ເປີດສາກເດືອນທຳອິດຂອງປີລາວໄດ້ເກີນດູນການຄ້າ 41 ລ້ານໂດລາ

16 Feb 2022

ຄລິກແຊຣ໌ 0 Facebook WhatsApp

ຕົວວເລກການຄ້າຂອງລາວປະຈຳເດືອນມັງກອນ 2021 ອອກມາແລ້ວ ບັນລຸມູນຄ່າການນໍາເຂົ້າ ແລະ ສົ່ງອອກທັງໝົດປະມານ 1.156 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ 598 ລ້ານໂດລາ, ນໍາເຂົ້າ 557 ລ້ານໂດລາ ໝາຍຄວາມວ່າລາວເຮົາໄດ້ເກີນດຸນການຄ້າກັບຕ່າງປະເທດ 41 ລ້ານໂດລາ ເຊິ່ງສິນຄ້າສົ່ງອອກຫຼັກຍັງແມ່ນຊັບພະຍາກອນແຮ່ທາດ.


ອີງຕາມຂໍ້ມູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນມັງກອນ 2022 ບັນລຸໄດ້ປະມານ 1.156 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 598 ລ້ານໂດລາ, ການນໍາເຂົ້າ ມີ 557 ລ້ານໂດລາ ແລະ ເກີນດຸນການຄ້າ 41 ລ້ານໂດລາ ເຊິ່ງສິນຄ້າສົ່ງອອກຫຼັກທີ່ມີມູນຄ່າສູງສຸດຂອງ ສປປ ລາວ ປະກອບມີ:


ຄຳປະສົມ, ຄຳແທ່ງ ມີມູນຄ່າ 112 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 42 ລ້ານໂດລາ, ແຮ່ທອງ 20 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາ, ຢາງພາລາ 28 ລ້ານໂດລາ, ມັນຕົ້ນ 80 ລ້ານໂດລາ, ໝາກກ້ວຍ 25 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 19 ລ້ານໂດລາ, ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ 12 ລ້ານໂດລາ ແລະ ແປ້ງມັນຕົ້ນ ມີມູນຄ່າ 9 ລ້ານໂດລາ.


ສ່ວນໝວດສິນຄ້ານໍາເຂົ້າຫຼັກທີ່ມີມູນຄ່າສູງສຸດປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າ 40 ລ້ານໂດລາ, ນ້ຳມັນກາຊວນ 52 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 37 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 17 ລ້ານໂດລາ, ສາຍໄຟຟ້າ/ເຄເບີ້ລ 11 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 15 ລ້ານໂດລາ, ນ້ຳມັນແອັດຊັງ, ແອັດຊັງພິເສດ 15 ລ້ານໂດລາ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ 9 ລ້ານໂດລາ, ຜະລິດຕະພັນທາງເຄມີ 11 ລ້ານໂດລາ ແລະ ຜະລິດຕະພັນການຢາ (ເພສັດຊະກໍາ) ມີມູນຄ່າ 14 ລ້ານໂດລາ.


ໃນນີ້, 5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ: ສປ ຈີນ ມູນຄ່າ 217 ລ້ານໂດລາ, ສສ ຫວຽດນາມ 110 ລ້ານໂດລາ, ໄທ 141 ລ້ານໂດລາ, ອົດສະຕຣາລີ 42 ລ້ານໂດລາ ແລະ ຍີ່ປຸ່ນ 12 ລ້ານໂດລາ.
ສຳລັບ5 ປະເທດທີ່ນໍາເຂົ້າຫຼັກມີ ໄທ ມູນຄ່າ 254 ລ້ານໂດລາ, ສປ ຈີນ 108 ລ້ານໂດລາ, ສສ ຫວຽດນາມ 27 ລ້ານໂດລາ, ສະວິດເຊີແລນ 59 ລ້ານໂດລາ ແລະ ສະຫະລັດອາເມລິກາ 41 ລ້ານໂດລາ ເຊິ່ງມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນມັງກອນ 2022 ນີ້ ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