ມື້ນີ້ພົບຜູ້ຕິດເຊື້ອໂຄວິດ ທັງໝົດ 216 ຄົນ, ນະຄອນຫຼວງວຽງຈັນ 26 ຄົນ

165

ດຣ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຈະມາລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 14 ກຸມພາ ປີ 2022.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 13 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2.171 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 216 ຄົນ (ຕິດເຊື້ອພາຍໃນ 200 ຄົນ ແລະ ນໍາເຂົ້າ 16 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 200 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 26 ຄົນ, ບໍລິຄໍາໄຊ 21 ຄົນ, ຊຽງຂວາງ 21 ຄົນ, ເຊກອງ 20 ຄົນ, ສະຫັວນນະເຂດ 17 ຄົນ, ອັດຕະປື 16 ຄົນ, ສາລະວັນ 15 ຄົນ, ວຽງຈັນ 14 ຄົນ, ຜົ້ງສາລີ 13 ຄົນ, ຫົວພັນ 11 ຄົນ
ໄຊຍະບູລີ 7 ຄົນ, ໄຊສົມບູນ 7 ຄົນ, ຫຼວງພະບາງ 4 ຄົນ, ຄໍາມ່ວນ 4 ຄົນ, ອຸດົມໄຊ 2 ຄົນ, ບໍ່ແກ້ວ 1 ຄົນ, ຫຼວງນໍ້າທາ 1 ຄົນ ແລະ ຈໍາປາສັກ 0 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 16 ຄົນ ຈາກ ນະຄອນຫຼວງວຽງຈັນ 14 ຄົນ, ແຂວງສະຫວັນນະເຂດ 1 ຄົນ ແລະ ບໍລິຄຳໄຊ 1 ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 139,244 ຄົນ, ອອກໂຮງໝໍວານນີ້ 123 ຄົນ, ກຳລັງປິ່ນປົວ 3.800 ຄົນ ແລະ ເສຍຊີວິດ ທັງໝົດ 597 ຄົນ (ເສຍຊິວິດໃໝ່ 03 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ຄຳມ່ວນ 1 ຄົນ, ຊຽງຂວາງ 1 ຄົນ ແລະ ຫົວພັນ 1 ຄົນ.