ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 22 ກຸມພາ ປີ 2022 ວ່າມາຮອດ ວັນທີ 21 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2.504 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 140 ຄົນ (ຕິດເຊື້ອພາຍໃນ 132 ຄົນ ແລະ ນໍາເຂົ້າ 08 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 132 ຄົນ ຈາກ 13 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 34 ຄົນ, ອັດຕະປື 16 ຄົນ, ຫົວພັນ 14 ຄົນ, ຊຽງຂວາງ 13 ຄົນ, ຜົ້ງສາລີ 10 ຄົນ, ໄຊສົມບູນ 9 ຄົນ, ວຽງຈັນ 8 ຄົນ, ສະຫັວນນະເຂດ 7 ຄົນ, ໄຊຍະບູລີ7 ຄົນ
ຄໍາມ່ວນ 5 ຄົນ, ເຊກອງ 5 ຄົນ, ຫຼວງພະບາງ 2 ຄົນ, ອຸດົມໄຊ 1 ຄົນ ແລະ ບໍລິຄໍາໄຊ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 08 ຄົນ ຈາກ ຫົວພັນ 6 ຄົນ ຈຳປາສັກ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 141.441 ຄົນ, ອອກໂຮງໝໍວານນີ້ 283 ຄົນ, ກຳລັງປິ່ນປົວ 2.259 ຄົນ ແລະ ເສຍຊີວິດທັງໝົດ 613 ຄົນ (ເສຍຊິວິດໃໝ່ 1 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 01 ຄົນ ແມ່ນຈາກ ຊຽງຂວາງ 1 ຄົນ.