ວຽງຈັນ ຈິໂອເມຕິກ ເຊີວິດສ ເນັ້ນບໍລິການ “ສ້າງປະໂຫຍດ ແລະ ຄຸນຄ່າ” ວັນທີ 4 ກຸມພາ ຂຶ້ນຮັບ 2 ລາງວັນໃນງານດຽວ

90

ວັນທີ 4 ກຸມພາ 2022 ເປັນອີກໜຶ່ງຄໍ່າຄືນແຫ່ງຄວາມຊົງຈໍາຂອງນັກທຸລະກິດລາວຫຼາຍໆຄົນ ໂດຍສະເພາະຜູ້ທີ່ໄດ້ຂຶ້ນຮັບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດມອບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດດັ່ງກ່າວ ບໍລິສັດ ວຽງຈັນ ຈິໂອເມຕິກ ເຊີວິດສ ໄດ້ຮັບ 2 ລາງວັນ.

 

ທ່ານ ນ. ສົມຈັນ ຊິມຄ໋ອກ ຜູ້ອໍານວຍການ ໄດ້ໃຫ້ຮູ້ວ່າ: ບໍລິສັດ ວຽງຈັນ ຈິໂອເມຕິກ ເຊີວິດສ ຈໍາກັດ ຜູ້ດຽວ (Vientiane GEOMATI Servcies – VGS) ເປັນບໍລິສັດໜຶ່ງທີ່ມີປະສົບການຫຼາຍ ແລະ ມີຄວາມຮູ້ຄວາມສາມາດໃນການປະຕິບັດການໂຄງການສໍາຫຼວດໃນ ສປປ ລາວ, ລວມທັງໂຄງການສໍາຫຼວດແບບຕ່າງໆທີ່ປະເທດໄທ ແລະ ບັນດາປະເທດຕາເວັນອອກສ່ຽງໃຕ້ ແລະ ໃນຂົງເຂດອິນດູຈີນ.

ບໍລິສັດ ວຽງຈັນ ຈິໂອເມຕິກ ເຊີວິດສ ຈໍາກັດ ຜູ້ດຽວ (VGS) ສ້າງຕັ້ງຂຶ້ນໂດຍ ທ່ານ ໂພຣ໌ ແລະ ທ່ານ ນາງ ສົມຈັນ ຊິມຄ໋ອກ ໂດຍມີ ທ່ານ ນາງ ສົມຈັນ ຊິມຄ໋ອກ ເປັນຜູ້ອໍານວຍການ ແລະ ທ່ານ ໂພຣ໌ ຊິມຄ໋ອກ ເປັນຜູ້ຈັດການ ແລະ ເປັນຮອງຜູ້ອໍານວຍການ.

ທ່ານ ໂພຣ໌ ຊິມຄ໋ອກ ແມ່ນຖືສັນຊາດ ອັງກິດ  ແລະ ໄດ້ຖືໃບອະນຸຍາດການພັກເຊົາທີ່ ສປປ ລາວ ແບບຖາວອນ. ປະສົບການເຮັດວຽກຂອງ ທ່ານ ຊິມຄ໋ອກ ຮ່ວມກັບຜູ້ອໍານວຍການ ແລະ ທີມງານບໍລິສັດ VGS ແມ່ນມີປະສົບການຖ່າຍພາບທາງອາກາດ ເພື່ອໃຊ້ເຂົ້າໃນການແຕ້ມແຜນທີ່.  ທ່ານ ໂພຣ໌ ຊິມຄ໋ອກ ໄດ້ຮ່ວມ ແລະ ປະຕິບັດໂຄງການສໍາຫຼວດຕ່າງໆ ທັງການສໍາຫຼວດແບບຮູບພາບ ແລະ ລົງວຽກພາກສະໜາມ ຕັ້ງແຕ່ປີ 1970 ສະສົມປະສົບການດ້ານການສໍາຫຼວດທີ່ມີຫຼາຍກວ່າ 50 ປີ.

