ຈີນ ສ້າງສາງຄວບຄຸມອາຫານແຊ່ແຂງຈຳນວນ 869 ແຫ່ງ

17 Feb 2022

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວ ຊິນຮວາ ລາຍງານວ່າ ສຳນັກງານບໍລິຫານ ຄຸ້ມຄອງ ຕະຫຼາດແຫ່ງລັດ ຂອງຈີນ ລະບຸວ່າ: ຈີນ ໄດ້ສ້າງສາງສິນຄ້າ ຈຳນວນ 869 ແຫ່ງ ເພື່ອຄວບຄຸມ ຜະລິດຕະພັນອາຫານແຊ່ແຂງ ນຳເຂົ້າ ທີ່ຂົນສົ່ງຜ່ານລະບົບຄວາມເຢັນ (cold-chain foods) ແບບລວມສູນ ໂດຍສາງສິນຄ້າ ເຫຼົ່ານັ້ນ ຈະດຳເນີນການຂ້າເຊື້ອພະຍາດ ແລະ ກວດສອບຂະບວນການຜະລິດອາຫານຳເຂົ້າ ແບບແຊ່ແຂງ ເຊິ່ງຈະສາມາດນຳເຂົ້າ ສູ່ຕະຫຼາດໄດ້ ຫຼັງຈາກຜ່ານການຮັບຮອງຢ່າງຖືກຕ້ອງ ຈາກສາງສິນຄ້າເທົ່ານັ້ນ.

ນອກຈາກນີ້ ສາງສິນຄ້າ ເຫຼົ່ານັ້ນ ຈະມີບົດບາດສຳຄັນ ໃນການຕັດຊ່ອງທາງ ການແຜ່ເຊື້ອ ພະຍາດໂຄວິດ-19 ທີ່ອາດເກີດຂຶ້ນໄດ້, ອຳນວຍ ຄວາມສະດວກ ໃນການກຳຈັດອາຫານນຳເຂົ້າ ຜ່ານລະບົບ ຄວາມເຢັນໃນກໍລະນີສຸກເສີນ ຕະຫຼອດຮອດການຫຼຸດຕົ້ນທຶນຄ່າໃຊ້ຈ່າຍຕ່າງໆ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