ພົບຜູ້ຕິດເຊື້ອໂຄວິດໃໝ່ທັງໝົດ 304 ຄົນ, ນະຄອນຫຼວງວຽງຈັນ 63 ຄົນ

58

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 25 ກຸມພາ ປີ 2022 ວ່າ ມາຮອດວັນທີ 24 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2.684 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 304 ຄົນ (ຕິດເຊື້ອພາຍໃນ 260 ຄົນ ແລະ ນໍາເຂົ້າ 44 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 260 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້ ນະຄອນຫຼວງ 63 ຄົນ, ບໍລິຄໍາໄຊ 29 ຄົນ, ເຊກອງ 27 ຄົນ, ຈໍາປາສັກ 26 ຄົນ, ຜົ້ງສາລີ 24 ຄົນ, ຫຼວງພະບາງ 19 ຄົນ


ອຸດົມໄຊ 18 ຄົນ, ໄຊສົມບູນ 15 ຄົນ, ໄຊຍະບູລີ 11 ຄົນ, ຫຼວງນໍ້າທາ 8 ຄົນ,ບໍ່ແກ້ວ 5 ຄົນ, ອັດຕະປື 4 ຄົນ, ຄໍາມ່ວນ 4 ຄົນ, ສະຫັວນນະເຂດ 2 ຄົນ, ຫົວພັນ 2 ຄົນ, ວຽງຈັນ 2 ຄົນ ແລະ ຊຽງຂວາງ 1 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 44 ຄົນ ຈາກ ນະຄອນຫຼວງ 9 ຄົນ, ສະຫັວນນະເຂດ 7 ຄົນ, ຈຳປາສັກ 9 ຄົນ, ບໍລິຄຳໄຊ 3 ຄົນ, ຊຽງຂວາງ 4 ຄົນ ແລະ ອັດຕະປື 12 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 142.237 ຄົນ, ອອກໂຮງໝໍວານນີ້ 54 ຄົນ, ກຳລັງປິ່ນປົວ 1.519 ຄົນ ແລະ ເສຍຊີວິດທັງໝົດ 619 ຄົນ (ເສຍຊິວິດໃໝ່ 2 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ແມ່ນຈາກ ໄຊຍະບູລີ 1 ຄົນ ແລະ ຫົວພັນ 1 ຄົນ.