ພັດທະນາຕໍ່ເນື່ອງ ບໍລິການສູ່ຄວາມເປັນເລີດ ກ້າວສູ່ລາງວັນ “ ດ້ານນະວັດຕະກໍາດີເດັ່ນ ” ແຫ່ງປີ 2021

62

ເປັນອີກໜຶ່ງລາງວັນທີ່ຢັ້ງຢືນຜົນງານພົ້ນເດັ່ນຂອງ ບໍລິສັດ ສະຕາຟີນເທັກ ທີ່ຫຼາຍໆຄົນຈະຄຸ້ນເຄີຍໃນຊື່ ຢູມັນນີ  “u-money” ໂດຍຫຼ້າສຸດໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະເພດທຸລະກິດ SME “ດ້ານນະວັດຕະກໍາດີເດັ່ນ”.

อาจเป็นรูปภาพของ 1 คน, กำลังยืน และ สถานที่ในร่ม

ທ່ານ ນ. ພອນເພັດ ພຸດທະວົງ ຮອງຜູ້ອໍານວຍການ ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ສະຕາຟິນເທັກ ເປັນບໍລິສັດໃນເຄືອ ຂອງ ບໍລິສັດ ສະຕາໂທລະຄົມ ຈໍາກັດ ຫຼື ຢູນີເທວ ໂດຍບໍລິສັດໄດ້ພັດທະນາ ບໍລິການ “u-money” ທີ່ເອີ້ນວ່າ “ ກະເປົາເງິນທາງມືຖື ” ນັບແຕ່ປີ 2014. ໃນຂະນະນັ້ນມີທີ່ປຶກສາຊ່່ຽວຊານຂອງອົງການຈັດຕັ້ງສາກົນ ຂອງກອງທຶນເພື່ອພັດທະນາ ສະຫະປະຊາຊາດ (UNCDF) ໃຫ້ການຊ່ວຍເຫຼືອ ແນະນຳດ້ານບໍລິການ ທີ່ມີຄຸນນະພາບ ແລະ ເໝາະສົມກັບຄວາມຕ້ອງການຂອງປະຊາຊົນຢ່າງແທ້ຈິງ. ຕໍ່ມາໄດ້ເປີດທົດລອງນໍາໃຊ້ໃນ ເດືອນສິງຫາ ປີ 2018 ແລະ ຮອດເດືອນ ສິງຫາ ປີ 2019  ໄດ້ຮັບອະນຸຍາດຢ່າງເປັນທາງການ.

ທ່ານ ກ່າວຕື່ມວ່າ: ກ່ອນໜ້ານີ້ 3 ປີຫຼັງ ເປັນຊ່ວງທີ່ ຢູມັນນີ ອອກທົດລອງສະໜອງບໍລິການ ໂມບາຍມັນນີ ເວົ້າລວມ, ເວົ້າສະເພາະແມ່ນບໍລິການ ຢູມັນນີ ເຊິ່ງເປັນກະເປົາເງິນ ເອເລັກໂຕຣນິກ ຫລື ທີ່ເອີ້ນວ່າ ອີ ວໍເລັດ ເປັນບໍລິການຂ້ອນຂ້າງຈະໃໝ່ສຳລັບປະຊາຊົນລາວ ບວກກັບ ຄວາມເຄີຍຊິນໃນການນຳໃຊ້ເງິນສົດເປັນສ່ວນໃຫຍ່ ດັ່ງນັ້ນ, ການປະຊາສຳພັນຢ່າງຕໍ່ເນື່ອງບໍ່ວ່າຈະເປັນທາງສື່ສັງຄົມອອນລາຍ, ສື່ສິ່ງພິມ, ເຂົ້າຫາບັນດາຫ້ອງການຕ່າງໆແມ່ນມີຄວາມຈໍາເປັນ ເພື່ອແນະນຳການບໍລິການ ຢ່າງເລິກເຊິ່ງ ຄຽງຄູ່ກັບທິດທາງແຜນການ ຂອງພັກ ແລະ ລັດຖະບານໄດ້ວາງອອກ ນັ້ນຄື: ການຫັນເຂົ້າສູ່ສັງຄົມດີຈີຕອລ. ສະນັ້ນ ແນ່ນອນຂົງເຂດວຽກງານການເງິນ ກໍເປັນອີກໜຶ່ງຂະແໜງການທີ່ສຳຄັນຕ້ອງໄດ້ຫັນປ່ຽນໄປຕາມຍຸກສະໄໝ ເພື່ອໃຫ້ປະຊາຊົນ ສາມາດເຂົ້າເຖິງບໍລິການດ້ານການເງິນໄດ້ທົ່ວທຸກບ່ອນ, ສາມາດໂອນ-ຖອນເງິນ, ຊໍາລະບໍລິການຕ່າງໆໄດ້ ເຊິ່ງເປັນອີກຈຸດໜຶ່ງຊ່ວຍຫຼຸດຜ່ອນການນຳໃຊ້ເງິນສົດ ຫັນສູ່ລະບົບບໍລິການທີ່ທັນສະໄໝ, ວ່ອງໄວ ແລະ ປອດໄພ.

