາ ເພື່ອອໍານວຍຄວາມສະດວກແກ່ການລົງທຶນ, ມີຄວາມວ່ອງໄວທາງດ້ານບໍລິການ ຕາມກົນໄກການບໍລິການລົງທຶນປະຕູດຽວ.

อาจเป็นรูปภาพของ 3 คน และ ผู้คนกำลังยืน

ທ່ານ ບຸນເກີດ ສຸວັນນະເສນ ໄດ້້ກ່າວວ່າ: ສະເພາະເຂດເສດຖະກິດກວມລວມໄຊເສດຖາ ເປັນເຂດເສດຖະກິດໜຶ່ງ ທີ່ພັກ ແລະ ລັດຖະບານໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມ; ປັດຈຸບັນກໍໄດ້ເປັນເຂດທີ່ພັດທະນາ ແລະ ລົງທຶນສູງ; ໄລຍະຜ່ານມາກົມພາສີ ກໍໄດ້ເອົາໃຈໃສ່ປະສານສົມທົບກັບຄະນະຜູ້ພັດທະນາເຂດ ແລະ ພາກສ່ວນກ່ຽວຂ້ອງເພື່ອປຶກສາຫາລືຫຼາຍບັນຫາຮ່ວມກັນ.

อาจเป็นรูปภาพของ 7 คน

 

ເນື່ອງໃນໂອກາດນີ້ ຂ້າພະເຈົ້າ ອະນຸຍາດຕາງໜ້າກົມພາສີ ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງຜູ້ພັດທະນາເຂດເສດຖະກິດກວມລວມໄຊເຊດຖາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມື ໃນການກໍ່ສ້າງຫ້ອງການ ແລະ ສະໜອງອຸປະກອນຈໍາເປັນ ໃຫ້ແກ່ລັດຖະການພາສີຂອງພວກເຮົາໃນຄັ້ງນີ້ ຕໍ່ໄປ ຂ້າພະເຈົ້າຂໍສະເໜີມອບຫ້ອງການ ແລະ ອຸປະກອນຕ່າງໆໃຫ້ແກ່ທ່ານຫົວໜ້າຫ້ອງການພາສີ ແລະ ອ້າຍ,ນ້ອງພະນັກງານຜູ້ປະຈໍາການ ເພື່ອສືບຕໍ່ນໍາໃຊ້ ແລະ ຈົ່ງເອົາໃຈໃສ່ນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະຢູ່ເຂດດັ່ງກ່າວນີ້ໃຫ້ມີຜົນສໍາເລັດ ສາມາດສະໜັບສະໜູນໃຫ້ແກ່ຜູ້ລົງທຶນ ແລະ ຜູ້ພັດທະນາເຂດ ມີຜົນສໍາເລັດໃນການດໍາເນີນທຸລະກິດ ແລະ ການຂະຫຍາຍຕົວຂຶ້ນໄປເລື້ອຍໆ.