ວັນແຫ່ງຄວາມຮັກ ຂໍສົ່ງຕໍ່ຄວາມຮັກ ລູກນໍ້າ ທິດາລັດ ຕັດຜົມເຮັດວິກໃຫ້ກັບຜູ້ປ່ວຍມະເຮັງ

61

ທັງງາມ ແລະ ໃຈບຸນ ລູກນໍ້າ ທິດາລັດ ຕັດຜົມເຮັດວິກໃຫ້ກັບຜູ້ປ່ວຍມະເຮັງ ໃນວັນແຫ່ງຄວາມຮັກ
ວັນແຫ່ງຄວາມຮັກ 14 ກຸມພາ ຫຼາຍໆຄົນມີຫຼາຍວິທີສະແດງຄວາມຮັກແຕກຕ່າງກັນໄປ ບໍ່ວ່າຈະເປັນກັບຄົນສໍາຄັນ, ຄອບຄົວ, ໝູ່ເພື່ອນ, ຫຼື ຄົນອື່ນໆ ຕ່າງກໍສະແດງຄວາມຮັກ ມອບສິ່ງດີໆໃຫ້ແກ່ກັນ


ບາງຄົນກໍອາດເປັນພຽງວັນທໍາມະດາ ທີ່ບໍ່ມີຫຍັງເກີດຂຶ້ນ ແຕ່ກັບສາວຄົນນີ້ ຄວາມພິເສດ ແລະ ມື້ພິເສດເກີດຂຶ້ນໄດ້ທຸກເມື່ອ ຄື ລູກນໍ້າ ທິດາລັດ ນາງສາວລາວ 2011 ຕັດຜົມໃນວັນແຫ່ງຄວາມຮັກ ສົ່ງຕໍ່ຄວາມສຸກເປັນວິກໃຫ້ກັບຜູ້ປ່ວຍເປັນມະເຮັງ
ໂດຍ ເຈົ້າໂຕໄດ້ໂພສວ່າ Happy Valentine’s Day ຮູ້ສຶກມີຄວາມສຸກທີ່ສຸດ


ເປັນຄວາມຕັ້ງໃຈຂອງນ້ຳໄວ້ແຕ່ດົນແລ້ວ ທີ່ຢາກຕັດຜົມສັ້ນ ເພື່ອ ເອົາໄປບໍລິຈາກເຮັດວິກໃຫ້ກັບຜູ້ປ່ວຍມະເຮັງ ທີ່ສູນເສຍເສັ້ນຜົມໃນການຮັກສາໂລກມະເຮັງ
ຫວັງວ່າເສັ້ນຜົມອັນນ້ອຍໆນີ້ຈະເປັນກຳລັງໃຈໃຫ້ໃຜຫລາຍຄົນ
ເປັນອີກມຸມໜ້າຮັກໆ ຂອງນາງງາມສາຍບຸນຄົນນີ້ ສາທຸບຸນນໍາເດີ້


ຈາກ: Louknum Thidalat