ເບຍລາວ ຈັດບານເຕະມິດຕະພາບກັບ ສະມາຄົມນັກທຸລະກິດ ຮ້ານອາຫານລາວ

112

ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍການຂາຍ ຈໍາໜ່າຍ ແລະ ການຕະຫຼາດບໍລິສັດເບຍລາວ ຈໍາກັດ ຈັດກິດຈະກໍາແຂ່ງຂັນກີລາບານເຕະ ນັດເປີດລະດູການບານເຕະມິດຕະພາບ ປະຈໍາປີ 2022 ເມື່ອວັນທີ 22 ກຸມພາ 2022 ທີ່ສະໜາມກີລາຫຍ້າທຽມ ສັບພະ ວິຊາ ໂດຍມີຄະນະຈາກບໍລິສັດ ເບຍລາວ ຈໍາກັດ ແລະ ສະມາຄົມນັກທຸລະກິດຮ້ານຫານລາວ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ. (ວີດີໂອ)

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເຮັນຣິກ ໂຈ ແອນເດີສັນ ຜູ້ອຳນວຍການໃຫຍ່ບໍລິສັດ ເບຍລາວ ຈຳກັດ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດບໍລິສັດ ເບຍລາວ ຈໍາກັດ, ທ່ານ ມິກເກວ ໂອີມານ ຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ແລະ ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານຫານລາວ ພ້ອມດ້ວຍບັນດາສະມາຊິກ, ພະນັກງານ ແລະ ຜູ້ດຳເນີນຫົວໜ່ວຍທຸລະກິດຮ້ານອາຫານທັງນະຄອນຫຼວງວຽງຈັນ ແລະ ເມືອງວັງວຽງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ ກ່າວວ່າ: ກິດຈະກຳຄັ້ງນີ້ ເປັນການສະມາຄົມນັກທຸລະກິດຮ້ານອາຫານລາວ ທີ່ທາງສະມາຄົມໄດ້ຈັດຂຶ້ນເປັນປະເພນີສືບທອດກັນມາເປັນເວລາ 9 ປີແລ້ວ ຕະຫຼອດໄລຍະສອງປີຜ່ານມາ ທາງສະມາຄົມບໍ່ໄດ້ເຄື່ອນໄຫວເຕັມທີ່ຍ້ອນປະສົບບັນຫາການແຜ່ລະບາດຂອງເຊື້ອພະຍາດສາຍພັນໂຄວິດ-19 ມາຮອດປັດຈຸບັນທາງພັກ-ລັດຖະບານໄດ້ມີນະໂຍບາຍຜ່ອນຜັນ ສາມາດຫຼິ້ນກິລາກາງແຈ້ງໄດ້ ຈຶ່ງຖືເອົາໂອກາດດັ່ງກ່າວ ຈັດກິດຈະກຳເພື່ອສ້າງໂອກາດໃຫ້ສະມາຊິກທັງສອງພາກສ່ວນໄດ້ມາພົບປະ ແລະ ແລກປ່ຽນຊຶ່ງກັນ ແລະ ກັນເພື່ອພ້ອມກັນແກ້ໄຂກ່ຽວກັບບັນຫາທີ່ພົບຄວາມຫຍຸ້ງຍາກຂອງຜູ້ປະກອບການຮ້ານອາຫານ ໃນນະຄອນຫຼວງ ແລະ ຮ້ານອາຫານເມືອງວັງວຽງ ຮ່ວມກັບບໍລິສັດ ເບຍລາວ ພາຍໃຕ້ຫົວຂໍ້ ສະມາຄົມທຸລະກິດຮ້ານອາຫານລາວ.

ທ່ານ ເຮັນຣິກ ໂຈ ແອນເດີສັນ ຜູ້ອຳນວຍການໃຫຍ່ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ: ດີໃຈທີ່ເຫັນແຕ່ລະທ່ານ ມາຮ່ວມງານນີ້ ດ້ວຍສີໜ້າຍີ້ມແຍ່ມແຈ່ມໃສ ແລະ ມີຄວາມເບີກບານມ່ວນຊື່ນ ຫຼັງຈາກທີ່ພວກເຮົາບໍ່ໄດ້ເປີດໜ້າໃສ່ກັນມາເປັນເວລາດົນແລ້ວ ເນື່ອງຈາກການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ອີກເທື່ອໜຶ່ງຂໍສະແດງຄວາມກໍດີໃຈ ແລະ ເຊື່ອໝັ້ນວ່າຫຼັງຈາກນີ້ໄປ ບັນດາຮ້ານອາຫານຂອງພວກເຮົາກໍຈະໄດ້ເປີດບໍລິການຢ່າງເປັນປົກກະຕິ ແລະ ກໍເຊື່ອໝັ້ນວ່າທຸລະກິດຂອງຮ້ານອາຫານກໍຈະດີຂຶ້ນເລື້ອຍໆ ໃນສອງສາມເດືອນຕໍ່ໜ້າ ກ່ອນຈະຮອດປີໃໝ່ລາວ ພິເສດທີ່ສຸດ ໄດ້ເຫັນບັນດາທ່ານເຈົ້າຂອງຮ້ານອາຫານຕ່າງໆ ທີ່ມີອາຍຸສູງ ສາມາດຫຼິ້ນບານໄດ້ດີ ແລະ ກິດຈະກຳຄັ້ງນີ້ ກໍໄດ້ເຫັນທັງສອງພາກສ່ວນສະມາຄົມຮ້ານອາຫານລາວ ແລະ ອ້າຍນ້ອງບໍລິສັດ ເບຍລາວ ໄດ້ຮ່ວມສ້າງຄວາມສາມັກຄີຮັກແພງຢ່າງມີສີສັນ ຊຶ່ງສາມາດສັງເກດໄດ້ຈາກຜົນການແຂ່ຂັນກິລາເຕະບານທັງສອງພາກສ່ວນຂອງພວກເຮົາບໍ່ສາມາດເອົາຊະນະກັນໄດ້ ສະເໝີກັນແບບສຸດມ່ວນ 3-3 ປະຕູ.

ສໍາລັບ ການແຂ່ງຂັນບານເຕະມິດຕະພາບ ດໍາເນີນໄປຢ່າງເບີກບານມ່ວນຊືີ່ນ ພ້ອມດ້ວຍຮອຍຍິ້ມ ແລະ ສຽງຫົວຕະຫຼອດການແຂ່ງຂັນ ກ່ອນຈົບການແຂ່ງຂັນສະເໝີກັນ ທີມ ສະມາຄົມນັກລະກິດຮ້ານອາຫານລາວ ສະເໝີກັບ ທີມບໍລິສັດ ເບຍລາວ ຈໍາກັດ 3-3.

ຂ່າວ: ຫຼ້າ MKP; ຮູບ: ສອນໄຊ