ຕ້ອນຮັບເດືອນແຫ່ງຄວາມຮັບກັບເຊັດຖ່າຍແບບສຸດປັງຂອງ ໝີພູ ພິລັນຍາ

106

ເພື່ອເປັນການຕ້ອນຮັບວັນແຫ່ງຄວາມຮັກ, ວັນທີ່ໜ້າອິດສາຂອງຄົນມີຄູ່ 14 ກຸມພາ 2022 ພາໄປສ່ອງການຖ່າຍແບບກັບເຊັດວັນແຫ່ງຄວາມຮັກຂອງນ້ອງ ໝີພູ ພິລັນຍາ ທິບພົມວົງ ສາວງາມຜູ້ມີຄວາມສາມາດ ແລະ ຜົນງານຢ່າງຫຼາກຫຼາຍໃນວົງການບັນເທີງລາວເຮົາ.

ມື້ນີ້ມາພ້ອມກັບຜົນງານສຸດງາມ ຈາກວາລະສານກ້າວໜ້າ  ໃນເດືອນແຫ່ງ ຄວາມຮັກ ຈິ່ງຢາກໃຫ້ທຸກຄົນມາ “ປຸກພະລັງຮັກ Love Alarm” ກັບຄອນເຊັບແຟຊັ້ນໜ້າປົກ ໃນເດືອນນີ້ ດ້ວຍຫົວໃຈອັນເຕັມປ່ຽມໄປດ້ວຍຄວາມຮັກ.

ສຳລັບສະບັບນີ້ ສຸດພິເສດທີ່ສຸດ ທີ່ໄດ້ຮັບກຽດຈາກ ໝີພູ ພິລັນຍາ ນາງເອກ ແລະ ນາງແບບສຸດຮ໋ອດຂອງວົງການບັນເທີງລາວ  ຄວງແຂນມາພ້ອມກັບສອງໜຸ່ມ ນາຍແບບໜ້າໃໝ່ ສົດໆ ສອງບຸກຄະລິກສອງສະຕາຍ ໜຸ່ມນ້ອຍໜ້າໃສ ເກົາຫຼີ ແລະ ໜຸ່ມລູກຊອດລາວ-ຝຣັ່ງມາຮ່ວມຖ່າຍນຳ.

ເຮັດໃຫ້ການຖ່າຍແບບຄັ້ງນີ້ ບອກໄດ້ເລີຍວ່າເປັນ ຄວາມລົງໂຕທີ່ສຸດ ເຄມີທັງສາມຄົນ ເຮັດໃຫ້ໜ້າປົກສະບັບເດືອນນີ້ ຮ້ອນແຮງ ແລະ ເຕັມໄປດ້ວຍການປຸກພະລັງໃນເດືອນແຫ່ງ ຄວາມຮັກ ໃຫ້ຮ້ອນແຮງຂຶ້ນກ່ອນເກົ່າ ບອກເລີຍວ່າແຟນໆຈະໄດ້ເຫັນຜົນງານຂອງທັງສາມກັນໄດ້ທັງເດືອນ ກັບແຟຊັ້ນຊຸດເລີດຫຼູ ຕະຫຼອດທັງເດືອນກຸມພານີ້.

ສາມາດຕິດຕາມຜົນງານຕ່າງຂອງສາວງາມຄົນນີ້ໄດ້ເລີຍທີ່

FB:MeePooh Phirunya Thipphomvong. ຂອບໃຈພາບ: KAONA MAGAZINE