ຄາດ ເສດຖະກິດສິງກະໂປຈະຂະຫຍາຍຕົວ 3-5% ໃນປີນີ້

18 Feb 2022

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວບລູມເບີກ ລາຍງານວ່າ ກະຊວງການຄ້າ ແລະ ອຸດສາຫະກຳຂອງສິງກະໂປເປີດເຜີຍວ່າ ເສດຖະກິດສິງກະໂປໄດ້ຟື້ນຕົວຢ່າງເຂັ້ມແຂງ ອີກທັງລັດຖະບານໄດ້ປະກາດຜ່ອນຜັນມາດຕະການຄວບຄຸມໂຄວິດ-19.

ທ່ານ ນາງ ເຊເລນາ ຫລິງ ຫົວໜ້າຝ່າຍວິໄຈຂອງທະນາຄານ OCBC ຂອງສິງກະໂປສະແດງຄວາມຄິດເຫັນວ່າ ການຜ່ອນຜັນມາດຕະການຄວບຄຸມໂຄວິດ-19 ຂອງລັດຖະບານ ໜ້າຈະເປັນໄປຢ່າງສະດວກ ພ້ອມທັງຄາດການວ່າ ຕົວເລກຄາດການຂະຫຍາຍຕົວດ້ານເສດຖະກິດຂອງສິງກະໂປ 3-5% ນັ້ນ ອາດຈະມີທ່າອ່ຽງສູງກວ່ານັ້ນ ຫາກລັດຖະບານເປີດປະເທດຕ້ອນຮັບນັກທ່ອງທ່ຽວ.

ແນວໃດກໍຕາມ ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປເຕືອນວ່າ ເສດຖະກິດສິງກະໂປ ມີໂອກາດຫົດຕົວໄດ້ເຊັ່ນກັນ ເນື່ອງຈາກຄວາມຕ້ອງການຂອງໂລກຫຼຸດລົງ ໂດຍສະເພາະຈາກສະຫະລັດອາເມຣິກາ, ເອີຣົບ ແລະ ສປ ຈີນ ເນື່ອງຈາກບັນຫາການຂົນສົ່ງ, ລາຄາພະລັງງານເພີ່ມຂຶ້ນສູງ ຕະຫຼອດຮອດນະໂຍບາຍຄວບຄຸມດ້ານການເງິນຂອງບາງປະເທດ. ນອກຈາກນີ້ ສິງກະໂປຍັງປະເຊີນກັບອັດຕາເງິນເຟີ້ເພີ່ມຂຶ້ນ ສູງສຸດໃນຮອບ 8 ປີ ຈົນເຮັດໃຫ້ທະນາຄານກາງສິງກະໂປ (MAS) ຕ້ອງອອກນະໂຍບາຍຄວບຄຸມການເງິນ ໃນເດືອນຜ່ານມາ ເຊິ່ງໄດ້ສ້າງ ຄວາມແປກປະຫຼາດໃຈໃຫ້ແກ່ຕະຫຼາດການເງິນບໍ່ໜ້ອຍ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