ລົດໄຟທຳມະດາ ຮອດນະຄອນຫຼວງວຽງຈັນ ແລງມື້ນີ້ 22/2/2022 ມື້ງາມຍາມດີ

211

ມາຊົມພາບ ລົດໄຟທຳມະດາໄດ້ມາຮອດນະຄອນຫຼວງວຽງຈັນແລ້ວໃນຕອນແລງຂອງມື້ນີ້, ວັນທີ 22/2/2022 ເລກງາມຍາມດີ ຕາມນີ້ເລີຍ

ຄວາມຕ້ອງການຂອງສັງຄົມລາວ ໃນການນຳໃຊ້ລົດໄຟລາວ-ຈີນ ເພື່ອການເດີນທາງໄປບັນດາແຂວງທີ່ມີລົດໄຟເຊື່ອມຜ່ານ ເຫັນໄດ້ວ່ານັບມື້ນັບເພີ່ມຂຶ້ນຫຼາຍ ແລະ ເປັນທີ່ນິຍົມຊົມໃຊ້ ເນື່ອງຈາກເປັນປະກົດການໃໝ່ທີ່ເກີດຂຶ້ນ ແລະ ຍັງປະຢັດເວລາໄດ້ຫຼາຍຖ້າທຽບໃສ່ຂີ່ລົດເມທຳມະດາ ແຕ່ຜ່ານມາຍັງມີພຽງລົດໄຟຂະບວນດ່ວນທີ່ມີລາຄາຂ້ອນຂ້າງສູງ ແນວໃດກໍ່ດີອີກບໍ່ເທົ່າໃດວັນຂ້າງໜ້ານີ້ ລົດໄຟຂະບວນທຳມະດາທີ່ລາຄາຖືກຈະເຂົ້າປະຈຳການໃນເສັ້ນທາງລົດໄຟແລ້ວ ເພີ່ມອີກໜຶ່ງທາງເລືອກສຳລັບຜູ້ຢາກຂຶ້ນລົດໄຟ.

ລົດໄຟຂະບວນທໍາມະດາ ໄດ້ເດີນທາງມາຮອດສະຖານີນະຄອນຫຼວງວຽງຈັນແລ້ວເມື່ອວັນທີ 18 ກຸມພານີ້,ເພື່ອຮອງຮັບຈໍານວນຜູ້ໂດຍສານທີ່ນັບມື້ນັບເພີ່ມຂຶ້ນເປັນຈໍານວນຫຼວງຫຼາຍ ເຊິ່ງລົດໄຟຂະບວນນີ້ ແມ່ນຈະຮັບຜູ້ໂດຍສານກວ່າ 1 ພັນຄົນ/ຖ້ຽວ ໂດຍສະເພາະໃນວັນເສົາ ແລະ ວັນອາທິດ.

ທ່ານ ວົງທອງ ສຸວັນທອງ ຮອງວິສະວະກໍາເອກ ບໍລິສັດລົດໄຟລາວ-ຈີນໄດ້ກ່າວຢືນຢັນຂ່າວນີ້ຫວ່າງບໍ່ດົນມານີ້ວ່າ, ບໍລິສັດລົດໄຟມີແຜນການຈະເປີດນໍາໃຊ້ລົດໄຟໂດຍສານທໍາມະດາ ທີ່ມີຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງໃນເດືອນມີນາ 2022 ເຊິ່ງລາຄາແມ່ນຈະຫຼຸດ 30% ຈາກລາຄາລົດໄຟໂດຍສານທີ່ແລ່ນຢູ່ປະຈຸບັນ. ນອກນັ້ນ,ລົດໄຟລາວ-ຈີນຍັງມີແຜນຈະເພີ່ມຂະບວນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອໃຫ້ລູກຄ້າບໍ່ຕ້ອງລໍຖ້າຊື້ປີ້ ສາມາດເດີນທາງດ້ວຍລົດໄຟຕາມຈຸດສະດວກສະບາຍ.

ທ່ານ ວົງທອງ ສຸວັນທອງກ່າວຕື່ມວ່າ: ນັບແຕ່ເປີດນໍາໃຊ້ການຂົນສົ່ງທາງລົດໄຟໃນທ້າຍປີ 2021 ເປັນຕົ້ນມາ, ບໍລິສັດລົດໄຟ ຍັງໄດ້ສ້າງວຽກເຮັດງານທໍາໃຫ້ແກ່ແຮງງານລາວ ປະຈຸບັນມີພະນັກງານ 1.206 ຄົນ, ໃນນັ້ນ,ເປັນພະນັກງານລາວ 675 ຄົນ. ຢູ່ສໍານັກງານໃຫຍ່ຂອງບໍລິສັດມີ 81 ຄົນ, ຄົນລາວ 35 ຄົນ, ຕໍາແໜ່ງການຜະລິດ ແລະ ຂົນສົ່ງແມ່ນ 640 ຄົນ, ໃນນັ້ນພະນັກງານລາວຢູ່ສູນຄຸ້ມຄອງ ແລະ ດໍາເນີນການ ນະຄອນຫຼວງວຽງຈັນມີ 563 ຄົນ, ພະນັກງານລາວຢູ່ສູນຄຸ້ມຄອງ ແລະ ບໍາລຸງຮັກສາ ຫຼວງພະບາງມີ 77 ຄົນ.

ໂດຍອີງຕາມຂໍ້ມູນຈາກບໍລິສັດລົດໄຟໃຫ້ຮູ້ວ່າ, ນັບແຕ່ເລີ່ມເປີດການຂົນສົ່ງຜູ້ໂດຍສານມາແຕ່ວັນທີ 4 ທັນວາ 2021 ເປັນຕົ້ນມາ, ຈົນເຖິງວັນທີ 13 ເດືອນກຸມພາ2022, ຂະບວນລົດໄຟຂົນສົ່ງຜູ້ໂດຍສານໄດ້ແລ່ນທັງໝົດ 128 ຄູ່, ຂົນສົ່ງຜູ້ໂດຍສານໄດ້ 124.225 ເທື່ອຄົນ, ສະເລ່ຍ 1.721 ຄົນຕໍ່ມື້, ການຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ແມ່ນ 2.804 ຄົນ.

ຂະນະທີ່ຂະບວນລົດໄຟຂົນສົ່ງສິນຄ້າ ໄດ້ແລ່ນທັງໝົດ 145 ຄູ່ຫຼື 290 ຖ້ຽວ, ຈໍານວນ ສິນຄ້າສະສົມທີ່ຂົນສົ່ງແມ່ນ 157.568 ໂຕນ, ສະເລ່ຍສິນຄ້າທີ່ຂົນສົ່ງຕໍ່ມື້ແມ່ນ 2.188 ໂຕນ, ຂົນສົ່ງສິນຄ້າສູງສຸດຕໍ່ມື້ແມ່ນ 6.748 ໂຕນ.
ຈາກ: cri