ທ່ານ ຮອງຜູ້ອໍານວຍການ ໄດ້ໃຫ້ຮູ້ອີກວ່າ: ປັດຈຸບັນ u-money ມີບໍລິການເບີກຈ່າຍເງິນ ເດືອນ-ເງິນອຸດໜູນຕ່າງໆ ໃຫ້ແກ່ພະນັກງານລັດຖະກອນໃນ 9 ເມືອງທີ່ບໍ່ມີໜ່ວຍບໍລິການດ້ານທະນາ ຄານ ຂອງຄັງເງິນແຫ່ງຊາດ ເຊິ່ງເປັນປີທີສອງ ໃນການດຳເນີນການເບີກຈ່າຍ ແລະ ໄດ້ຮັບການຕີລາຄາສູງຈາກຄັງເງິນແຫ່ງຊາດ. ນອກນັ້ນ ການເບີກຈ່າຍເງິນເດືອນ ໃຫ້ແກ່ນາຍບ້ານເກືອບທັງໝົດທົ່ວປະເທດ, ເບີກຈ່າຍເງິນເດືອນໃຫ້ແກ່ ບໍລິສັດ ເອກະຊົນ; ເບີກຈ່າຍເງິນຊ່ວຍເຫລືອຕ່າງໆໃຫ້ແກ່ປະຊາຊົນເຂດຫ່າງໄກ ເປັນຕົ້ນການເບີກຈ່າຍເງິນຊ່ວຍເຫລືອຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ຂອງກະຊວງ ກະສິກຳ ແລະ ປ່າໄມ້ ໃນ 4 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຊຽງ ຂວາງ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍນຳໃຊ້ u-money ເພື່ອເບີກຈ່າຍເງິນອຸດໜູນ ໃຫ້ແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ (ອາຍຸຕ່ຳກວ່າ 6 ເດືອນ) ຈຳນວນ 1.400 ຄົນໃນໄລຍະ 18 ເດືອນ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ. ປັດຈຸບັນ ຢູມັນນີ ມີຜູ້ລົງທະບຽນນຳໃຊ້ ກວ່າ 1,6 ລ້ານບັນຊີ, ຮ້ານຕົວແທນບໍລິການ 10.000 ຮ້ານຕົວແທນ ເຊິ່ງປະຊາຊົນສາມາດ ເຮັດທຸລະກຳ ຕ່າງໆໄດ້ຢ່າງປອດໄພ.

อาจเป็นรูปภาพของ หนึ่งคนขึ้นไป และ ข้อความ

ທ່ານ ຮອງຜູ້ອໍານວຍການ ໄດ້ໃຫ້ຮູ້ບາງຜົນງານພົ້ນເດັ່ນຜ່ານມາວ່າ: ຈາກຜົນສໍາເລັດ ແລະ ຜົນ ງານທີ່ພົ້ນເດັ່ນຜ່ານມາ ສົ່ງຜົນໃຫ້ບໍລິສັດ ສາມາດຄວ້າໄດ້ 3 ລາງວັນຄື:

  1. ລາງວັນ ນັກທຸລະກິດຊັ້ນນຳດີເດັ່ນ ສຄອຊ ໃນໄລຍະໂຄວິດ-19 ປະຈໍາປີ 2021 ຈາກ ສະພາການຄ້າ ແລະ ອຸດສາຫະ ກຳແຫ່ງຊາດລາວ (ສຄອຊ);
  2. ລາງວັນ Silver Stevie ໃນຫົວຂໍ້ “ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ” (Award for Innovation in Consumer Products & Services) ທີ່ສະໜອງບໍລິການ-ການເງິນຜ່ານມືຖື ໃນ ສປປ ລາວ ທີ່ປະກາດລາງວັນໂດຍ Asia-Pacific Stevie Awards 2020;
  3. ລາງວັນຈາກ IT world Awards 2020 ຈັດໂດຍ Network Product Guide ໃນໝວດໝູ່: ຜະລິດຕະພັນ ແລະ ການບໍລິການທີ່ສະໜອງດ້ານເຕັກໂນໂລຊີ ໃນຂົງເຂດວຽກງານການເງິນ, ການທະນາຄານ ແລະ ປະກັນໄພ (IT Products & Services for Finance, Banking and Insurance);

ຫຼ້າສຸດນີ້ແມ່ນໄດ້ຮັບລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະເພດທຸລະກິດ SME “ດ້ານນະວັດຕະກໍາດີເດັ່ນ”.

ຄໍາຂວັນ :  “ຢູມັນນີ ທາງເລືອກທີ່ດີ່ກວ່າ”

“ ບໍລິການໂອນເງິນທີ່ດີ ທີ່ສຸດ   –  ທຸກທີ່ ທຸກເວລາ ໃຜກໍ່ໃຊ້ໄດ້  Anytime Aynwhere Anyone”