ມາແລ້ວ ຄົນທໍາອິດເປັນ ມາດາມ ໂບ ປະກາດຈະອັດສີດໃຫ້ ຢູ 23 ລາວ ຫາກຊະນະ ທີມຊາດໄທ

180

ຫຼັງຈາກທີ່ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີຊຸດປີ 2022 ກັບ ຫົວໜ້າຄູຝຶກຄົນໃໝ່ ມາແຮງເຫຼືອເກີນສາມາດເອົາຊະນະ ທີມຊາດມາເລເຊຍ ຮຸ່ນອາຍຸບໍ່ເກີນ 23 ປີໄດ້ 2 ນັດຕິດຕໍ່ກັນ ຫຼັງນັດຫຼ້າສຸດເອົາຊະນະໄປ 2-0 ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີປະຈໍາປີ 2022 ທີ່ປະເທດກໍາປູເຈຍ ຮອບແບ່ງກຸ່ມໆ B ນັດທີ 2 ປະຈໍາວັນທີ 21 ກຸມພາ 2022.

ຫຼ້າສຸດ ທ່ານ ນາງ ພິຈິກາ ຫຼື ມາດາມ ໂບ ອະດີດປະທານສະໂມສອນ ວຽງຈັນ ຢູໄນເຕັດ ໄດ້ປະກາດຜ່ານເພຈ໌ບຸກສ່ວນຕົວວ່າ: ທີມຊາດລາວ ຊະນະທີມຊາດໄທ ຂ້ອຍໃຫ້ 40 ລ້ານກີບເດີ້!!!!! ສືກແຫ່ງສັກສີ ແລະ ອ້າຍ Aekaphonl Phoumin ອີກ 10 ລ້ານ ລວມເປັນ 50 ລ້ານ ກີບແລ້ວວວວວວວວວວ ມອບຄວາມສຸກໃຫ້ພວກເຮົາ ຂໍໃຫ້ລາວຊະນະ!!!!!!!(ຄລິບ)

ຮູ້ຈັກ ມາດາມ ໂບ ເພີິ່ມຕື່ມໄດ້ທີ່ຄລີບລຸ່ມນີ້:

ຈາກໄຊຊະນະນັດນີ້ເຮັດໃຫ້ ຢູ 23 ລາວ ເອົາຊະນະ ມາເລເຊຍ ລວມຜົນ 2 ນັດ 4-1 ( ນັດທໍາອິດຊະນະ 2-1 ແລະ ນັດທີ 2 ຊະນະ 2-0 ) ຜ່ານເຂົ້າຮອບ 4 ທີມສຸດທ້າຍໄປລໍຖ້າພົບ ທີມອັນດັບ 2 ຂອງກຸ່ມ A ຫຼື ກຸ່ມ C ໃນວັນທີ 24 ກຸມພາ 2022 ເວລາ 16:00 ໂມງທີ່ ທີ່ສະໜາມ Morodok Techo National Stadium ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ເຊິ່ງຈະຮູ້ໄດ້ຫຼັງຈາກທີ່ ທີມຊາດຫວຽດນາມ ພົບກັບ ທີມຊາດໄທ ລົງແຂ່ງຂັນນັດສຸດທ້າຍຂອງກຸ່ມ C ທີ່ຈະແຂ່ງຂັນໃນວັນທີ 22 ກຸມພາ 2022 ເວລາ 19:00 ໂມງ ( ໄດ້ຜົນຈະລາຍງານໃຫ້ຊາບ ).

ນອກນັ້ນ, ໄຊຊະນະນັດນີ້ຍັງເຮັດໃຫ້ ຢູ 23 ລາວ ເອົາຊະນະ ຢູ 23 ມາເລເຊຍ ໄດ້ເປັນນັດທີ 2 ໃນປະຫວັດສາດ ( ເບິ່ງສະຖິຕິອື່ນໆໄດ້ທີ່ຄລິບລຸ່ມນີ້ )