ຂ່າວນີ້ຖືວ່າເປັນກະແສທີ່ສັງຄົມໃຫ້ຄວາມສົນໃຈຫຼາຍສົມຄວນ ຈາກທີ່ຜູ້ເສຍຫາຍໄດ້ໂພສຂໍຄວາມຊ່ວຍເຫຼືອ ເພາະວ່າໃນຕອນເຊົ້າຂອງວັນທີ 13 ກຸມພາ 2022 ໄດ້ມີໂຈນເຂົ້າມາລັກເອົາງົວຈຳນວນ 1 ໂຕ ແລະ ເຈົ້າຂອງງົວກໍ່ໄດ້ປະກາດວ່າ ຮູ້ເບາະແສໃຫ້ 10 ລ້ານກີບ.
ງົວທີ່ຖືກລັກໄປແມ່ນ ລ່າມກິນຫຍ້າໄວ້ໃນເດີ່ນກວ້າງ ແຕ່ໂຈນກໍ່ຈູງຂຶ້ນລົດແບບບໍ່ລັງເລ ແລະ ກ້າຫານຫຼາຍ ໂດຍຄະດີນີ້ຜູ້ເສຍຫາຍກໍ່ບໍ່ລໍຊ້າ ເຂົ້າແຈ້ງຄວາມທັນທີ. ໃນວັນທີ 13 ກຸມພາ 2022 ປກສ ເມືອງ ໄຊທານີ ໄດ້ຮັບແຈ້ງຄວາມຈາກ ທ້າວ ສຸດາເພັດ ວ່າ: ໄດ້ມີຄົນຮ້າຍມາລັກງົວຂອງຕົນເອງ ທີ່ລ່າມໄວ້ຢູ່ເຂດ ບ້ານໂນນສະອາດ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມກວດກາ.
ພໍຮອດເວລາ 13:00 ໂມງຂອງວັນດຽວກັນສາມາດກັກຕົວຄົນຂີ້ລັກໄດ້ 1 ຄົນ ຄື ທ້າວ ຄວາຍ ອາຍຸ 34 ປີ ອາຊີບຄ້າຂາຍ ຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫລວງວຽງຈັນ ຂໍ້ຫາຄະດີ ຈັບທ້າວ ຄວາຍ ລັກງົວທີ່ລ່າມກິນຫຍ້າ ຂອງປະຊາຊົນ.
ຜູ້ກໍ່ຄະດີແມ່ນເຮັດອາຊີບຄ້າຂາຍຢູ່ແລ້ວ ແຕ່ກໍ່ຍັງກ້າເຮັດສິ່ງທີ່ຜິດ ແລະ ຂໍໃຫ້ເປັນບົດຮຽນແກ່ສັງຄົມ ອາຊີບທີ່ດີ ແລະ ຖືກຕ້ອງ ແມ່ນອາຊີບທີ່ສາມາດກຸ້ມໂຕເອງໄດ້ ເຖິງຈະມີອຸປະສັກແດ່ ແຕ່ມັນກໍ່ຕ້ອງລອງຜິດລອງຖືກ ເພາະຖ້າມັນງ່າຍເກີນໄປ ເຂົາບໍ່ເອີ້ນວ່າຊີວິດ ບໍ່ຄວນຄິດຫາກິນງ່າຍ ແຕ່ມາຕາຍຍ້ອນຄວາມມັກງ່າຍ ສ້າງຄວາມອັບອາຍໃຫ້ກັບຄອບຄົວ..