ຣັດເຊຍ ເລີ່ມຖອນກຳລັງອອກຈາກບໍລິເວນຊາຍແດນອູແກຣນ ຫຼັງສຳເລັດການຊ້ອມຮົບ

17 Feb 2022

ຄລິກແຊຣ໌ 0 Facebook WhatsApp

ນັກຂ່າວອິນເຕີເຟັກ ຂອງຣັດເຊຍລາຍງານວ່າ ກະຊວງປ້ອງກັນປະເທດຣັດເຊຍເປີດເຜີຍວ່າ ທະຫານຣັດເຊຍບາງສ່ວນໄດ້ກັບຄືນສູ່ກົມກອງແລ້ວ ຫຼັງຈາກທີ່ສຳເລັດພາລະກິດຊ້ອມຮົບ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດ ຕອກຢ້ຳຂໍ້ກ່າວຫາທີ່ບໍ່ມີມູນ ຄວາມຈິງຂອງບັນດາປະເທດຕາເວັນຕົກ ທີ່ຄິດວ່າ ຣັດເຊຍຈະບຸກອູແກຣນ.

ກະຊວງປ້ອງກັນປະເທດຣັດເຊຍເປີດເຜີຍວ່າ: ເຖິງແມ່ນວ່າການຊ້ອມຮົບຂະໜາດໃຫຍ່ໃນທົ່ວປະເທດຈະຍັງດຳເນີນຕໍ່ໄປ ແຕ່ທະຫານບາງສ່ວນຢູ່ທາງພາກໃຕ້ ແລະ ທິດຕາເວັນຕົກ ໄດ້ສຳເລັດພາລະກິດຊ້ອມຮົບແລ້ວ ແລະ ເລີ່ມເຄື່ອນພົນກັບຄືນສູ່ກົມກອງແລ້ວ.

ທັງນີ້ ໃນໄລຍະຜ່ານມາ ຣັດເຊຍໄດ້ສົ່ງກຳລັງທະຫານກວ່າ 1 ແສນຄົນ ໄປບໍລິເວນຊາຍແດນທີ່ຕິດກັບອູແກຣນ ໄດ້ເຮັດໃຫ້ບັນດາປະເທດຕາເວັນຕົກເກີດ ຄວາມກັງວົນວ່າ ຣັດເຊຍອາດມີແຜນບຸກອູແກຣນ ໂດຍສະເພາະໃນລະຫວ່າງທີ່ຣັດເຊຍຊ້ອມຮົບຮ່ວມກັບເບລາຣຸຊ ໃນລະຫວ່າງວັນທີ 10-20 ກຸມພາ 2022 ຖືວ່າເປັນຊ່ວງເວລາທີ່ອູແກຣນຖືກກອງທັບຣັດເຊຍອ້ອມລ້ອມເກືອບທຸກດ້ານ.

ກ່ອນໜ້ານີ້ ບໍລິສັດ Maxar Technologies ເຊິ່ງເປັນບໍລິສັດເອກະຊົນຂອງສະຫະລັດອາເມຣິກາ ໄດ້ເຜີຍແຜ່ພາບຖ່າຍທາງດາວທຽມທີ່ສະແດງໃຫ້ເຫັນການເຮັດກິດຈະກຳທາງທະຫານຂອງຣັດເຊຍໃນສະຖານທີ່ຕ່າງໆໃກ້ກັບອູແກຣນ ທ່າມກາງຄວາມວິຕົກກັງວົນວ່າ ຣັດເຊຍອາດບຸກອູແກຣນໄດ້ທຸກເມື່ອ ແຕ່ສຸດທ້າຍກໍເປັນພຽງການຊ້ອມຂອງກອງທັບເທົ່ານັ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