ເອຢິບ ຄົ້ນພົບບໍ່ນ້ຳມັນບໍລິເວນອ່າວຊູເອຊ

45

ສຳນັກຂ່າວຊິນຮວາລາຍງານວ່າ ກະຊວງຊັບພະຍາກອນປີໂຕຣລຽມ ແລະ ແຮ່ທາດຂອງເອຢິບເປີດເຜີຍວ່າ ບໍລິສັດ Dragon Oil ເຊິ່ງເປັນບໍລິສັດຂອງລັດຖະບານອາຣັບເອມີເຣດ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນດູໄບ ໄດ້ຄົ້ນພົບບໍ່ນ້ຳມັນໃນອ່າວຊູເອຊ ໂດຍຄາດວ່າ ຈະມີນ້ຳມັນຫຼາຍເຖິງ 100 ລ້ານບາເຣວ ເຊິ່ງເປັນບໍ່ນ້ຳມັນຂະໜາດໃຫຍ່ທີ່ສຸດອີກແຫ່ງຂອງເອຢິບ.