ຢູ 23 ລາວ ດັບຝັນ ມາເລເຊຍ 2 ນັດຊ້ອນສ້າງປະຫວັດສາດເຂົ້າຮອບ 4 ທີມ

306

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີຊຸດປີ 2022 ກັບ ຫົວໜ້າຄູຝຶກຄົນໃໝ່ ມາແຮງເຫຼືອເກີນສາມາດເອົາຊະນະ ທີມຊາດມາເລເຊຍ ຮຸ່ນອາຍຸບໍ່ເກີນ 23 ປີໄດ້ 2 ນັດຕິດຕໍ່ກັນ ຫຼັງນັດຫຼ້າສຸດເອົາຊະນະໄປ 1-0 ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີປະຈໍາປີ 2022 ທີ່ປະເທດກໍາປູເຈຍ ຮອບແບ່ງກຸ່ມໆ B ນັດທີ 2 ປະຈໍາວັນທີ 21 ກຸມພາ 2022.

ກ່ອນໜ້ານີ້ ທ່ານ Michael Weiss ຄູຝຶກຊາວເຢຍລະມັນ ກ່ອນໜ້ານີ້ໃນທ້າຍອາທິດທີ່ຜ່ານມາກໍສ້າງຄວາມປະທັບໃຈໃຫ້ກັບຊາວລາວ ທັງປະເທດດ້ວຍຮູບເກມທີ່ນັກເຕະແຕ່ລະຄົນຕ້ອງແລ່ນກັນແບບບໍ່ຮູ້ເມື່ອຍທັງໄລ່ບານ, ບີບຢ່າງໄວ ແລະ ສວນກັບດ້ວຍປະສິດທິພາບ ຈົນເຮັດໃຫ້ ມາເລເຊຍ ຕັ້ງຕົວບໍ່ຕິດ ຈົນເຮັດໃຫ້ ທີມຊາດລາວ ພິກເອົາຊະນະ 2-1 ໃນນັດທໍາອິດ.

ຫຼ້າສຸດວັນທີ 21 ກຸມພາ 2022 ເປັນການແຂ່ງຂັນ ນັດທີ 2 ລະຫວ່າງ ຢູ 23 ມາເລເຊຍ ໃນຖານະເຈົ້າບ້ານ ພົບກັບ ທີມຊາດລາວ ປາກົດວ່າ: ນັດນີ້ ຢູ 23 ຍິ່ງຮ້ອນແຮງ ເພາະນັກເຕະແຕ່ລະຄົນໄລ່ບານແບບບໍ່ຮູ້ເມືອຍ ແລະ ທີ່ສໍາຄັນພໍໄດ້ບານກໍຕໍ່ເກມບຸກທັນທີ ຈົນເຮັດໃຫ້ ມາເລເຊຍ ຕັ້ງຕົວບໍ່ຕິດເຊັ່ນເກົ່າຕະຫຼອດທັງເກມ ກ່ອນເສຍໄປ 2-0 ຈາກການຍິງຂອງ ບຸນພະຈັນ ບຸນກອງ ຈາກການຍິງຟຣີຄິກໄລຍະ 20 ກວ່າແມັດ ນາທີ 43 ແລະ ເຄິ່ງເວລາທີ 2 ສຸກສາຄອນ ບົວໄພວັນ ນາທີ 86 ຊ່ວຍໃຫ້ທີມຊາດລາວ ເອົາຊະນະ ມາເລເຊຍ 2-0.

ຈາກໄຊຊະນະນັດນີ້ເຮັດໃຫ້ ຢູ 23 ລາວ ເອົາຊະນະ ມາເລເຊຍ ລວມຜົນ 2 ນັດ 4-1 ( ນັດທໍາອິດຊະນະ 2-1 ແລະ ນັດທີ 2 ຊະນະ 2-0 ) ຜ່ານເຂົ້າຮອບ 4 ທີມສຸດທ້າຍໄປລໍຖ້າພົບ ທີມອັນດັບ 2 ຂອງກຸ່ມ A ຫຼື ກຸ່ມ C ໃນວັນທີ 24 ກຸມພາ 2022 ເວລາ 16:00 ໂມງທີ່ ທີ່ສະໜາມ Morodok Techo National Stadium ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ເຊິ່ງຈະຮູ້ໄດ້ຫຼັງຈາກທີ່ ທີມຊາດຫວຽດນາມ ພົບກັບ ທີມຊາດໄທ ລົງແຂ່ງຂັນນັດສຸດທ້າຍຂອງກຸ່ມ C ທີ່ຈະແຂ່ງຂັນໃນວັນທີ 22 ກຸມພາ 2022 ເວລາ 19:00 ໂມງ ( ໄດ້ຜົນຈະລາຍງານໃຫ້ຊາບ ).

ນອກນັ້ນ, ໄຊຊະນະນັດນີ້ຍັງເຮັດໃຫ້ ຢູ 23 ລາວ ເອົາຊະນະ ຢູ 23 ມາເລເຊຍ ໄດ້ເປັນນັດທີ 2 ໃນປະຫວັດສາດ ( ເບິ່ງສະຖິຕິອື່ນໆໄດ້ທີ່ຄລິບລຸ່ມນີ້ )