ກາເຟແມ່ນສິນຄ້າທີ່ສຳຄັນໃນການສົ່ງອອກ ທາງໃຕ້ຂອງລາວ ເປັນການສົ່ງເສີມເສດຖະກິດທີ່ສຳຄັນອີກຢ່າງໜຶ່ງ ດັ່ງນັ້ນ, ການເປີດງານບຸນມະໂຫລານ ກາເຟ – ຊາ ພູພຽງບໍລະເວນແມ່ນມີຄວາມສຳຄັນຫຼາຍໃຫ້ບັນດາຊາວກະສິກອນໄດ້ມາພົບພໍ້ແລກປ່ຽນຂໍ້ມູນກັນ ທັງເປັນໂອກາດພົບປະລະຫວ່າງຜູ້ຜະລິດ ແລະຜູ້ຊື້ອີກດ້ວຍ ສຳລັບ ປີ 2022 ຈັດຂຶ້ນໃນວັນທີ 17-19 ກຸມພາ 2022 ນີ້.

ແຂວງຈໍາປາສັກ ເປີດງານບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ປີ 2022 ໃນວັນທີ 17 ກຸມພາ 2022 ທີ່ ໂຮງແຮມເອລະວັນ, ນະຄອນປາກເຊ, ແຂວງຈໍາປາສັກ ໂດຍເປັນກຽດເຂົ້າຮ່ວມຂອງ ພົນເອກ ຈັນສະຫມອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ, ມີ ທ່ານລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ມີບັນດາ ທ່ານເຈົ້າແຂວງ ສາລະວັນ, ເຊກອງ, ອັດຕະປື ແລະແຂວງຈຳປາສັກ, ມີ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາ ການນໍາຈາກສູນກາງ ແລະພະ ແນກການທີ່ກ່ຽວຂ້ອງຂອງແຂວງ ພ້ອມດ້ວຍ ຜູ້ປະກອບການ ເຂົ້າຮ່ວມ.

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວໃນພິທີບາງຕອນວ່າ: ການຈັດງານບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ປະຈຳປີ 2022 ນີ້ ແມ່ນເພື່ອເປັນການສົ່ງເສີມການຜະລິດຂອງຊາວສວນກາເຟ-ຊາ ແຂວງຈຳປາສັກ ແລະ ບັນດາແຂວງ, ຜູ້ປະກອບການທຸລະກິດກາເຟ-ຊາຈາກທົ່ວປະເທດ ຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດຄວາມເປັນມາຂອງກາເຟ-ຊາ ພູພຽງບໍລະເວນ, ຄວາມຫຼາກຫຼາຍດ້ານແນວພັນຊະນິດກາເຟ, ວິຖີຊີວິດຊາວສວນເມືອງປາກຊ່ອງ ທີ່ຕິດພັນກັບການສ້າງຄຸນຄ່າໃນການຜະລິດກາເຟ-ຊາ ຄຸນນະພາບ ແລະ ສ້າງຄ່ານິຍົມໃນໝູ່ຄົນລຸ້ນໃໝ່ໃຫ້ມີວັດທະນະທໍາການດື່ມກາເຟ-ຊາ ພູພຽງບໍລະເວນ.

ສ້າງຕ່ອງໂສ້ມູນຄ່າການຜະລິດ, ການສົ່ງເສີມການຕະຫຼາດ ແລກປ່ຽນຊື້-ຂາຍ, ຈັບຄູ່ທຸລະກິດ ແລະ ການສົ່ງອອກ, ນັບແຕ່ຊາວສວນຜູ້ຜະລິດ ຜ່ານຂະບວນເຕັກນິກການຄັດເລືອກຄຸນນະພາບເມັດກາເຟ-ຊາ, ການຂົ້ວ, ການປຸງແຕ່ງໃນຫຼາຍຂັ້ນຕອນ, ຈົນຮອດສິລະປະການຊົງກາເຟທີ່ເປັນເອກະລັກ ຮັກສາຣົດຊາດສະເພາະກາເຟ-ຊາ ພູພຽງບໍລະເວນ ເວົ້າລວມ, ເວົ້າສະເພາະ ທີ່ເມືອງປາກຊ່ອງ ຜືນແຜ່ນດີນຄໍາ ແລະ ດິນພູໄຟສົມຄໍາຊ່າລື ຈາກສວນ-ສູ່ຈອກຂອງຜູ້ຊົມໃຊ້

ກາເຟ-ຊາ ແມ່ນສິນຄ້າ ຍຸດທະສາດ ຂອງແຂວງຈຳປາສັກ, ສ້າງລາຍຮັບທີ່ໝັ້ນທ່ຽງໃຫ້ແກ່ປະຊາ ຊົນ ຊາວສວນ ແລະລັດຖະບານ ເປັນສິນຄ້າສົ່ງອອກ, ສໍາລັບປີ 2021 ແຂວງຈຳປາສັກສົ່ງອອກສິນຄ້າ ມູນຄ່າ 300 ລ້ານໂດລາ, ໃນນັ້ນ ກາເຟ-ຊາ ສົ່ງອອກມູນຄ່າ 70 ລ້ານໂດລາ ກວມ 23,33% ຂອງການສົ່ງອອກ ໄປຍັງ 20 ປະເທດທົ່ວໂລກ.