ເປັນປີທີ່ພິເສດສຸດໆເລີຍກໍວ່າໄດ້ ສໍາລັບ ບໍລິສັດ ຄໍາມະນີ ບໍລິການທົ່ວໄປ ໂດຍປີ 2021 ຜ່ານມາສາມາດຄວ້າໄດ້ 3 ລາງວັນມາຄອງ.
ເຖິງແມ່ນວ່າ 2021 ເປັນປີແຫ່ງການລະບາດຂອງພະຍາດວິກິດໂຄວິດ-19 ແຕ່ຫຼາຍໆບໍລິສັດກໍສາມາດປັບກົນລະຍຸດໃນການຮັບມື ໜຶ່ງໃນນັ້ນ ກໍແມ່ນ ບໍລິສັດ ຄໍາມະນີ ບໍລິການທົ່ວໄປສ່ວນບຸກຄົນ ສາມາດປັບຂອດບໍລິການ, ຮັກສາຈໍານວນພະນັກງານ, ມາດຕະຖານເງິນເດືອນ, ຂະຫຍາຍບາງກິດຈະການຕື່ມ ສົມແລ້ວທີ່ຄວ້າໄດ້ 3 ລາງວັນໃນປີດຽວຄື: ລາງວັນນັກທຸລະກິດຊັ້ນນໍາດີເດັ່ນຂອງ ສຄອຊ ໃນໄລຍະໂຄວິດ-19 ປະຈໍາປີ 2021, ລາງວັນອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະເພດທຸລະກິດ SME ດ້ານການຂະຫຍາຍທຸລະກິດດີເດັ່ນ ແລະ ລາງວັນການພັດທະນາສີມືແຮງງານດີເດັ່ນ.
ທ່ານ ຄໍາມະນີ ຣາຊະພົນ ປະທານ ບໍລິສັດ ຄໍາມະນີ ບໍລິການທົ່ວໄປສ່ວນບຸກຄົນ ໄດ້ໃຫ້ຮູ້ກ່ຽວກັບບໍລິສັດ ແລະ ການບໍລິການຜ່ານມາວ່າ: ບໍລິສັດ ຄຳມະນີ ບໍລິການທົ່ວໄປ ກໍ່ຕັ້ງຂຶ້ນໃນປີ 2014, ເຊິ່ງມີຈຸດປະສົ່ງເພື່ອໃຫ້ການບໍລິການລູກຄ້າທີ່ຫຼາກຫຼາຍຮູບແບບ ເຊັ່ນວ່າ: ການທຳ ຄວາມສະອາດ, ການບຳລຸງຮັກສາສວນ, ການບໍລິຫານຈັດການແມງໄມ້ ແລະ ບຳລຸງຕິດຕັ້ງ-ສ້ອມແປງແອໃນອາຄານ ແລະ ໃນປີ 2020 ກໍໄດ້ເປີດຂະແໜງ ບໍລິການອາຫານ-ເຄື່ອງດື່ມ.
ທາງບໍລິສັດ ມີຄວາມມຸ່ງໝັ້ນທີ່ຈະລວມເອົາການດໍາເນີນທຸລະກິດທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງໃນການດໍາເນີນງານ; ເປັນນະໂຍບາຍທີ່ປະຕິບັດດ້ວຍຄວາມຮັບຜິດຊອບໃນການພົວພັນປະຈຳວັນກັບລູກຄ້າ, ຜູ້ສະໜອງ, ພະນັກງານ ແລະ ຊຸມຊົນ. ພວກເຮົາໄດ້ສ້າງແບບຈຳລອງນະໂຍບາຍ, ຫຼັງຈາກທີ່ມີຫຼັກການ ISO 9001:2015 ISO 14001:2015 ຫຼັກການເຫຼົ່ານີ້ຝັງຢູ່ໃນທຸລະກິດ, ຂະບວນການຂັ້ນຕອນ ແລະ ວິທີການເຮັດວຽກຂອງພວກເຮົາ. ຄວາມເປັນຜູ້ນຳໃນຄວາມຮັບຜິດຊອບຂອງອົງກອນ ແລະ ຄວາມເປັນເລີດທີ່ຍືນຍົງແມ່ນຖືກຂັບເຄື່ອນດ້ວຍແນວທາງທີ່ກ້າຫານ ແລະ ມີອິດທິພົນໃນທາງຄວມຄຸມ.
ສໍາລັບການຮັບມືກັບວິກິດໂຄວິດ-19 ແມ່ນເນັ້ນປະຕິບັດເພື່ອສ້າງຄວາມຢືດຢຸ່ນ ແລະ ຜົນໄດ້ຮັບ; ມີຫຼາຍນະໂຍບາຍທີ່ສ້າງຂຶ້ນເພື່ອຮັບໃຊ້ພາຍໃນອົງກອນ ແລະ ກັບຜູ້ໃຊ້ບໍລິການ ໂດຍເນັ້ນໃສ່ “ຄວາມປອດໄພໃຫ້ປະຊາຊົນເປັນອັນດັບໜຶ່ງ”.
