ພາສ່ອງຜົນງານ ຈາກຜູ້ຢູ່ເບື້ອງຫຼັງກ້າວມາຢູ່ເບື້ອງໜ້າ ສຸລິຍົມ ຈັນດາລາສານ

66

ພາມາສ່ອງຜົນງານຂອງຜູ້ທີ່ເຄີຍຢູ່ເບື້ອງຫຼັງມາກ່ອນ ແລະ ທັງເປັນຜູ້ສະໜັບສະໜູນບັນດາໂຄງການປະກວດຕ່າງໆ ຕອນນີ້ໄດ້ກ້າວມາຢູ່ໃນເບື້ອງໜ້າແລ້ວ.

ເຮົາມາທໍາຄວາມຮູ້ຈັກກັນເລີຍວ່າກວ່າຈະມາເປັນດາລາ, ນັກສະແດງໃຫ້ເຮົາໄດ້ເຫັນຜົນງານໃນວົງການບັນເທີງໃນທຸກວັນນີ້ນັ້ນແມ່ນເລີ່ມຕົ້ນມາຈາກໃສ? ໃນການເປີດເຜີຍທໍາອິດ ກັບທີມຂ່າວບັນເທີງຂອງພວກເຮົາ ຂອງທ່ານ ສຸລິຍົມ ຈັນດາລາສານ ຜູ້ອໍານວຍການ ບໍລິສັດ ພູນຊັບ ຟາມາ ຈໍາກັດ ຫຼື ທີ່ຮູ້ຈັກກັນດີ ໃນນາມຂອງຜູ້ສະໜັບສະໜູນກອງປະກວດຕ່າງໆ ກໍຄື ອ້າຍ ສຸລິຍົມ ເຈົ້າຂອງຮ້ານຕັດຜົມຊາຍຊື່ດັງ The BarBer Lao ນັ້ນເອງ.

ໂອກາດດີ ອ້າຍ ສຸລິຍົມ ເພິ່ນໄດ້ໃຫ້ສໍາພາດວ່າ: ໃນແວດວົງບັນເທີງຈະເປັນທີ່ຮູ້ຈັກກັນດີ ກໍຄືການເປັນເຈົ້າຂອງຮ້ານຕັດຜົມຊາຍ The BarBer Lao ແລະ ເປັນທີ່ຮູ້ຈັກໃນວົງການບັນເທີງລາວທີ່ຜ່ານມາກໍຈະມີຫຼາຍໆເລື່ອງເລີຍ ແຕ່ກ່ອນແມ່ນຈະຢູ່ເບື້ອງຫຼັງ ໂດຍການເປັນຜູ້ສະໜັບສະໜູນໂຄງການປະກວດຕ່າງໆ ເຊັ່ນ Miss Universe Laos, ໂຄງການຮ່ວມປັນຮັກ Bester together ແລະອື່ນໆ ໂດຍການສົ່ງເສີມວົງການບັນເທີງຕະຫຼອດມາ ຫຼັງຈາກນັ້ນໄດ້ມີໂອກາດມາຢູ່ເບື້ອງໜ້າ ຄືການໄດ້ມາເປັນປະທານຮ່ວມໂຄງການປະກວດ Mister International Laos 2021.

ໄວໆນີ້ຈະມີຜົນງານໃນວົງການບັນເທີງກໍຄື ການຮັບບົດການສະແດງຊີຣີ ເຊິ່ງທີ່ຜ່ານມາກໍຈະແມ່ນການສະແດງໃນເລື່ອງ “ສະບາຍດີຊໍາເໜືອ” ແລະ ຜົນງານໃໝ່ກໍຄື ການຮັບບົດເປັນສອງຕົວລະຄອນ ໃນສອງເລື່ອງກໍຄື ເລື່ອງ ຄໍາຕອບຄືເຈົ້າ ແລະ ໂອມາຍໂຟ ເດິຊີຣີ ທີ່ຈະເປີດຖ່າຍໃນໄວໆນີ້. ໃນເລື່ອງຄໍາຕອບຄືເຈົ້າແມ່ນຈະໄດ້ຮັບບົດເປັນພໍ່ຂອງນາງເອກ ແລະ ໂອມາຍໂຟ ແມ່ນຮັບບົດເປັນພໍ່ຂອງພະເອກ.

