ຊາວລາວທັງປະເທດ ປະທັບໃຈ ຄູຝຶກໃໝ່-ນັກເຕະ ຢູ 23 ພາທີມສ້າງປະຫວັດສາດ ຊະນະ ມາເລເຊຍ

189

ກາຍເປັນຄວາມປະທັບໃຈຂອງຊາວລາວທັງປະເທດ ຫຼັງຈາກທີ່ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ສ້າງໂອກາດຍິງຫຼາຍກວ່າຄູ່ແຂ່ງ ຈົນສຸດທ້າຍສ້າງປະຫວັດສາດເອົາຊະນະ ທີມຊາດມາເລເຊຍ ໄດ້ເປັນຄັ້ງທໍາອິດ ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີປະຈໍາປີ 2022 ທີ່ປະເທດກໍາປູເຈຍ ຮອບແບ່ງກຸ່ມໆ B ນັດທໍາອິດ ເມື່ອວັນສຸກຜ່ານມາ.

ນັດດັ່ງກ່າວ ທ່ານ Michael Weiss ຄູຝຶກຊາວເຢຍລະມັນ ຮັບໜ້າທີ່ຫົວໜ້າຄູຝຶກ ຢູ 23 ລາວ ລົງສະໜາມນັດທາງການນັດທໍາອິດ ສົ່ງຊຸດໃຫຍ່ລົງ ໂດຍສະເພາະແມ່ນກອງໜ້າ 3 ປະສານຢ່າງ ບຸນພະຈັນ ບຸນກອງ, ວີສິດ ບຸນປະເສີດ ແລະ ໂຈນີ້ ແຫວນປະເສີດ ເຊິ່ງເກມການແຂ່ງຂັນກໍຖືກໃຈກອງເຊຍ ເພາະສາມາດເປີດເກມບຸກ ແລະ ສວນກັບໃສ່ ມາເລເຊຍ ໄດ້ຢ່າງຕໍ່ເນື່ອງ ເຖິງວ່າໃນເຄິ່ງເວລາທໍາອິດ ມາເລເຊຍ ຈະຄອງເກມໄດ້ຫຼາຍກວ່າ ແລະ ມີໂອກາດຍິງຕໍ່ເນື່ອງ ລວມເຖິງໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ໃນໄລຍະຕໍ່ເວລາບາດເຈັບເຄິ່ງເວລາທໍາອິດ.

ຢ່າງໃດກໍຕາມ, ເຄິ່ງເວລາທີ 2 ຢູ 23 ລາວ ສ້າງຄວາມຕື່ນເຕັ້ນ ແລະ ເຮັດໃຫ້ຊາວລາວທັງປະເທດໄດ້ສະຫຼອງກັນຢ່າງຍິ່ງໃຫຍ່ ຫຼັງຈາກທີ່ ບຸນພະຈັນ ບຸນກອງ ຫົວໜ້າທີມຍິງປະຕູສໍາຄັນຕີສະເໝີໃຫ້ກັບ ຢູ 23 ລາວ ໄລ່ມາເປັນ 1-1 ນາທີໆ 56 ດ້ວຍທັກສະສະເພາະຕົວຫຼັງຈາກທີ່ໄດ້ຮັບບານຈາກກອງກາງສົ່ງເຂົ້າໜ້າເສັ້ນ 18 ຈັບໜຶ່ງຈະຫວະ ລ໊ອກໜີກອງຫຼັງມາເລເຊຍ ກ່ອນຍິງດ້ວຍຂວາຜ່ານ ຜູ້ຮັກສາປະຕູເຂົ້າໄປຢ່າງສວຍງາມ; ຖັດຈາກນັ້ນທີມຊາດລາວ ໄດ້ລູກໄໝໄລຍະຫວັງຜົນ ແລະ ກໍເປັນ ບຸນພະຈັນ ຮັບໜ້າທີ່ເປີດເຂົ້າເຂດໂທດ ເພັດດາວັນ ສົມສະນິດ ກະໂດດໂໝ່ງເຂົ້າໄປຢ່າງສວຍງາມ ແລະ ເປັນປະຕູໄຊໃຫ້ກັບທີມຊາດລາວ ພິກເອົາຊະນະ ມາເລເຊຍ 2-1.

ຈາກໄຊຊະນະນັດນີ້ເຮັດໃຫ້ ຢູ 23 ລາວ ເກັບຄວາມໄດ້ປຽບໄວ້ໃນມືກ່ອນທີ່ນັດທີ 2 ນັດຕັດສິນຈະ ແຂ່ງຂັນກັນໃນວັນທີ 21 ກຸມພາ 2022 ເວລາ 19:00 ໂມງທີ່ສະໜາມ Morodok Techo National Stadium ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ເຊິ່ງຖ້າຜົນລວມ 2 ນັດທີມໃດດີກວ່າຈະໄດ້ເຂົ້າຮອບ 4 ທີມທັນທີ, ສ່ວນທີມເສຍ ແມ່ນຕົກຮອບ.
ເບິ່ງສະຖິຕິອື່ນໆໄດ້ທີ່ວີດີໂອລຸ່ມນີ້: