ໝົດອາທິດອາກາດຈະໜາວທົ່ວທຸກພາກຂອງປະເທດຕ້ອງກຽມເຄື່ອງນຸ່ງອຸ່ນໄວ້

154

ກະຊວງຊັບພະຍາກອນທຳມະຊາດ ກໍ່ຄືກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ເລກທີ 0254/ກອຕທ ລົງວັນທີ 21 ກຸມພາ 2022 ກ່ຽວກັບ ສະພາບອາກາດໃນລະຫວ່າງ 21-27 ກຸມພານີ້ ແມ່ນຍັງຈະສືບຕໍ່ໜາວເຢັນ ທົ່ວທຸກພາກຂອງລາວ ພ້ອມຝົນຕົກຝົນບາງທ້ອງຖິ່ນ.

ໂດຍໃນໄລຍະ 21-25 ກຸມພານີ້ ມວນອາກາດໜາວເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນ ຫາໜາວເຢັນລົງ 2ຫາ 4 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ ແລະ ອາກາດແມ່ນຈະໜາວເຢັນຫຼາຍ ໂດຍສະເພາະຢູ່ແຂວງພາກເໜືອ ໄຊສົມບູນ, ແລະ ເຂດພູພຽງບໍລິເວນ ພ້ອມມີໝອກປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນໃນໄລຍະທ້າຍອາທິດ ວັນທີ 26-27 ກຸມພາ 2022 ຄວາມກົດດັນສູງຂອງອາກາດເຢັນຈະອ່ອນກຳລັງລົງປົກຄຸມຢູ່ທຸກພາກຂອງລາວ ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດໂດຍທົ່ວໄປຄ່ອຍອຸ່ນຂຶ້ນໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ

ພ້ອມນີ້ ທາງກົມອຸຕຸນິຍົມ ແລະ ອຸທົກກະສາດ ແມ່ນໄດ້ຝາກເຕືອນເຝົ້າລະວັງ ໃຫ້ປະຊາຊົນ ຈົ່ງກຽມພ້ອມ ແລະ ມີສະຕິຮັບມືສະພາບອາກາດທີ່ປ່ຽນແປງໄວຂອງອຸນຫະພູມ ເຊິ່ງອາດມີຜົນຕໍ່ສຸຂະພາບ ຄວນໃສ່ເຄື່ອງນຸ່ງຫົ່ມທີ່ໜາ ເພື່ອສ້າງຄວາມອົບອຸ່ນໃຫ້ກັບຮ່າງກາຍ ພ້ອມຕິດຕາມຂ່າວສະພາບອາກາດເປັນປະຈຳ.