ທີ່ຜ່ານມາແມ່ນເຄີຍເຮັດວຽກແຕ່ຢູ່ເບື້ອງຫຼັງ ແຕ່ພໍມາຢູ່ເບື້ອງໜ້າແມ່ນມີຄວາມທ້າທາຍຫຼາຍທີ່ສຸດເລີຍ ເພາະເຮົາແມ່ນເປັນນັກທຸລະກິດ ແລະ ໄດ້ມາຄຸກຄີກັບວົງການບັນເທີງ ເຮົາຕ້ອງໄດ້ເຮັດວຽກບ້ານໂຕນີ້ໃຫ້ຫຼາຍຂຶ້ນ ເວີກຊັອບຫຼາຍຂຶ້ນ, ມີການຮຽນດ້ານການສະແດງ ເພື່ອຜົນງານທີ່ໄດ້ອອກມາແມ່ນມີ ຄວາມເປັນທໍາມະຊາດຫຼາຍທີ່ສຸດ ຕ້ອງໄດ້ໃຊ້ລົມຕ່າງໆ ເພາະບຸກຄະລິກສ່ວນຕົວ ແມ່ນເປັນຄົນລ່າເລີງ, ເປັນກັນເອງ ແລະ ພໍເວລາເຮົາມາຮັບບົດສະແດງ ມັນຈະປ່ຽນຈາກຊີວິດຈິງຂອງເຮົາບໍ່ວ່າຈະເປັນຄົນ ສຸຂຸມ, ບາງເທື່ອກໍມີຕ່ອຍມີຕີແບບນີ້ເປັນຫຼາຍໆບົດບາດ ແລະ ເຮົາຕ້ອງເຮັດໃຫ້ສົມບົດບາດນັ້ນເອງ.

ສໍາລັບໃນເບື້ອງໜ້າ ແລະ ເບື້ອງຫຼັງແມ່ນມີຄວາມມັກຢູ່ແລ້ວ ເພາະທີ່ຜ່ານມາກໍໄດ້ມີການສົ່ງເສີມ ຍ້ອນຢາກໃຫ້ນ້ອງໆໃນວົງການນີ້ມີເວທີ ແລະ ມີຈຸດຢືນ ໃຫ້ເຂົາເຈົ້າໄດ້ກ້າສະແດງອອກ ສົ່ງເສີມເວທີໄວລຸ້ນລາວ ເພາະເຊື່ອວ່າໄວລຸ້ນລາວແມ່ນມີຄວາມສາມາດທີ່ຈະໂກອິນເຕີໄດ້ ຢາກໃຫ້ຊາວໂລກໄດ້ຮັບຮູ້ເຖິງຄວາມເປັນລາວໃຫ້ຫຼາຍຂຶ້ນ.

ສໍາລັບການເບິ່ງການໄກ ອ້າຍຄິດວ່າວົງການບັນເທີງລາວຊ່ວງນີ້ແມ່ນໄດ້ຮັບກະແສນິຍົມຫຼາຍຂຶ້ນ ແລະ ຄົນພາຍໃນປະເທດກໍຍອມຮັບຄວາມເປັນນັກສະແດງຂອງລາວເຮົາຫຼາຍຂຶ້ນ ເຫັນວ່າຈະມີການເບິ່ງພາຍໃນແລ້ວ ຍັງໄດ້ມີການສົ່ງອອກໄປທີ່ປະເທດເພື່ອນບ້ານເຊັ່ນໄທ, ຈີນອີກດ້ວຍ ແລະ ເຊື່ອແນ່ວ່າຈະໄດ້ກ້າວໜ້າໄປເລື່ອຍໆ

ໃນຕໍ່ໜ້າຄືຕອນນີ້ອ້າຍຍົມອາຍຸຫຼາຍແລ້ວ ກໍຈະພະຍາຍາມເປັນແບບຢ່າງທີ່ດີໃຫ້ລຸ້ນນ້ອງ ແລະ ຖ້າມີຫຍັງທີ່ເຮົາຊ່ວຍລຸ້ນນ້ອງໃນວົງການບັນເທີງໄດ້ເຮົາກໍພ້ອມຈະຊ່ວຍເຕັມທີ່ ຖ້າວ່າມີໂອກາດທີ່ຈະແບ່ງປັນ ແລະ ກໍຍິນດີສະໜັບສະໜູນວົງການບັນເທີງລາວ ຄືປັດຈຸບັນກໍເປັນປະທານຂອງ The Back Academy ເຊິ່ງເປັນສະຖາບັນສອນເລື່ອງບຸກຄະລິກກະພາບການສະແດງຕ່າງໆ ສໍາລັບໃຜທີ່ມັກເລື່ອງວົງການບັນເທີງແລ້ວຢາກໄປຝຶກເລື່ອງບຸກຄະລິກກະພາບ, ການເວົ້າການວ່າແບບນີ້ກໍສາມາດໄປຫາໄດ້ເລີຍ ທີ່ທາດຫຼວງ ພຣາຊ່າຊັ້ນສາມນັ້ນເອງ

ສຸດທ້າຍກໍຂໍຂອບໃຈທຸກຄົນທີ່ຕິດຕາມ ແລະ ໃນນາມທີ່ເປັນນັກທຸລະກິດແດ່ ກໍຂໍຝາກ ຣີສອດເຟືອງດາວ ແລະ ຜົນງານທີ່ສໍາຄັນໃນໄວໆນີ້ທຸກຄົນຈະໄດ້ເຫັນຜົນງານຫຼ້າສຸດ ກໍຄືຜົນງານການສະແດງຊີຣີຕ່າງໆ ບໍ່ວ່າຈະເປັນ “ຄໍາຕອບຄືເຈົ້າ” ແລະ “ໂອມາຍໂຟ” ພ້ອມກັບຜົນງານອື່ນໆໄດ້ເລີຍທີ່  ເຟສບຸກ Souriyom Chandalasane.