ເດີນທາງປອດໄພເດີ້ນ້ອງໆ 3 ຄົນຈາກໂຮງຮຽນ ປາດຖະໜາ ທີ່ຄວ້າທຶນລັດຖະບານເກົາຫຼີໄຕ້ ກໍາລັງເດີນທາງ

172

ບັນຍາກາດແຫ່ງຄວາມປື້ມປິຕິ ແລະ ຄິດຮອດ ພ້ອມຫ່ວງໃຍຈາກຄອບຄົວ ແລະ ໝູ່ເພື່ອນ ການເດີນທາງໄປປະຕິບັດໜ້າທີ່ສໍາຄັນ ນັ້ນກໍຄືການຮຽນ ຂອງນ້ອງໆຄົນເກັ່ງທີ່ສາມາດ ຄວ້າທຶນລັດຖະບານເກົາຫຼີໃຕ້ຮຽນຕໍ່ລະດັບປະລິນຍາຕີ ເປັນທຶນເຕັມ 100% ຄືນ້ອງໆ 3 ຄົນ ຈາກໂຮງຮຽນ ປາດຖະໜາ ສົກຮຽນ 2020-2021

ແລະ ໃນຕອນເຊົ້າວັນທີ 12 ກຸມພາ 2022 ນ້ອງໆທັງ 3 ກໍຄື
1 ນາງປາວີນາ ສໍລະຈຳປາ ຫຼື ອິ່ມມີ້ ໄດ້ທຶນການສຶກສາຕໍ່ປະລິນຍາຕີທີ່ມະຫາວິທະຍາໄລ HanYang University.

2 ນາງ ສຸພາວະດີ ຄຳພັນທອງ – Kyung Hee University
3 ທ້າວ ອານຸລັກ ວັນນະສຸກ – KeimYang University ໄດ້ອອກເດີນທາງແລ້ວ

.

ສະແດງຄວາມຍິນດີນໍາ ຂໍໃຫ້ນ້ອງໆເດີນທາງປອດໄພ ແລະ ປະຕິບັດໜ້າທີ່ ຕັ້ງໃຈສຶກສາຮໍ່າຮຽນໃຫ້ສົມກັບສິ່ງທີ່ຫວັງ ແລະ ຕັ້ງໃຈ ສູ້ໆເດີ້ນ້ອງໆ!

.

ຈາກ: Pathana School