ຍິນດີກັບ ສຸພາພອນ ສົມວິຈິດ ຮັບລາງວັນ “ນາງງາມດາລາ ນັກສະແດງ Fever”

221

ຂໍສະແດງຄວາມຍິນດີກັບ ສາວລາວ ເຈົ້າຂອງຕໍາແໜ່ງ Miss Universe Laos 2017 ທີ່ພຽບພ້ອມດ້ວຍຄວາມງາມ, ເກັ່ງ ແລະ ຄວາມສາມາດ, ຫຼ້າສຸດໄດ້ຮັບລາງວັນ Fever awards Thailand ທີ່ຈັດຂຶ້ນຢູ່ປະເທດໄທ ໃນວັນທີ 8 ກຸມພາທີ່ຜ່ານມາ.

ສາວງາມທີ່ກໍາລັງເວົ້າເຖິງຢູ່ນີ້ ກໍຄື ສຸພາພອນ ສົມວິຈິດ ຫຼື ນຸ້ຍ ເຈົ້າຂອງຕຳແໜ່ງ Miss Universe Laos 2017  ໂດຍໄດ້ມີຄວາມເຄື່ອນໄຫວຫຼ້າສຸດຜ່ານເຟສບຸກສ່ວນຕົວໄດ້ບັນລະຍາຍວ່າ: ນຸ້ຍ ຂໍຂອບໃຈ ແລະ ຖືເປັນກຽດຢ່າງຍິ່ງ ທີ່ທາງ Fever awards Thailand ໄດ້ມອບລາງວັນ “ນາງງາມ ດາລາ ນັກສະແດງ Fever” ຈາກປະເທດລາວ ໃຫ້ໃນນາມທີ່ເປັນຄົນຢູ່ໃນວົງການບັນເທີງ ແລະ  ເຮັດວຽກທຸກໆແບບ, ມື້ນີ້ໄດ້ຮັບລາງວັນອັນຊົງກຽດກັບສິ່ງທີ່ຕົນເອງຮັກ ແລະ ທຸ່ມເທ ຖືເປັນສິ່ງທີ່ພາກພູມໃຈຫຼາຍອີກໜຶ່ງຢ່າງໃນຊີວິດ ແລະ ຂໍຂອບໃຈແຟນຄັບ (FC) ທັງໃນປະເທດລາວ, ໄທ ແລະ ທຸກຄົນທີ່ຮັກທີ່ຄ່ອຍຊຸກຍູ້ສະໜັບສະໜູນນ້ອງຄົນນີ້ທຸກຜົນງານ.

ພ້ອມນີ້, ນຸ້ຍເອງກໍໄດ້ລົງພາບງາມໆຂອງມື້ອັນແສນສຸດພິເສດກັບການຮັບລາງວັນດັ່ງກ່າວນັ້ນໃຫ້ແຟນໆໄດ້ຊົມກັນ ແລະ ກໍມີຄົນຮັກແພງໃນວົງການບັນເທີງ ແລະ ແຟນໆຂອງນຸ້ຍ ຈໍານວນຫຼາຍໄດ້ເຂົ້າໄປສະແດງຄວາມຍິນດີກັບສາວນຸ້ຍ ກັບການໄດ້ຮັບລາງວັນໃນຄັ້ງນີ້.

ທີມຂ່າວບັນເທີງຂອງພວກເຮົາ ກໍຕ້ອງຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ກັບສາວ ນຸ້ຍ ອີກຄັ້ງ ສົມແລ້ວກັບລາງວັນທີ່ໄດ້ ເພາະສາວຄົນນີ້ມີຜົນງານຢ່າງຫຼາກຫຼາຍເລີຍໃນວົງການບັນເທີງໃຫ້ເຮົາໄດ້ຕິດຕາມກັນ ບໍ່ວ່າຈະເປັນການເດີນແບບ, ຖ່າຍແບບ, ຖ່າຍໂຄສະນາ ຫຼື ການສະແດງຕ່າງໆ ເຊິ່ງທຸກຄົນສາມາດໄປຕິດຕາມຜົນງານຂອງສາວ ນຸ້ຍ ສຸພາພອນ ໄດ້ເລີຍທີ່         ເຟສບຸກ Nou Souphaphone.

[ ຮູບ: Nou Souphaphone ]