ວອນທະບິງ ອະຄາເດມີ ຕັ້ງເປົ້າໝາຍປັ້ນນັກເຕະສູ່ແຂວງຫຼວງພະບາງ ແລະ ທີມຊາດໃນອະນາຄົດ

145

ຖືເປັນອີກອະຄາເດມີ ທີ່ສ້າງນັກກີລາສູ່ວົງການບານເຕະລາວ ໂດຍສະເພາະແມ່ນສະໂມສອນທາງພາກເໜືອ ສໍາລັບ ສະໂມສອນ ວອນທະບິງ ອະຄາເດມີ ທີ່ເປີດສອນນັກເຕະເຍົາວະຊົນມາແລ້ວ 2 ປີ ແລະ ຜົນຕອບຮັບດີ ລວມທັງກາຍເປັນທີ່ຮູ້ຈັກຂອງສັງຄົມ.

ເພັດຕິກອນ ປັນຍາສິດ ຜູ້ຈັດການສະໂມສອນ ວອນທະບິງ ອະຄາເດມີ ທັງເປັນອະດີດນັກເຕະທີມຊາດລາວ ແລະ ຫົວໜ້າຄູຝຶກ ໃຫ້ສໍາພາດກັບສື່ມວນຊື່ລາວວ່າ: ຂ້າພະເຈົ້າກໍເປັນອີກຄົນໜຶ່ງທີ່ມີຄວາມຝັນຢາກຕິດທີມຊາດລາວ ແລະ ກໍສາມາດໄປຮອດຈຸດນັ້ນໄດ້ກໍຄືຕິດທີມຊາດລາວ ມາແລ້ວ ເຊິ່ງປັດຈຸບັນແມ່ນອາຍຸຫຼາຍແລ້ວຈິ່ງຕັດສິນໃຈມາເປັນຄູສອນນັກເຕະກໍຄືເອົາສິ່ງທີ່ຕົວເອງມີຢູ່ ຖ່າຍທອດໃຫ້ກັບນັກເຕະຮຸ່ນໃໝ່ຕໍ່ໄປ ຫຼັກໆກໍແມ່ນເປັນການສອນໃຫ້ເດັກນ້ອຍຫຼິ້ນກີລາຢ່າງຖືກຕ້ອງ, ສ້າງນັກກີລາໃຫ້ກັບແຂວງຫຼວງພະບາງ ແລະ ທີມຊາດໃນອະນາຄົດ.

“ ສໍາລັບ ວອນທະບິງ ອະຄາເດມີ ຕັ້ງຢູ່ບ້ານພັນຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເລີ່ມເປີດສອນໃນເດືອນກັນຍາ 2020 ເຊິ່ງຈົນເຖິງຮຸ່ນທີ 2 ພວກເຮົາກໍໄດ້ສົ່ງຄູຝຶກໄປຮຽນຄູຝຶກລະດັບ B ລາຍເຊັນ ທີ່ສະຫະພັນບານເຕະແຫ່ງຊາດລາວ ກ່ອນຈະສືບຕໍ່ສອນນັກກີລາໃນຮຸ່ນທີ 5 ແລະ ທີ 6 ໂດຍເປົ້າໝາຍຂອງພວກເຮົາແມ່ນເນັ້ນສ້າງນັກກີລານັກເຕະ ໂດຍສະເພາະແມ່ນຫຼັງການຈົບການຝຶກຊ້ອມແລ້ວກໍຈະເຂົ້າໄປສູນອອກກໍາລັງກາຍ ເພື່ອເສີມສ້າງຮ່າງກາຍໃຫ້ກັບນັກເຕະອາຍຸທີ່ເຖິງເກນ ແລະ ປັດຈຸບັນແມ່ນມີຄູຝຶກທັງໝົດ 12 ທ່ານ, ສ່ວນນັກກີລາທີ່ພວກເຮົາສອນແມ່ນນັກເຕະອາຍຸແຕ່ 6 ປີ ຈົນເຖິງ 17 ປີ ໂດຍມີນັກກີລາທັງໝົດ 100 ກວ່າຄົນເຊິ່ງຮຸ່ນໜຶ່ງຈະຮັບບໍ່ເກີນ 20 ຄົນ ” ຜູ້ຈັດການສະໂມສອນ ກ່າວ.

ເພັດຕິກອນ ກ່າວອີກວ່າ: ປັດຈຸບັນຢູ່ໃນເມືອງຫຼວງພະບາງແມ່ນມີພຽງ ວອນທະບິງ ຖືວ່າເປັນສະໂມສອນອະຄາເດມີ ທີ່ເປີດສອນນັກເຕະຢ່າງເປັນທາງການທີ່ຮັບຮູ້ທົ່ວແຂວງ ແລະ ຕ່າງແຂວງ ແນ່ນອນສິ່ງສໍາຄັນແມ່ນແມ່ແບບກໍຄື ຂ້າພະເຈົ້າເຄີຍຜ່ານການເປັນນັກເຕະກັບສູນ ເອສະຣາ ທີ່ເປັນສະໂມສອນໃນນະຄອນຫຼວງວຽງຈັນ ທີ່ປັ້ນນັກເຕະກ່າວສູ່ທີມຊາດຫຼາຍຄົນ ທີ່ໄດ້ຮັບການຝຶກຈາກຄູຝຶກລະດັບໂປຣລາຍເຊັນ ແລະ A ລາຍເຊັນມາສອນ ລວມທັງຍັງສືບຕໍ່ສູນຄູຝຶກໄປຮຽນຄູຝຶກດັບ C, B ແລະ ສູງກວ່ານັ້ນ ເພື່ອນໍາເອົາປະສົບ ແລະ ບົດຮຽນຕ່າງໆມາສອນໃຫ້ກັບນັກເຕະທີ່ແຂວງຫຼວງພະບາງ ຕໍ່ໄປ. (ເບິ່ງຄລິບເພີ່ມຕື່ມໄດ້ທີ່ວີດີໂອລຸ່ມນີ້)

ສໍາລັບ ຜົນງານທີ່ຜ່ານມາ ວອນທະບິງ ກໍເຄີຍສົ່ງເຂົ້າຮ່ວມການແຂ່ງຂັນບານເຍົາວະຊົນລາຍການ MAZDA CHALLENGE CUP 2020 ທີ່ນະຄອນຫຼວງວຽງຈັນ ເຊິ່ງກໍມີສະໂມສອນທີ່ມີຊື່ສຽງທັງໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ເຊິ່ງແຂວງຫຼວງພະບາງ ພວກເຮົາສົ່ງເຂົ້າຮ່ວມ 3 ຮຸ່ນ ສາມາສາດໄດ້ແຊັມ ຮຸ່ນອາຍຸ 7 ປີ, 9 ປີ ແລະ 11 ປີ ປາກົດວ່າ: ສາມາດຍາດໄດ້ແຊ້ມໃນຮຸ່ນອາຍຸ 7 ປີໄປຄອງ ພ້ອມໄດ້ຂັນມາໃຫ້ກັບສະໂມສອນ ເຊິ່ງເປັນໃບໜ້າອັນໜຶ່ງໃຫ້ກັບແຂວງຫຼວງພະບາງ ແລະ ເຮັດໃຫ້ເຮົາມີຄວາມກະຕືລືລົ້ນໃນການສ້າງທີມຕໍ່ໄປ.

ຂ່າວ-ຮູບ: ຫຼ້າ MKP