ເລີ່ມຈາກການອະນຸຍາດໃຫ້ທີມງານຄຸ້ມຄອງ ແລະ ຄົນງານທີ່ບໍ່ຈຳເປັນເຂົ້າຫ້ອງການໄດ້ເຮັດວຽກຢູ່ເຮືອນ (ໂດຍໄດ້ຮັບເງິນເດືອນປົກກະຕິ) ແລະ ພະນັກງານທີ່ຈຳເປັນຖືກຈັດໃສ່ໃນໜ້າທີ່ ແລະ ໝູນວຽນການໂທ (ຄົນງານເຫຼົ່ານີ້ໄດ້ຮັບເງິນເດືອນ 120%); ພ້ອມດ້ວຍການປະຕິບັດມາດຕະການທີ່ຄະນະສະ ເພາະກິດວາງອອກຢ່າງເຂັ້ມງວດ; ຈັດຕັ້ງປະຕິບັດຊ່ອງທາງການສື່ສານໃໝ່ລະຫວ່າງຜູ້ອອກແຮງງານ ແລະ ຜູ້ບໍລິຫານ ແລະ ກັບຜູ້ໃຊ້ບໍລິການເຊັ່ນ: ຫັນສູ່ການພົວພັນທາງອອນລາຍ, ປະຊຸມທາງໂທລະສັບ, ລາຍເຊັນອີເລັກໂທຣນິກ, ລາຍງານອີເລັກໂທຣນິກ ແລະ ອື່ນໆ.
ທ່ານ ປະທານບໍລິສັດ ຍັງໃຫ້ຮູ້ວ່າ: ຕະຫຼອດໄລຍະ 2 ປີຜ່ານມາ ບໍລິສັດ ຍັງຄົງຮັກສາພະນັກ ງານເກົ່າ ແລະ ໄດ້ຮັບເງິນເດືອນປົກກະຕິ ທີ່ສໍາຄັນ ແມ່ນໄດ້ສ້າງຂອດການບໍລິການໃໝ່ທີ່ຕອບໂຈດຄວາມຕ້ອງການສັງຄົມເຊັ່ນ: ສີດນໍ້າຢາຂ້າເຊື້ອ, ອະນາໄມທໍາຄວາມສະອາດ ແລະ ຂະຫຍາຍການບໍລິການຂະແໜງອື່ນຕື່ມ ເປັນຕົ້ນແມ່ນ ຮ້ານຕັດຜົມ, ບໍລິການລ້າງອັດສີດ ແລະ ຮ້ານອາຫານ ທີ່ຕ້ອງໄດ້ຮັບພະນັກງານບໍລິການເພີ່ມສາມາດສ້າງວຽກເຮັດງານທໍາໄດ້ອີກທາງໜຶ່ງ ເຊິ່ງທຸກຂະແໜງງານແມ່ນດໍາເນີນການພາຍໃຕ້ວິໄສທັດ “ມຸ່ງເນັ້ນການບໍລິການທີ່ເປັນເລີດ ເພື່ອຄວາມຄຸ້ມຄ່າ ແລະ ຄຸນນະພາບ ທີ່ຮັບປະກັນຄວາມປອດໄພ, ເປັນມິດກັບສິ່ງແວດລ້ອມ ແລະ ການຂະຫຍາຍທຸລະກິດທີ່ຍືນຍົງສໍາລັບທຸກຄົນ” ແລະ ຄໍາຂວັນໄລຍະໂຄວິດກໍມີຢູ່ວ່າ: “ບໍລິການດ້ວຍໃຈສັດຊື່, ວ່ອງໄວ, ໃສ່ໃຈຄຸນນະພາບ ເຖິງຈະມີໂລກລະບາດພະຍາດຮ້າຍແຮງກໍບໍ່ຫວັ່ນ ບໍລິສັດ ມຸ່ງໝັ້ນຈັບມືກັນ ຂ້າມຜ່ານໄປສູ່ເປົ້າໝາຍທີ່ຍືນຍົງ”
ຈາກຄວາມບຸກບືນບໍ່ທໍ້ຖອຍທຸກອຸປະສັກຂອງຜູ້ບໍລິຫານ ແລະ ພະນັກງານ ຕະຫຼອດໄລຍະການສ້າງຕັ້ງ ໂດຍສະເພາະໄລຍະໂຄວິດລະບາດຮ້າຍແຮງ ສູ້ຊົນພັດທະນາຕໍ່ເນື່ອງ ສົ່ງຜົນໃຫ້ ບໍລິສັດ ຄໍາມະນີ ບໍລິການທົ່ວໄປສ່ວນບຸກຄົນ ສາມາດຄວ້າໄດ້ 3 ລາງວັນໃນປີດຽວ ຄື: ລາງວັນນັກທຸລະກິດຊັ້ນນໍາດີເດັ່ນຂອງ ສຄອຊ ໃນໄລຍະໂຄວິດ-19 ໄດ້ມອບ-ຮັບໃນວັນທີ 29 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ແລະ ອີກ 2 ລາງວັນຄື: ລາງວັນອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະເພດທຸລະກິດ SME ດ້ານການຂະຫຍາຍທຸລະກິດດີເດັ່ນ ແລະ ລາງວັນການພັດທະນາສີມືແຮງງານດີເດັ່ນ ໄດ້ມອບ-ຮັບໃນວັນທີ 4 ກຸມພາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ທັງ 3 ລາງວັນແມ່ນຜົນການຄັດເລືອກຜົນງານປະຈໍາປີ 2021.