ຮຸ່ງອາລຸນ 1 ໃນບໍລິສັດ ພັດທະນາໄວ ເປີດ 3 ປີ ມີ 300 ກວ່າສາຂາ ຫຼ້າສຸດໄດ້ຮັບລາງວັນ ບູລິມະສິດດີເດັ່ນ-ຂະແໜງຂົນສົ່ງ-ຈັດສົ່ງສິນຄ້າ

240

ປະຊາຊົນລາວທົ່ວປະເທດຮັບຮູ້ຊື່ສຽງ ແລະ ການບໍລິການຂອງ ບໍລິສັດ ຮຸ່ງອາລຸນ ເປັນຢ່າງດີ ເພາະການບໍລິການຕອບໂຈດ ຄວາມສະດວກ, ວ່ອງໄວ, ປອດໄພ ແລະ ມີມາດຕະຖານ ໂດຍສະເພາະນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນການບໍລິການ. ຫຼ້າສຸດບໍລິສັດ ໄດ້ຮັບລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະເພດ ບູລິມະສິດດີເດັ່ນ-ຂະແໜງຂົນສົ່ງ-ຈັດສົ່ງສິນຄ້າ.

อาจเป็นรูปภาพของ 1 คน, กำลังยืน และ ข้อความพูดว่า "GALA DINNER THE 11° ASEAN MINISTERIAL MEETING ON YOUTH AN 11°h ASEAN YOUTH AWARD oncing the Role of Youth in ASEAM lopment and Regional In"

ທ່ານ ສີສະຫວັນ ມ່າຢົງເຊີນ ປະທານບໍລິສັດ ຮຸ່ງອາລຸນໂລຈິສ ຈໍາກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ:   ແຮງບັນດານໃຈໃນການສ້າງຕັ້ງບໍລິສັດ ຮຸ່ງອາລຸນໂລຈິສຕິກ ມາຈາກຄໍາກ່າວຂອງພະນະທ່ານ ທອງລຸນ ສີສຸລິດ ໃນກອງປະຊຸມທ່ານນາຍົກພົບປະນັກທຸລະກິດໃນປີ 2017 ທີ່ໄດ້ໃຫ້ຄໍາໂອວາດວ່າ:  “ນັກທຸລະກິດຕ້ອງມີສ່ວນຮ່ວມໃນການເບິ່ງແຍງສັງຄົມ ເພາະສັງຄົມດີ, ສັງຄົມສະຫງົບ ຈິ່ງເປັນສິ່ງຮັບປະກັນໃຫ້ແກ່ການປະກອບທຸລະກິດເຊັ່ນດຽວກັນ”. ຫຼັງຈາກນັ້ນກໍໄດ້ເລີ່ມສຶກສາ ແລະ ທົດລອງສົ່ງເສີມການລ້ຽງເຜິ້ງຢູ່ ເມືອງເມິງ ແຂວງບໍ່ແກ້ວ ເພື່ອຫວັງສ້າງຜະລິດຕະພັນພື້ນບ້ານອອກສູ່ຕະຫຼາດ ແຕ່ມາພົບບັນຫາດ້ານການຈັດສົ່ງ ເຊິ່ງຕອນນັ້ນມີພຽງການຝາກນຳລົດເມໂດຍສານປະຈຳທາງ ທີ່ບໍ່ສາມາດຈັດສົ່ງໄປປາຍທາງໄດ້ດັ່ງຕ້ອງການ ແຖມຄ່າບໍລິການກໍບໍ່ມີມາດຕະຖານ ແລະ ລາຄາສູງ ເຮັດໃຫ້ບໍ່ສາມາດຄິດໄລ່ຕົ້ນທຶນໄດ້; ດັ່ງນັ້ນດ້ວຍທີ່ຕົວເອງກໍເຮັດທຸລະກິດຕິດພັນກັບການຂົນສົ່ງຢູ່ແລ້ວ ຈິ່ງເລີ່ມຫັນມາສຶກສາ ແລະ ຕັດສິນໃຈລົງທຶນສ້າງຕັ້ງບໍລິສັດຂົນສົ່ງດ່ວນ ເພື່ອມາຕອບສະໜອງໃຫ້ແກ່ພໍ່ຄ້າຊາວຂາຍໄດ້ຮັບຄວາມສະດວກ, ມີມາດຕະຖານທັງລາຄາ ແລະ ການບໍລິການ ຈົນມາຮອດປັດຈຸບັນນີ້ ບໍລິສັດມີສາຂາທັງໝົົດ 360 ສາຂາ ແລະ ໃນນັ້ນມີ 50 ສາຂາ ແມ່ນກຽມເປີດໃນໄວໆນີ້ ເພື່ອໃຫ້ຄວບຄຸມທຸກເມືອງ ແລະ ເຂດຈຸດສຸມບ້ານໃຫຍ່ທົ່ວປະເທດ.

