ພົງສະຫວັນປະກັນໄພ (ເອພີເອ) ຂັບເຄື່ອນທຸລະກິດພາຍໃຕ້ ຄໍາຂວັນ “ ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ”

294

ປະກັນສຸຂະພາບ, ປະກັນໄພມະເຮັງ ແລະ ພະຍາດຮ້າຍແຮງ, ປະກັນໄພລົດ,  ປະກັນໄພຊັບສິນ ແລະ ໂຮງແຮມ… ມີຫຼາຍບໍລິການໃຫ້ທ່ານເລືອກ ພາຍໃຕ້ຄໍາຂວັນ “ ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ”. ຫຼ້າສຸດໃນວັນທີ 4 ກຸມພາ 2022 ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະເພດລາງວັນພິເສດ-ສາຂາທຸລະກິດລິເລີ່ມດີເດັ່ນ.

อาจเป็นรูปภาพของ 1 คน

ທ່ານ ດີນ ເບນຈາມິນ ໂຣເບີດຣ໌ສັນ ຜູ້ອໍານວຍການໃຫຍ່ ໄດ້ໃຫ້ຮູ້ເຖິງຄວາມເປັນມາ ແລະ ຫົວ ໃຈການບໍລິການວ່າ: ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ເຊິ່ງເປັນສ່ວນໜຶ່ງຂອງກຸ່ມບໍລິສັດ ພົງສະຫວັນ; ໄດ້ຮັບການສ້າງຕັ້ງຂຶ້ນໃນ ປີ 2016 ເປັນບໍລິສັດປະກັນໄພເອກະຊົນ 100% ໃນ ສປປ ລາວ ທີ່ໃຫ້ບໍລິການທັງປະກັນໄພຊີວິດ ແລະ ປະກັນໄພທົ່ວໄປ ມີຫຼາຍຜະລິດຕະພັນເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງບຸກຄົນ, ຄອບຄົວ ແລະ ທຸລະກິດ.

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ປະກອບມີ ທີມງານທີ່ມີຄວາມຊ່ຽວຊານ ດ້ານປະກັນໄພໃນລະດັບສາກົນ ແລະ ປະສົບປະການດ້ານປະກັນໄພຂອງພະນັກງານມາຍາວນານ; ຜະລິດຕະພັນທັງໝົດຂອງບໍລິສັດ ສາມາດຊື້ໄດ້ ຜ່ານຫຼາຍຊ່ອງທາງເຊັ່ນ: ຊື້ໂດຍກົງຜ່ານທີມງານບໍລິສັດສາມາດຕິດຕໍ່ທາງສາຍດ່ວນ 1677 ຫຼື ໂດຍກົງທີ່ຫ້ອງການ ແລະ ຜ່ານ ເຟສບຸກ. ອີກໜຶ່ງຊ່ອງທາງລູກຄ້າສາມາດຊື້ຜ່ານເຄືອຂ່າຍຕົວແທນປະກັນໄພ ແລະ ຍັງສາມາດຊື້ໄດ້ທີ່ທະນາຄານພົງສະຫວັນທຸກສາຂາ.

อาจเป็นรูปภาพของ ข้อความ

“ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ເປັນບໍລິສັດໃໝ່ ໃນຂະແໜງການປະກັນໄພ ແຕ່ພວກເຮົາໄດ້ໃຫ້ ຄວາມສຳຄັນຕໍ່ການບໍລິການລູກຄ້າເປັນຈຸດໃຈກາງຂອງການດຳເນີນທຸລະກິດ ພາຍໃຕ້ຄໍາຂວັນ  ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ  ດັ່ງນັ້ນຈຶ່ງເຮັດໃຫ້ບໍລິສັດພວກເຮົາໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າ ທັງໃນດ້ານຜະລິດຕະພັນ, ການຄຸ້ມຄອງ ແລະ ການບໍລິການ ”, ທ່ານ ດີນ ເບນຈາມິນ ໂຣເບີດຣ໌ສັນ ກ່າວ.

ທ່ານ ຍັງໄດ້ໃຫ້ຮູ້ວ່າ: ບໍລິສັດໄດ້ພັດທະນາຜະລິດຕະພັນມາໂດຍຕະຫຼອດເພື່ອຕອບໂຈດຄວາມຕ້ອງການຂອງລູກຄ້າ ກໍຄືເປັນການປະກອບສ່ວນໃນການພັດທະນາຂະແໜງການປະກັນໄພຂອງລາວໃຫ້ເຕີບໃຫຍ່ ເຊິ່ງຜະລິດຕະພັນທີ່ພົ້ນເດັ່ນປະກອບມີ:

– ປະກັນໄພລົດ ໂດຍຄິດໄລ່ຄ່າປະກັນໄພຕາມໄລຍະທາງການໃຊ້ງານຕົວຈິງ

– ປະກັນໄພໂຮງແຮມ ໂດຍຄິດໄລ່ຄ່າປະກັນໄພຕາມອັດຕາແຂກເຂົ້າພັກ

– ຈ່າຍຄ່າຊົດເຊີຍລາຍວັນໃນໄລຍະທີ່ລົດຢູ່ທີ່ອູ່ສ້ອມແປງ

– ເປັນບໍລິສັດທຳອິດໃນລາວທີ່ໃຫ້ບໍລິການປະກັນໄພມະເຮັງ ແລະ ພະຍາດຮ້າຍແຮງ

ວິໄສທັດຂອງບໍລິສັດ ແມ່ນເພື່ອສ້າງຊື່ສຽງດ້ວຍການເປັນບໍລິສັດ ປະກັນໄພ ແບບມືອາຊີບຖືເອົາລູກຄ້າເປັນຈຸດໃຈກາງຂອງການດໍາເນີນງານ ແລະ ໃຫ້ການບໍລິການຊັ້ນໜຶ່ງໃນທຸກໆການບໍລິການຕໍ່ລູກຄ້າ

ພາລະກິດຂອງ ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ແມ່ນເພື່ອ “ ເປັນບໍລິສັດປະກັນໄພທີ່ຖືກເລືອກ ແລະ ເຊື່ອຖືໄດ້ໃນປະເທດລາວ”

ເຖິງຈະເປັນບໍລິສັດໃໝ່ ແຕ່ດ້ວຍຫົວໃຈບໍລິການທີ່ດີ, ມີຄວາມສາມາດສ້າງຄວາມເຊື່ອໝັ້ນຕໍ່ສັງຄົມສະເໝີມາ ຫຼ້າສຸດໃນວັນທີ 4 ກຸມພາ 2022 ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ຈໍາກັດ ກໍແມ່ນໜຶ່ງໃນ 20 ກວ່າບໍລິສັດ ທີ່ໄດ້ຮັບລາງວັນອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະເພດລາງວັນພິເສດ-ສາຂາທຸລະກິດລິເລີ່ມດີເດັ່ນ.

ພິທີມອບ-ຮັບໄດ້ຈັດຂຶ້ນທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມ ແລະ ໃຫ້ກຽດມອບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.