ໃນຊຸມປີ 1990 ຄວາມຕ້ອງການສໍາລັບການສໍາຫຼວດທີ່ມີຄຸນນະພາບແມ່ນມີຫລາຍ ໂດຍສະເພາະໃນຂົງເຂດຂຸດຄົ້ນບໍ່ແຮ່ ແລະ ຂົງເຂດໂຄງການເຂື່ອນພະລັງງານນໍ້າ, ບໍລິສັດ VGS ແມ່ນໃຫ້ບໍລິການ ວຽກງານການສໍາຫລວດໃຫ້ກັບໂຄງການເຂື່ອນພະລັງງານນໍ້າມາແລ້ວຫລາຍກວ່າ 60 ໂຄງການ ແລະ ໄດ້ເຮັດວຽກຮ່ວມກັບບັນດາບໍລິສັດຂຸດຄົ້ນບໍ່ແຮ່ທີ່ໃຫຍ່ທີ່ສຸດໃນລາວມາແລ້ວຫລາຍບໍລິສັດ.

ບໍລິສັດ VGS ໄດ້ຂະຫຍາຍການບໍລິການຈາກບໍລິສັດທີ່ໃຫ້ການບໍລິການສໍາຫຼວດແຕ້ມແຜນທີ່ພຽງແຕ່ຢ່າງດຽວ ມາລວມເອົາການສໍາຫຼວດທາງດ້ານ ອຸຕຸນິຍົມ ແລະ ອຸທົກກະສາດ (Hydrology and Meteorology) ເຊິ່ງລວມເອົາທັງການຕິດຕັ້ງ ແລະ ສະໜອງອຸປະກອນໃຫ້ກັບສະຖານີອຸຕຸນິຍົມ  ພ້ອມກັບການຊ່ວຍເຫຼືອ ແລະ ໃຫ້ບໍລິການນໍາໃຊ້ ແລະ ຄຸ້ມຄອງສະຖານີດັ່ງກ່າວດ້ວຍ.

     ໃນຂະນະທີ່ເວລາໄດ້ຜັນປ່ຽນ ພ້ອມກັບການປ່ຽນແປງຂອງຍຸກສະໄໝ, ບໍລິສັດ VGS ແມ່ນໄດ້ມີການປັບໂຕ, ພັດທະນາ, ນໍາໃຊ້ນະວັດຕະກໍາ, ເຕັກໂນໂລຊີໃໝ່ເຂົ້າໃນຂົງເຂດວຽກງານສໍາຫຼວດເຊັ່ນ: ນໍາໃຊ້ ເຮືອບິນທີ່ບໍ່ມີຄົນຂັບ ເອີ້ນວ່າ Unmanned Aerial Vehicle (UAV) ຫຼື ເອີ້ນວ່າ Drone ຫຼື Fixed-winged drones ເຂົ້າໃນວຽກງານສໍາຫຼວດຫຼາຍໆດ້ານ ບໍ່ວ່າຈະເປັນດ້ານການແຕ້ມແຜນທີ່, ການສ້າງ ແລະ ສໍາຫຼວດເຂື່ອນພະລັງງານນໍ້າ, ສໍາຫຼວດພື້ນທີ່ສໍາລັບໂຄງການພັດທະນາພະລັງງານແສງແດດ, ສໍາຫຼວດພື້ນທີ່ປູກປ່າ, ພື້ນທີ່ກະສິກໍາ ແລະ ການປູກຝັງອື່ນໆ.