อาจเป็นรูปภาพของ หนึ่งคนขึ้นไป และ ข้อความ

ທີ່ຜ່ານມາ ນອກຈາກເນັ້ນການບໍລິການທີ່ເປັນເລີດ ພ້ອມສ້າງ ຄວາມເຕີບໃຫຍ່ຂະຫຍາຍຕົວໃຫ້ກັບທຸລະກິດຢ່າງຕໍ່ເນື່ອງ; ປະທານ ແລະ ຄະນະຜູ້ບໍລິຫານບໍລິສັດ ຍັງເປັນນໍ້າໜຶ່ງໃຈດຽວກັນໃນການເຮັດໜ້າທີ່ປະກອບສ່ວນຊ່ວຍເຫຼືອສັງຄົມພາຍໃຕ້ຄໍາຂວັນ “ພວກເຮົາໃຫ້ຫຼາຍກວ່າການຂົນສົ່ງ” ເຊິ່ງປັດຈຸບັນນອກຈາກການບໍລິການທີ່ເກັບຄ່າສົ່ງຕາມລາຄາແລ້ວ, ຍັງມີບໍລິການຂົນສົ່ງຟຣີສໍາລັບເຄື່ອງທີ່ບໍລິຈາກ ຫຼື ເຄື່ອງຊ່ວຍເຫຼືອທີ່ມີການຢັ້ງຢືນຈາກອໍານາດການປົກຄອງບ້ານ ຫຼື ພາກສ່ວນລັດ; ຄຽງຄູ່ກັບການປະກອບ ສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະໄລຍະໂຄວິດລະບາດຜ່ານມາກໍໄດ້ສະໜອງດ້ານວັດຖຸອຸປະກອນ ໃຫ້ດ່ານກວດກາ ແຕ່ລະແຂວງ ມູນຄ່າ: 482.610.000 ກີບ. ທີ່ສຳຄັນ ບໍລິສັດແມ່ນໃຊ້ແຮງງານຄົນລາວ 100% ລວມເຖິງຄະນະບໍລິຫານ ແລະ ຍັງເປັນແຮງງານໄວໜຸ່ມເປັນສ່ວນຫຼາຍ ສາມາດສ້າງວຽກເຮັດງານທໍາໄດ້ຫຼາຍຮ້ອຍຕໍາແໜ່ງງານ.

ไม่มีคำอธิบายรูปภาพ

ທ່ານປະທານ ບໍລິສັດຍັງໃຫ້ຮູ້ອີກວ່າ: ປີ 2022 ນີ້ ບໍລິສັດກຳລັງສ້າງສູນຮຽນຮູ້, ຝຶກອົບຮົມທັກສະການຂາຍອອນລາຍ ເພື່ອເປັນການສົ່ງເສີມການຄ້າອອນລາຍ ທີ່ຈະມາຊ່ວຍເປີດຕະຫຼາດໃຫ້ຜະ ລິດຕະພັນພາຍໃນຂອງປະເທດເຮົາສາມາດກະຈາຍ ເຂົ້າເຖິງບັນດາລູກຄ້າທັງພາຍໃນ ແລະ ຕ່າງປະເທດ; ໃນໄລຍະທ້າຍປີ 2022 ນີ້ ທາງບໍລິສັດມີຄວາມຫວັງອັນແຮງກ້າ ແລະ ໄດ້ມີແຜນກະກຽມເກັບກຳຂໍ້ມູນ ແລະ ສ້າງຄວາມພ້ອມໃຫ້ທີມງານ ຕັ້ງເປົ້າຈະນໍາພາເອົາບໍລິການ ຂອງບໍລິສັດ ຮຸ່ງອາລຸນໂລຈິສຕິກ ອອກລົງທຶນນອກປະເທດໂດຍເລີ່ມຈາກປະເທດໃນພາກພື້ນອາຊຽນ.

“ ໃນນາມປະທານບໍລິສັດ ຮຸ່ງອາລຸ່ນ ໂລຈິສຕິກ ຂໍສະແດງ ຄວາມຮູ້ບຸນຄຸນມາຍັງພັກ-ລັດທີ່ຊ່ວຍຊຸກຍູ້ສົ່ງເສີມ ແລະ ສ້າງສິ່ງອຳອວຍຄວາມສະດວກຕະຫຼອດມາ ແລະ ຂໍຂອບໃຈຢ່າງສູງສຳລັບລາງວັນອັງຊົງກຽດໃນຄັ້ງນີ້ ເຊື່ອວ່າຈະເປັນອີກໜຶ່ງກຳລັງໃຈໃຫ້ກັບໄວໜຸ່ມລາວຫຼາຍໆຄົນ ທີ່ຄິດຢາກສ້າງສິ່ງດີໆອອກຮັບໃຊ້ສັງຄົມໃນຕໍ່ໜ້າ” ທ່ານ ສີສະຫວັນ ມ່າຢົງເຊີນ ປະທານບໍລິສັດ ຮຸ່ງອາລຸນໂລຈິສ ຈໍາກັດຜູ້ດຽວ ກ່າວ.

ທີ່ຜ່ານມາ ບໍລິສັດ ຮຸ່ງອາລຸນ ໄດ້ຮັບລາງວັນ ແລະ ໃບຍ້ອງຍໍມາຫຼາຍຕໍ່ຫຼາຍ ແລະ ຫຼ້າສຸດໃນວັນທີ 4 ກຸມພາ 2022 ກໍໄດ້ລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະເພດບຸລິມະສິດດີເດັ່ນ-ຂະແໜງຂົນສົ່ງ-ຈັດສົ່ງສິນຄ້າ.

ไม่มีคำอธิบายรูปภาพ

 

▶  ວິໄສທັດ:

“ຄໍານຶງເຖິງຄວາມຍືນຍົງ ສ້າງໃຫ້ເກີດຜົນບວກແກ່ສັງຄົມ, ສິ່ງແວດລ້ອມ ແລະ ເສດຖະກິດ. ເມື່ອສັງຄົມສະຫງົບ ສິ່ງແວດລ້ອມດີ ແລະ ເສດຖະກິດມີຄວາມຈະເລີນກ້າວໜ້າ ຈຶ່ງເປັນສິ່ງຮັບປະກັນໃຫ້ເຮົາສາມາດດໍາເນີນທຸລະກິດໄດ້ຢ່າງບໍ່ມີມື້ສິ້ນສຸດ”