ແລງນີ້ຢູ 23 ລາວ ພົບ ມາເລເຊຍ 2 ນັດເພື່ອລຸ້ນເຂົ້າຮອບ ເຊັກ H2H ມາເລເຊຍ ເໜືອກວ່າ

474

ກຸ່ມ B ປະຈໍາການແຂ່ງຂັນບານເຕະຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີປະຈໍາປີ 2022 ທີ່ປະເທດກໍາປູເຈຍ ເພາະເຫຼືອພຽງ 2 ທີມກໍຄື ທີມຊາດລາວ ກັບ ມາເລເຊຍ ໂດຍຫຼ້າສຸດ ສະຫະພັນບານເຕະອາຊຽນ ( AFF ) ໄດ້ເພີ່ມນັດແຂ່ງຂັນໃຫ້ກຸ່ມນີ້ແຂ່ງຂັນແບບພົບກັນ 2 ນັດ (ໃນບ້ານ ແລະ ນອກບ້ານ ) ເພື່ອຕັດສິນກັນເຂົ້າຮອບ 4 ທີມສຸດທ້າຍ.

ໂດຍກຸ່ມ B ນັດທໍາອິດ ຈະລົງແຂ່ງຂັນມື້ນີ້ວັນທີ 18 ກຸມພາ 2022 ລາວ ພົບ ມາເລເຊຍ ເວລາ 16:00 ໂມງ ແລະ ນັດທີ 2 ມາເລເຊຍ ພົບ ລາວ ວັນທີ 21 ກຸມພາ 2022 ເວລາ 19:00 ໂມງ ເຊິ່ງແນ່ນອນກຸ່ມນີ້ ທີມອັນດັບທີ 1 ຂອງກຸ່ມເທົ່ານັ້ນທີ່ຈະສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍ, ສ່ວນ ທີມທີເສຍແມ່ນຈະຕົກຮອບໄປທັນທີ.

ສໍາລັບ ສະຖິຕິການພົບກັນຂອງທັງສອງທີມປາກົດວ່າ: ຢູ 23 ລາວ ບໍ່ເຄີຍຊະນະ ມາເລເຊຍ ໄດ້ເລີຍ ແລະ ທີ່ສໍາຄັນຈາກຜົນງານ 5 ນັດຫຼັງສຸດແມ່ນເສຍທັງໝົດຄື: (ເບິ່ງຄລິບລຸ່ມນີ້)

ສ່ວນນັກເຕະທີ່ໜ້າຕິດຕາມຂອງ ທີມຊາດລາວ ກໍມີ ບຸນພະຈັນ ບຸນກອງ ທີ່ເປັນຕົວເດັດໃນແດນໜ້າ ທີ່ມີປະສົບການໃນທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມການແຂ່ງັຂນບານເຕະ ຊຸດ AFF SUZUKI CUP 2020 ໃນປີ 2021 ທີ່ຜ່ານມາ ແລະ ກາງກໍມີ 3 ປະສານຈາກແຂວງຈໍາປາສັກ ເປັນຕົ້ນແມ່ນ ກ້ວຍເຈັງ ໜູພັກດີ, ບຸນມີ ປິ່ນແກ້ວ ແລະ ພູວຽງ ພູມສະຫວັດ.

ຂະນະທີ່ ນັກເຕະຂອງ ມາເລເຊຍ ທີ່ໜ້າຕິດຕາມທີ່ສຸດກໍເປັນ ລຸກມານ ຮານຄິມ ກອງໜ້າຈາກສະໂມສອນ ຄໍໄທ ສະໂມສອນດັງໃນລີກແບນຊິກ ແລະ ເຄີຍມີປະສົບການກັບທີມຊາດມາເລເຊຍ ຊຸດໃຫຍ່ໃນຊຸດ AFF SUZUKI CUP 2020.