ສະຫະພັນກ໊ອຟແຫ່ງຊາດລາວ ກຽມຄັດເລືອກນັກກີລາທີມຊາດລຸຍຊີເກມ – ເອຊຽນ ເກມ ເດືອນມີນານີ້

121

ສະຫະພັນກ໊ອຟແຫ່ງຊາດລາວ ( ສກລ ) ປະກາດຜ່ານເພຈ໌ບຸກທາງການວ່າ: ກຽມຈັດການແຂ່ງຂັນກ໊ອຟ ຄັດເລືອກທີມຊາດ ເພື່ອເຂົ້າຮ່ວມໃນງານຊີເກມ ແລະ ເອຊຽນ ເກມ ທີ່ກໍານົດແຂ່ງຂັນໃນປີ 2022 ໂດຍຈະໃຊ້ເຖິງ 7 ສະໜາມດ້ວຍກັນໃນການຄັດເລືອກ ແລະ ຝຶກຊ້ອມເກັບຕົວທີມຊາດ.

ສະະພັນກ໊ອຟແຫ່ງຊາດລາວ ລະບຸວ່າ: ເລີ່ມລົງທະບຽນນັບຕັ້ງແຕ່ວັນທີ 1-20 ກຸມພາ 2022 ຮັບນັກກີລາອາຍຸແຕ່ 18-35 ປີ ແລະ ວັນທີ 4-6 ມີນາ 2022 ແມ່ນແຂ່ງຂັນຄັດເລືອກເອົາຕົວແທນທີມຊາດລາວ ກ່ອນທີ່ວັນທີ 9 ມີນາ – 9 ພຶດສະພາ 2022 ເປັນໄລຍະຝຶກຊ້ອມ ແລະ ກັບຕົວທີມຊາດ ຈົນກະທັ້ງວັນທີ 12-19 ພຶດສະພາ 2022 ອອກເດີນທາງໄປແຂ່ງຂັນຊີເກມ ທີ່ຮ່າໂນ້ຍ ປະເທດຫວຽດນາມ.

ສໍາລັບ ສະໜາມທີ່ໃຊ້ໃນການຄັດເລືອກ ແລະ ຝຶກຊ້ອມມີຫຼາຍສະໜາມທົ່ວປະເທດດັ່ງນີ້:
1.ສະໜາມກ໊ອຟ ເລັກວິວ ວຽງຈັນ
2.ສະໜາມກ໊ອຟ ຊີເກມ ບູຢອງລາວ
3.ສະໜາມກ໊ອຟ ລາວ ຄັນທຣີ ຄລັບ

4.ສະໜາມກ໊ອຟ ລອງວຽນ
5.ສະໜາມກ໊ອຟ ຫຼວງພະບາງ
6.ສະໜາມກ໊ອຟ ປາກເຊ
ຂ່າວ: ຫຼ້າ MKP, ຮູບ: ສອນໄຊ