ເດືອນມັງກອນ ຫວຽດນາມ ເກີນດຸນເກືອບ 1,4 ຕື້ໂດລາ

77

ຕາມຂ່າວ VOVWORLD ຂອງຫວຽດນາມ ລາຍງານວ່າ ກົມໃຫຍ່ພາສີ ຫວຽດນາມ ລະບຸວ່າ: ມູນຄ່າສົ່ງອອກ-ນຳເຂົ້າ ໃນເດືອນ ມັງກອນ ປີ 2022 ບັນລຸກວ່າ 60 ຕື້ໂດລາສະຫະລັດ, ໃນນັ້ນ ການສົ່ງອອກບັນລຸ ເກືອບ 31 ຕື້ໂດລາສະຫະລັດ, ຂະນະທີ່ການນຳເຂົ້າ ມູນຄ່າ 29 ຕື້ກວ່າໂດລາສະຫະລັດ ເຮັດໃຫ້ຍອດເກີນດຸນການຄ້າໃນເດືອນມັງກອນເກືອບ 1,4 ຕື້ໂດລາສະຫະລັດ.

ລາຍງານລະບຸວ່າ: ຍອດການສົ່ງອອກສິນຄ້າຂອງຫວຽດນາມໃນເດືອນມັງກອນ 2022 ບັນລຸ ເກືອບ 31 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໂດຍມີ 7 ໝວດສິນຄ້າ ມີມູນຄ່າ 1 ຕື້ ໂດລາສະຫະລັດຂຶ້ນໄປ ນັບແຕ່ຕົ້ນປີ 2022 ຄື: ເຄື່ອງຕັດຫຍິບ, ໄມ້ ແລະ ຜະລິດຕະພັນຈາກໄມ້, ພາຫະນະຂົນສົ່ງ ແລະ ເຄື່ອງອາໄຫຼ່, ສິນໃນນ້ຳ, ກາເຟ, ໝາກພິກໄທ, ເຂົ້າສານ ແລະ ອື່ນໆອີກ.

ຂະນະທີ່ມູນຄ່ານຳເຂົ້າ ບັນລຸ 29,4 ຕື້ໂດລາສະຫະລັດ ເພີ່ມຂຶ້ນເກືອບ 11% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2021. ໃນນັ້ນ ຫຼາຍກວ່າໝູ່ ຍັງແມ່ນ ຄອມພິວເຕີ, ຜະລິດຕະພັນເອເລັກໂຕຣນິກ ແລະ ເຄື່ອງອາໄຫຼ່.
ສປ ຈີນ ຍັງເປັນປະເທດທີ່ຫວຽດນາມສົ່ງອອກຫຼາຍທີ່ສຸດ ດ້ວຍມູນຄ່າ 400 ລ້ານໂດລາ ສະຫະລັດ, ຮອງລົງມາແມ່ນ ອາເມລິກາ, ສ.ເກົາຫຼີ, ຮົງກົງ ແລະ ຍີ່ປຸ່ນ ຕາມລຳດັບ.