ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ ຢ້ຽມຢາມ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນວ

133

ເພື່ອສ້າງຄວາມເຂົ້າໃຈເລິກເຊິ່ງ ແລະ ເຫັນຕົວຈິງໃນການພັດທະນາໂຄງການ ໃນວັນທີ 17 ກຸມພາ 2022, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກພາກ ນະຄອນຫຼວງວຽງຈັນ ຢູ່ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໂດຍໃຫ້ການຕ້ອນ ຮັບຂອງ ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ, ມີ ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການທ່າບົກທ່ານາແລ້ງ, ພ້ອມດ້ວຍຄະນະ, ພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມ.

อาจเป็นรูปภาพของ 1 คน, ดอกไม้ และ ข้อความพูดว่า "AID ทาบ"

ໂອກາດດັ່ງກ່າວ, ທ່ານ ວຽງຄອນ ສິດທິໄຊ ໄດ້ລາຍງານກ່ຽວກັບຄວາມເປັນມາຂອງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດຕິກ ນະຄອນຫຼວງວຽງຈັນ ວ່າ: ເປັນໂຄງການບຸລິມະສິດສຳຄັນໜຶ່ງຂອງລັດຖະບານ ໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ, ເຊື່ອມໂຍງດ້ານການຄ້າ, ການຂົນສົ່ງ ຫຼື Land Link Transit Transport Services ຂອງພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງ, ໂດຍການລວມເອົາ 2 ອົງປະກອບສໍາຄັນກໍຄື: ທ່າບົກ ແລະ ດ່ານສາກົນ ລວມເຂົ້າກັນໃນຈຸດທີ່ຕັ້ງໂຄງການດຽວ ຈຶ່ງເຮັດໃຫ້ໂຄງການນີ້ແມ່ນປຽບເໝືອນ ທ່າເຮືອທີ່ຕັ້ງຢູ່ເທິງບົກ ເຊິ່ງມັນຈະອໍານວຍຄວາມສະດວກສູງສຸດແກ່ການເຮັດກິດຈະກໍາທຸລະກໍາ ໃນການຜ່ານແດນສິນຄ້າ ແລະ ການຄ້າຜ່ານແດນ. ໂຄງການແມ່ນຕັ້ງຢູ່ຈຸດຍຸດທະສາດ ແລະ ມີຂອບເຂດສໍາປະທານເບື້ອງຕົ້ນ 382 ເຮັກຕາ ມີໄລຍະສໍາປະທານ 50 ປີ, ໂດຍແບ່ງອອກເປັນ 2 ໂຄງປະກອບຄື: 1. ສ້າງທ່າບົກ, 2. ສ້າງເຂດໂລຊິດສະຕິກຄົບວົງຈອນ ເຊິ່ງທັງສອງໂຄງລ່າງນີ້ ຄາດຄະເນການລົງທຶນທັງໝົດ 727,4 ລ້ານໂດລາສະຫະລັດ; ໂຄງການທ່າບົກ ແມ່ນລົງທຶນ 180 ລ້ານໂດລາ ແລະ ເຂດໂລຈິດສຕິກ ແມ່ນລົງທຶນ 547 ລ້ານໂດລາ ທັງໝົດນີ້ແມ່ນການລົງທຶນຂອງເອກະຊົນລາວ 100%.

อาจเป็นรูปภาพของ 1 คน และ หน้าจอ

ທ່ານ ສາຄອນ ພິລາງາມ ກ່າວວ່າ: ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເປັນເຂດໂລຈິສຕິກ ຄົບວົງຈອນ ຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ເຂດສໍາຄັນ ໄວ້ໃນຈຸດດຽວກັນ ຄື: 1. ສາງເກັບນໍ້າມັນ ເຊິ່ງເປັນພື້ນທີ່ສຳລັບຈັດເກັບສິນຄ້ານຳເຂົ້າປະເພດທາດແຫຼວຈຳນວນຫຼາຍ ຫຼື ນໍ້າມັນເຊື້ອໄຟຊະນິດຕ່າງໆ; 2. ບໍລິການສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າ; 3. ເປັນເຂດຮາລາຮັບ ແລະ ເຂດຜະລິດຕະພັນອຸດສາຫະກໍາ, ເຕັກໂນໂລຊີ, ສຳນັກງານຫ້ອງການ, ພື້ນທີ່ຕຶກອາຄານສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຂດການຄ້າ ແລະ ສຳນັກງານໃຫຍ່ ຂອງ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ; 4. ເປັນສູນກາງຄ່ຽນຖ່າຍສິນຄ້າ, ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າເຂົ້າ-ອອກ, ຜ່ານແດນ, ໂດຍມີບັນດາອົງປະກອບຂອງລະບົບສາງພາສີປະເພດຕ່າງໆ ຄົບວົງຈອນ ແລະ 5. ເປັນເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກເປັນເຂດທີ່ທັນສະໄໝ ແລະ ວ່ອງໄວທີ່ສຸດໃນພາກພື້ນ, ມີສະພາບແວດລ້ອມໃນການດຳເນີນທຸລະກິດທີ່ສາ ມາດແຂ່ງຂັນໄດ້ ແລະ ສາມາດກາຍເປັນສູນກາງການສົ່ງອອກສິນຄ້າໄປສູ່ຕະຫຼາດອາຊຽນ ແລະ ທົ່ວໂລກ.

