ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 14 ກຸມພາ 2022 ວ່າ ຂົວແອມ ມາສເດີ ທີ່ເຊື່ອມຕໍ່ລະ ຫວ່າງການາດາ ກັບ ສະຫະລັດອາເມຣິກາ ເຊິ່ງເປັນເສັ້ນທາງທີ່ເຊື່ອມໂຍງດ້ານການຄ້າໄດ້ກັບມາເປີດນຳໃຊ້ອີກຄັ້ງ ໃນວັນທີ 14 ກຸມພາ 2022 ຫຼັງຈາກທີ່ຊາວການາດາອອກມາເດີນຂະບວນປິດຂົວດັ່ງກ່າວໃນ 6 ວັນຜ່ານມາ.
ລາຍງານລະບຸວ່າ: ເຈົ້າໜ້າທີ່ຕຳຫຼວດການາດາ ສາມາດໄກ່ເກ່ຍກັບຜູ້ປະທ້ວງທີ່ອອກມາປິດຂົວດັ່ງກ່າວ ເພື່ອສະແດງຈຸດຢືນຕໍ່ຕ້ານມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ເຈົ້າໜ້າທີ່ຕຳຫຼວດໄດ້ຈັບກຸມຜູ້ປະທ້ວງຈຳນວນໜຶ່ງ ລວມທັງເຄືອນຍ້າຍລົດທີ່ຜູ້ປະທ້ວງນຳມາຈອດຂວາງທາງການສັນຈອນໃນຂົວດັ່ງກ່າວ.
ທ່ານ ລີຊເຊີວູດ ແຣນດັລ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງມະຕຸພູມຂອງສະຫະລັດອາເມຣິກາ ເປີດເຜີຍວ່າ ທາງການການາດາໄດ້ເປີດການສັນຈອນພາຍໃນຂົວ ແອມມາສເດີ ອີກຄັ້ງໃນວັນທີ 14 ກຸມພາ ຫຼັງຈາກທີ່ໄດ້ກວດສອບດ້ານຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ ໂດຍສະຫະລັດຈະສະໜັບສະໜູນການາດາ ເພື່ອເຮັດໃຫ້ການຂົນສົ່ງສິນຄ້າລະຫວ່າງສອງປະເທດ ກັບມາຄຶກຄັກອີກຄັ້ງ.
ທັງນີ້ ມູນຄ່າການຄ້າສອງຝ່າຍທີ່ຂົນສົ່ງຜ່ານຂົວດັ່ງກ່າວສູງເຖິງ 360 ລ້ານໂດລາສະຫະລັດຕໍ່ວັນ, ກວມເອົາ 25% ຂອງມູນຄ່າການຄ້າທັງໝົດລະຫວ່າງສະຫະລັດ ກັບ ການາດາ.