4 ຈຸດທີ່ມີຝົນຕົກຫຼາຍສຸດມື້ນີ້ ຢູ່ໃສແດ່ໄປເບິ່ງກັນ

132

ສະພາບກາດໃນໄລຍະນີ້ ຍັງຕ້ອງຕິດຕາມຢ່າງໃກ້ຊິດ ເນື່ອງຈາກມີທັງຝົນຕົກ, ຟ້າເຫຼື້ອມ ແລະລົມໜາວໄປພ້ອມໆກັນ ສະນັ້ນ ການຮັກສາສຸຂະພາບ ຕ້ອງໃຫ້ອົບອຸ່ນຢູ່ສະເໝີ ເພື່ອບໍ່ໃຫ້ໄດ້ຮັບຜົນກະທົບຈາກ ຂອງດິນຟ້າອາກາດທີ່ແປປັ່ນ.

ຈາກສະພາບການຕົວຈີງໃນວັນທີ 20 ກຸມພາຜ່ານມານີ້ເຫັນວ່າ ປະລິມານນ້ຳຝົນລົງຫຼາຍໃນແຂວງວຽງຈັນ ເຮັດໃຫ້ ຂົວຊົມວິວນໍ້າຊອງ ເຂດຖໍ້າລົມວັງວຽງຖືກພັດໄຫຼໄປກັບສາຍນ້ຳ ຕາມແຫຼ່ງຂ່າວເມືອງວັງວຽງລາຍງານວ່າ ຂົວຊົມວິວຂ້າມນໍ້າຊອງ ເຂດທ່ອງທ່ຽວຖໍ້າລົມ ຂອງເມືອງວັງວຽງ ແຂວງວຽງຈັນຖືກນໍ້າຖ້ວມ ແລະພັດຫັກ ໃນຕອນບ່າຍວັນທີ 20 ກຸມພາ ພາຍຫຼັງມີຝົນຕົກໜັກຕິດຕໍ່ກັນໃນລະຫວ່າງວັນທີ 19-20 ກຸມພານີ້.

ບໍ່ພຽງເທົ່ານັ້ນ ເຂດທ່ອງທ່ຽວຖໍ້າລົມຍັງມີຂົວຂ້າມຊົມວິວຫັກອີກຢ່າງໜ້ອຍໜຶ່ງແຫ່ງ, ນອກນັ້ນ, ນໍ້າຖ້ວມຄັ້ງນີ້ຍັງໄດ້ພັດເອົາເຄື່ອງຂອງຂອງປະຊາຊົນທີ່ຄ້າຂາຍລຽບຕາມນໍ້າຊອງ ແລະສິ່ງອໍານວຍຄວາມສະດວກຫຼາຍຢ່າງໄຫຼໄປກັບນໍ້າ.
ປັດຈຸບັນນີ້ເຈົ້າໜ້າທີ່ທ້ອງຖິ່ນກໍາລັງເກັບກໍາຂໍ້ມູນຄວາມເສຍຫາຍເບື້ອງຕົ້ນ ແລະຍັງບໍ່ມີລາຍງານເຖິງຜູ້ບາດເຈັບ ຫຼືເສຍຊີວິດ.

ໃນຕອນເຊົ້າຂອງວັນດຽວກັນ ທາງເວັ້ນຂົວຫ້ວຍຊ້າງ ລະຫວ່າງເຂດບ້ານບໍ່ຈ່ານ ແລະ ບ້ານໂພນມ່ວງ ເມືອງຫີນເຫີບ ແຂວງວຽງຈັນ, ຫ່າງຈາກສາມແຍກຫີນເຫີບ ໄປປະມານ 15 ກິໂລແມັດ ກໍ່ຖືກນໍ້າເຊາະເຈື່ອນ ເຮັດໃຫ້ເສັ້ນທາງດັ່ງກ່າວຖືກຕັດຂາດ ແລະ ລົດບໍ່ສາມາດສັນຈອນໄປ-ມາໄດ້.

ສະນັ້ນ, ບັນດາທ່ານທີ່ຈະເດີນທາງໄປເມືອງເຟືອງ ຫລື ຈາກເມືອງເຟືອງໄປຫາ ເມືອງຫີນເຫີບ ຄວນສຶກສາເບິ່ງເສັ້ນທາງກ່ອນເດີນທາງ ເນື່ອງຈາກໄລຍະນີ້ ມີຝົນຕົກຢ່າງຕໍ່ເນື່ອງ ອາດເຮັດໃຫ້ການເດີນທາງໄປມາບໍ່ສະດວກ.

ສຳລັບມື້ນີ້ ຕາມລາຍງານຂອງກົມອຸຕຸນິຍົມ ແລະອຸທົກກະສາດໃນຕອນເຊົ້າວັນທີ 21 ກຸມພາແມ່ນ ຈະມີຝົນຕົກໜັກຫຼາຍຢູ່ທາງແຂວງໄຊສົມບູນ, ຊຽງຂວາງ, ເມືອງວຽງໄຊ ແຂວງຫົວພັນ, ເມືອງໂພນແຮງ ແຂວງວຽງຈັນ ຂໍໃຫ້ພໍ່ແມ່ພີ່ນ້ອງມີຄວາມລະມັດລະວັງຕໍ່ສະພາບອາກາດ ແລະຢ່າປະໝາດເດັດຂາດ ເພາະໄພທຳມະຊາດເປັນສິ່ງທີ່ທຸກຄົນບໍ່ສາມາດປະເມີນເຫດການລ່ວງໜ້າໄດ້.