อาจเป็นรูปภาพของ 7 คน, ผู้คนกำลังยืน, ชุดสูท และ สถานที่ในร่ม

ນອກຈາກນີ້, ຍັງໄດ້ລາຍງານຄວາມຄືບໜ້າໂຄງການວ່າ: ໃນໂຊນຂອງດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແມ່ນໄດ້ເປີດໃຫ້ບໍລິການມາແຕ່ວັນທີ 4 ທັນວາ 2021 ເປັນຕົ້ນມາ ປັດຈຸບັນມີລົດຂົນສົ່ງສິນ ຄ້າເຂົ້າ-ອອກ ປະມານ 600-700 ຄັນຕໍ່ວັນ. ພ້ອມດຽວກັນນີ້, ກໍກໍາລັງສ້າງທາງລົດໄຟລາວ-ຈີນ ໃຫ້ມາຄູ່ຂະໜານກັບ ທາງລົດໄຟລາວ-ໄທ ໃນເຂດໂຄງການ ເພື່ອຈະເຮັດໃຫ້ການຄ່ຽນຖ່າຍສິນຄ້າມີຄວາມສະດວກຂຶ້ນ ຄາດວ່າເດືອນມີນາ 2022 ນີ້ ຈະສຳເລັດ. ນອກຈາກນີ້, ຍັງໄດ້ລາຍງານແຜນການພັດທະນາໃນໂຊນຕ່າງໆຂອງໂຄງການໃຫ້ ທ່ານຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ ພ້ອມດ້ວຍຄະນະ ທີ່ໄດ້ລົງມາຕິດຕາມຢ້ຽມຢາມໃນຄັ້ງນີ້ ແລະ ໄດ້ມີການສົນທະນາແລກປ່ຽນ, ຕອບຄຳຖາມຕ່າງໆ ເພື່ອໃຫ້ທາງຄະນະຕະຫຼາດຫຼັກຊັບລາວ ໄດ້ຮັບຂໍ້ມູນທີ່ແທ້ຈິງ, ຊັດເຈນຫຼາຍຂຶ້ນ ເພື່ອນຳໄປໂຄສະນາເຜີຍແຜ່ ກໍຄືເຊີນຊວນເອົານັກລົງທຶນ, ລະດົມທຶນເຂົ້າມາລົງທຶນໃນໂຄງການເຂດດັ່ງກ່າວໃນອະນາຄົດ.

อาจเป็นรูปภาพของ ถนน

ພາຍຫຼັງທີ່ຮັບຟັງການລາຍງານຂອງໂຄງການແລ້ວ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ທີ່ໄດ້ສຸມກໍາລັງແຮງພັດທະນາໂຄງການນີ້ຂຶ້ນມາ ເຊິ່ງເປັນໂຄງການຂະໜາດໃຫຍ່, ໂຄງການຍຸດທະສາດ ແລະ ເປັນປະຫວັດສາດຂອງ ສປປ ລາວ ທີ່ໄດ້ມີຄວາມພະຍາຍາມຫັນຕົນເອງຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດທີ່ສາມາດເຊື່ອມໂຍງ, ເຊື່ອມຈອດ ແລະ ໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມຄັ້ງນີ້ວ່າ: ກໍເພື່ອຢາກຮັບຮູ້ ແລະ ເຂົ້າໃຈໂຄງການນີ້ຂຶ້ນຕື່ມ ພ້ອມທັງເບິ່ງທ່າແຮງວ່າໃນຕໍ່ໜ້າ ຈະມີການຮ່ວມມືກັນຄືແນວໃດ ເພື່ອໃຫ້ຕະຫຼາດຫຼັກຊັບເປັນຂົວຕໍ່ໃຫ້ຜູ້ສະໜອງແຫຼ່ງທຶນໃນຕໍ່ໜ້າ ໂດຍອີງໃສ່ບົດຮຽນຂອງຫຼາຍປະເທດຕະຫຼາດທຶນຖືວ່າມີບົດບາດໃຫ້ແກ່ທຸລະກິດ ໂດຍສະເພາະທຸລະກິດທີ່ມີທ່າຂະຫຍາຍຕົວ ແລະ ຕະຫຼາດຫຼັກຊັບ,​ ບໍລິສັດຫຼັກຊັບ ພວກເຮົາຍິນດີໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນໂຄງການດັ່ງກ່າວນີ້.

ໃນຕອນທ້າຍ, ທ່ານຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມເບິ່ງຫ້ອງການປະຕິບັດງານຂອງ ທ່າບົກທ່ານາແລ້ງ, ຫ້ອງການພາສີ, ລານຕູ້ສິນຄ້າ CY ແລະ ສ້າງຄ່ຽນຖ່າຍສິນຄ້າ, ປະຕູໂຂງ ແລະ ຈຸດເຊື່ອມຕໍ່ຈາກຂົວມິດຕະພາບ ລາວ-ໄທ ຫາ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ຕື່ມອີກ.

 

ຂ່າວ: ສັນຕິ, ພາບ: ສອນໄຊ