ທາງການກຸ່ມ B ຢູ 23 ລາວ ພົບ ມາເລເຊຍ 2 ນັດເພື່ອລຸ້ນເຂົ້າຮອບ ສະຖິຕິພົບກັນ ມາເລເຊຍ ເໜືອກວ່າ

532

ກາຍເປັນເຫດສຸດວິໄສສໍາລັບ ກຸ່ມ B ປະຈໍາການແຂ່ງຂັນບານເຕະຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີປະຈໍາປີ 2022 ທີ່ປະເທດກໍາປູເຈຍ ເພາະເຫຼືອພຽງ 2 ທີມກໍຄື ທີມຊາດລາວ ກັບ ມາເລເຊຍ ໂດຍຫຼ້າສຸດ ສະຫະພັນບານເຕະອາຊຽນ ( AFF ) ໄດ້ເພີ່ມນັດແຂ່ງຂັນໃຫ້ກຸ່ມນີ້ແຂ່ງຂັນແບບພົບກັນ 2 ນັດ (ໃນບ້ານ ແລະ ນອກບ້ານ ) ເພື່ອຕັດສິນກັນເຂົ້າຮອບ 4 ທີມສຸດທ້າຍ.

ໂດຍກຸ່ມ B ນັດທໍາອິດ ຈະລົງແຂ່ງຂັນມື້ນີ້ວັນທີ 18 ກຸມພາ 2022 ລາວ ພົບ ມາເລເຊຍ ເວລາ 16:00 ໂມງ ແລະ ນັດທີ 2 ມາເລເຊຍ ພົບ ລາວ ວັນທີ 21 ກຸມພາ 2022 ເວລາ 19:00 ໂມງ ເຊິ່ງແນ່ນອນກຸ່ມນີ້ ທີມອັນດັບທີ 1 ຂອງກຸ່ມເທົ່ານັ້ນທີ່ຈະສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍ, ສ່ວນ ທີມທີເສຍແມ່ນຈະຕົກຮອບໄປທັນທີ.

ການປ່ຽນກົດແຂ່ງຂັນກໍເນື່ອງມາຈາກກ່ອນການແຂ່ງຂັນຈະເລີ່ມຂຶ້ນ ທີມຊາດອິນໂດເນເຊຍ ປະກາດຖອນຕົວ ແລະ ຫຼ້າສຸດ ທີມຊາດມຽນມາ ກໍ່ປະກາດຖອນຕົວກ່ອນການແຂ່ງຂັນນັດທໍາອິດຂອງກຸ່ມ B ຈະເລີ່ມຂຶ້ນບໍ່ກີ້ຊົ່ວໂມງເທົ່ານັ້ນ ຈິ່ງເຮັດໃຫ້ປັດຈຸບັນເຫຼືອພຽງ 2 ທີມເທົ່ານັ້ນຄື: ທີມຊາດລາວ ກັບ ມາເລເຊຍ ໂດຍທີມຊະນະຈາກຜົນລວມ 2 ນັດຈະຜ່ານເຂົ້າຮອບ 4 ທີມສຸດທ້າຍໃນຖານະແຊັມກຸ່ມ B ໄປພົບກັບ ທີມອັນດັບ 2 ທີ່ດີທີ່ສຸດຂອງກຸ່ມ A ຫຼື CF, ສ່ວນ ທີມອັນດັບ 1 ກຸ່ມ A ຈະພົບກັບ ທີມອັນດັບ 1 ກຸ່ມ C ເນື່ອງຈາກລາຍການນີ້ຈະຄັດເອົາອັນດັບ 2 ທີມທີ່ດີທີ່ສຸດພຽງ 1 ທີມຜ່ານເຂົ້າຮອບ 4 ທີມສຸດທ້າຍໄປສົມທົບກັບ ແຊັມກຸ່ມ A, B ແລະ C.