ບໍລິສັດ VGS ໄດ້ເລີ່ມຕົ້ນນໍາໃຊ້ເຮືອບິນບໍ່ມີຄົນຂັບ ທີ່ມີຄວາມລະອຽດ ແລະ ຄຸນນະພາບສູງເຂົ້າໃນໂຄງການສໍາຫຼວດ ແລະ ແຕ້ມແຜນທີ່, ໜຶ່ງໃນໂຄງການທີ່ໃຫຍ່ທີ່ສຸດທີ່ເຄີຍປະຕິບັດມາຄືການບິນອ້ອມນະຄອນຫລວງວຽງຈັນ (ເນື້ອທີ່ຫລາຍກວ່າ 330 km²)​ ພາຍໃຕ້ໂຄງການທີ່ໃຫ້ທຶນຊ່ວຍເຫລືອລ້າຈາກທະນາຄານໂລກ ເຊິ່ງຂໍ້ມູນ ແລະ ແຜນທີ່ທີ່ໄດ້ແມ່ນຈະຖືກນໍາໃຊ້ເຂົ້າໃນການວາງແຜນການຈັດການ ແລະ ປ້ອງກັນນໍ້າຖ້ວມພາຍໃນຕົວເມືອງ. ບໍລິສັດ  VGS ແມ່ນຍັງຈະສືບຕໍ່ດໍາເນີນການບິນສໍາຫຼວດ ແລະ ແຕ້ມແຜນທີ່ທົ່ວປະເທດໃຫ້ທັງກັບລັດຖະບານ ສປປ ລາວ ແລະ ຂະແຫນງການເອກະຊົນຕໍ່ໄປໃນອະນາຄົດ.

     ສໍາລັບບົດຮຽນແຫ່ງການຜ່ານຜ່າ ກໍຄືກັບບັນດາບໍລິສັດຕ່າງໆໃນລາວ, VGS ກໍໄດ້ຮັບຜົນກະທົບໂດຍກົງຈາກການແຜ່ລະບາດຂອງພະຍາດອັກເສບປອດ  (Covid19) ເຊິ່ງບັນໂຄງການຕ່າງໆແມ່ນຖືກຢຸດສະງັກບໍ່ສາມາດດໍາເນີນການຕໍ່ ຫຼື ຖືກຍົກເລີກ. ແຕ່ເຖິງຢ່່າງໃດກໍຕາມ ການຄໍານຶງເຖິງຄວາມສ່ຽງ, ການຮັບມືກັບຄວາມສ່ຽງ, ການວາງແຜນທຸລະກິດທີ່ມີຄວາມຢືດຢຸ່ນໄດ້ເຮັດໃຫ້ບໍລິສັດ VGS ເປັນບໍລິສັດທີ່ຕ້ອງຂະຫຍາຍຄວາມສາມາດໃນການບໍລິການ ແລະ ແຕກສາຍການບໍລິການເພີ່ມຕື່ມ. ບໍລິສັດ VGS ໄດ້ກາຍເປັນບໍລິສັດທີ່ໃຫ້ບໍລິການດ້ານການສໍາຫຼວດຄົບວົງຈອນ ແລະ ຖືວ່າເປັນບໍລິສັດທີ່ມີສາຍການບໍລິການທາງດ້ານການສໍາຫຼວດຫລາຍທີ່ສຸດ ເຊັ່ນວ່າ: ການສໍາຫຼວດພູມິປະເທດ (Topographic), ສໍາຫຼວດຄວາມເລິກຂອງແມ່ນໍ້າ (Bathymetric), ສໍາຫຼວດທາງອຸທົກກະສາດ (Hydrographic), ສໍາຫຼວດອຸໂມງ (Tunnel surveys), ສໍາຫຼວດຖ່າຍພາບ ແລະ ແຕ້ມແຜນທີ່ໂດຍໃຊ້ຍົນບໍ່ມີຄົນຂັບ (Drone imaging and mapping). ນອກຈາກນັ້ນ ທາງບໍລິສັດຍັງສະຫນອງອຸປະກອນ ແລະ ເຄື່ອງມືທີ່ກ່ຽວພັນກັບການບໍລິການທີ່ກ່າວມາດ້ວຍ.

