7 ພຶດຕິກໍາ ປັບຮໍໂມນ ແກ້ບັນຫາປະຈໍາເດືອນມາບໍ່ປົກກະຕິ

78

ອີງຕາມຜູ້ຊ່ຽວຊານ ດຣ. ສາທິດ ອິນທອນຄໍາແຫງ ຜູ້ຮູ້ເລື່ອງກ່ຽວກັບສຸຂະພາບ ແລະ ລະບົບເລືອດກ່າວວ່າ ສາເຫດໃຫຍ່ຂອງບັນຫາທີ່ກ່ຽວກັບລະບົບສືບພັນ, ເລືອດ ຂອງຜູ້ຍິງຄື ຮໍໂມນ ເຖິງວ່າເຮົາຈະມີຮໍໂມນຢູ່ຫຼາຍໂຕກໍຕາມ ແຕ່ໂຕທີ່ເປັນນາງເອກຕະຫຼອດການຄື ເອສໂຕເຈນ


ເຊິ່ງມື້ນີ້ເຮົາມີວິທີສ້າງຄວາມສົມດຸນ ຮໍໂມນ ເອສໂຕເຈນໃນຮ່າງກາຍ ຈາກໜັງສື Metabolic Code ຂອງ ດຣ. ດາວິວ ມາຝາກກັນ ເພິ່ນໄດ້ລະບຸໄວ້ເຖິງ 7 ພຶດຕິກໍາ ປັບຮໍໂມນ ແກ້ບັນຫາປະຈໍາເດືອນມາບໍ່ປົກກະຕິຂອງຜູ້ຍິງຄື
1. ພະຍາຍາມຢ່າດື່ມນໍ້າທີ່ມາຈາກຕຸກພາສຕິກ, ທີ່ມີສ່ວນປະສົມຂອງ bisphenol A ຫຼື BPA ໃນຂະບວນການຜະຫຼິດ ເນື່ອງຈາກສານ BPA ຈະເຮັດໃຫ້ຮໍໂມນອສໂຕເຈນຫຼຸດລົງ


2. ຢ່ານໍາອາຫານທີ່ຢູ່ໃນຖົງ ຫຼື ພາຊະນະພາສຕິກ ເຂົ້າໄປອຸ່ນໃນເຕົາຄເວບອງຈາກສານ BPA ຈາກພາສຕິກຕົກຄ້າງຢູ່ໃນອາຫານ ແລະ ເຮັດໃຫ້ຮໍໂມນເອສໂຕເຈນຫຼຸດລົງ
3. ງົດໃຊ້ຄຣີມທາໜ້າ, ແຊມພູ, ຜ້າອານາໄມຫຼື ເຈ້ຍຊໍາລະ ທີ່ມີສ່ວນປະສົມຂອງການຜະຫຼິດພາສຕິກນໍາ ເຊິ່ງກໍ່ເຮັດຮໍໂມນເອສໂຕເຈນຫຼຸດລົງ


4. ກິນວຜັກກາດຂຽວ ແລະ ກະລໍ່າປີ່ງມີສານ Diindolylmethane ຫຼື DIM ເຊິ່ງມີສັບພະຄຸນບໍາລຸງ ເອສໂຕເຈນໃຫ້ເຮັດງານຢ່າງມີປະສິດຕິພາບ
5. ກິນນໍ້າມັນປາ ເຊິ່ງມີໂອເມກ້າ 3 ເຊິ່ງ ມີສັບພະຄຸນໃນການຮັກສາລະດັບກົດ eicosapenteanoic acid (EPA) ເຊິ່ງໂຕນີ້ຈະຊ່ວຍອສໂຕເຈນເຮັດວຽກຢ່າງມີປະສິດທິພາບ


6. ກິນໂປຣໄບໄອຕິກ ທີ່ຈະຊ່ວຍການເຮັດວຽກຂອງລະບົບຍ່ອຍອາຫານ ແລະ ຮັກສາສົມດຸນໃຫ້ເອສໂຕເຈນ.
7. ກິນພືດທີ່ມີໂຟໂຕເອສໂຕຣເຈນ ເຊັ່ນ ຖົ່ວເຫຼືອງ, ທັບທິມ ເຊິ່ງຈະເຮັດໜ້າທີ່ຄ້າຍ ເອສໂຕເຈນ ຊ່ວຍປ້ອງກັນ ອາຫານກ່ອນການມີປະຈໍາເດືອນເຊັ່ນ ເຈັບທ້ອງ, ຫງຸດຫງິດ.


ສາວໆ ລອງນໍາເອົາໄປທົດລອງປັບປ່ຽນການກິນ ແລະ ພຶດຕິກໍາເບິ່ງເດີ້
ຂໍ້ມູນຈາກ: นิตยสารชีวจิต
ຮຽບຮຽງ: ເມລີ
ພາບຈາກ: Google