อาจเป็นรูปภาพของ 1 คน, กำลังยืน และ สถานที่ในร่ม

 

ຜູ້ອໍານວຍການ ບໍລິສັດ VGS ທ່ານ ນາງ ສົມຈັນ ເຄີຍກ່າວໄວ້ວ່າ: “ມັນເປັນໄປບໍ່ໄດ້ທີ່ເຮົາຈະຢູ່ລອດໄດ້ໂດຍການໃຫ້ບໍລິການແຕ່ຢ່າງດຽວ ເຮົາຕ້ອງມີການປ່ຽນແປງໃຫ້ທັນກັບສະພາບຕົວຈິງປັດຈຸບັນ”  ເຊິ່ງມັນກໍໄດ້ກາຍເປັນຈຸດເລີ່ມຕົ້ນໃຫ້ກັບບໍລິສັດ VGS ມີການຂະຫຍາຍຕົວ ແລະ ປັບປຸງໃຫ້ທັນກັບການປ່ຽນແປງໃນຂົງເຂດວຽກງານການສໍາຫຼວດເປັນຕົ້ນມາ.

  1. ວິໄສທັດ ແລະ ຫລັກການເຮັດ ວຽກຂອງບໍລິສັດ: “ພະຍາຍາມທຸກວິທີທາງເພື່ອໃຫ້ຜົນງານ ແລະ ການບໍລິການສົມບູນແບບທີ່ສຸດ, ດີທີ່ສຸດ ເພື່ອເຮັດໃຫ້ບໍລິສັດ ເປັນບໍລິສັດທີ່ໃຫ້ບໍລິການດ້ານສໍາຫຼວດທີ່ດີທີ່ສຸດໃນ ສປປ ລາວ.

ຫຼັກການເຮັດວຽກຂອງບໍລິສັດ VGS ແມ່ນຖືເອົາຫລັກການ “ ຄວາມທ່ຽງຕົງ,​ ຄວາມອະອຽດຖືກຕ້ອງ, ມີຄຸນນະພາບ,​ ຄວາມໂປ່ງໃສ ແລະ ຄວາມຈິງໃຈ” ເຊິ່ງເປົ້າຫມາຍພາຍໃຕ້ຫລັກການດັ່ງກ່າວແມ່ນເພື່ອໃຫ້ຜົນງານການບໍລິການອອກມາດີທີ່ສຸດ, ສ້າງປະໂຫຍດ ແລະ ຄຸນຄ່າ ບໍ່ພຽງແຕ່ໃຫ້ລູກຄ້າຂອງບໍລິສັດ ແຕ່ກໍເພື່ອການພັດທະນາ ແລະ ຕໍ່ຍອດການນໍາໃຊ້ໃຫ້ກັບພາກສ່ວນອື່ນໆ ໂດຍສະເພາະແມ່ນການພັດທະນາ ແລະ ສ້າງສາປະເທດຊາດນໍາດ້ວຍ.

อาจเป็นรูปภาพของ ข้อความพูดว่า "VGS Vientiane GEOMATIC Services 21 Year Anniversary"

 

ຈາກວິໄສທັດ ແລະ ຫຼັກການເຮັດວຽກທີ່ແທດເໝາະ ກັບພາກປະຕິບັດຕົວຈິງ ໄດ້ສົ່ງຜົນຕໍ່ການພັດທະນາອົງກອນຂອງບໍລິສັດສະເໝີມາ ຫຼ້າສຸດໃນຄໍ່າຄືນວັນທີ 4 ກຸມພາ 2022 ບໍລິສັດ ວຽງຈັນ ຈິໂອເມຕິກ ເຊີວິດສ ຈໍາກັດ ຜູ້ດຽວ (VGS) ສາມາດຄວ້າໄດ້ 2 ລາງວັນຄື: ປະເພດທຸລະກິດ SME ດີເດັ່ນ-ລາງວັນດ້ານການຫັນເປັນດີຈີຕອລ ດີເດັ່ນ ແລະ ປະເພດລາງວັນພິເສດ-ລາງວັນທຸລະກິດສີຂຽວດີເດັ່ນ.