​ລັດ​ຖະ​ບານ ​​ອະ​ນຸ​ຍາດ​ໃຫ້​ກຸ່ມ​ ບໍ​ລິ​ສັດ​ ນິກ​ສັນ ພັດ​ທະ​ນາ​ບໍ່​ແຮ່​ ຈຳ​ກັດ​ຜູ້​ດຽວ ​ເຂົ້າຂຸດ​ຄົ້ນ, ປຸງ​ແຕ່ງ ເພື່ອ​ສົ່ງ​ອອກ​ແຮ່ທອງ ແລະ ຄຳ ຢູ່​ເຂດ​ບ້ານນາ​ມວນ ເມືອງ​ຄຳ ແລະ ບ້ານ​ສົບ​ກຶນ ເມືອງ​ພູ​ກູດ ແຂວງ​ຊຽງ​ຂວາງ.

342

ພິ​ທີ​ເຊັນ​ສັນ​ຍາ​ວ່າ​ດ້ວຍການຂຸດ​ຄົ້ນ ປຸງ​ແຕ່ງ ​ສົ່ງ​ອອກ​ແຮ່​ທອງ ແລະ ຄຳ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກຸມ​ພາ​ ຜ່ານ​ມາ ທີ່​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ.

ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ແມ່ນ ທ່ານ ນາງ ຄຳ​ຈັນ ວົງ​ແສນ​ບູນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ທ່ານ ນິກ​ສັນ ພົມ​ມະ​ວິ​ຈິດ ປະ​ທານ​ກຸ່ມ​ບໍ​ລິ​ສັດ​ນິກ​ສັນ ພັດ​ທະ​ນາ​ບໍ່​ແຮ່​ຈຳ​ກັດ​ຜູ້​ດຽວ ໂດຍ​ມີ ທ່ານ ບຸນ​ຈັນ ສີ​ວົງ​ພັນ ເຈົ້າ​ແຂວງ​ຊຽງ​ຂວາງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ນຳ.


ໂຄງ​ການ​ດັ່ງ​ກ່າວ ຕັ້ງ​ຢູ່​ເຂດ​ບ້ານ​ນາ​ມວນ ເມືອງ​ຄຳ ແລະ ບ້ານ​ສົບ​ກຶນ ເມືອງ​ພູ​ກູດ ແຂວງ​ຊຽງ​ຂວາງ ໃນ​ເນື້ອ​ທີ່ 18,28 ​ກິ​ໂລຕາ​ແມັດ ໂດຍ​ມີ​ອາ​ຍຸ​ສັນ​ຍາ​ສຳ​ປະ​ທານ 20 ປີ ໂດຍ​ ບໍ​ລິ​ສັດ​ ນິກ​ສັນ ພັດ​ທະ​ນາ​ບໍ່​ແຮ່​ ຈຳ​ກັດ​ຜູ້​ດຽວ ຈະ​ລົງ​ທຶນ​ຂຸດ​ຄົ້ນ ແລະ ສ້າງ​ຕັ້ງ​ໂຮງ​ງານ​ທີ່​ທັນ​ສະ​ໄໝ​ຕາ​ມ​ມາດ​ຕະ​ຖານ​ສາ​ກົນ ໃນ​ມູນ​ຄ່າ​ການ​ລົງ​ທຶນ​ເບື້ອງ​ຕົ້ນ 46 ລ້ານ​ໂດ​ລາ.


ໃນ​ພິ​ທີ​ດັ່ງ​ກ່າວ ກຸ່ມ​ບໍ​ລິ​ສັດ​ ນິກ​ສັນ ພັດ​ທະ​ນາ​ບໍ່​ແຮ່​ ຈຳ​ກັດ​ຜູ້​ດຽວ ຍັງ​ໄດ້​ມອບ​ພັນ​ທະ​ຄ່າ​ຊັບ​ພະ​ຍາ​ກອນ​ລ່ວງ​ໜ້າ​ໃຫ້​ລັດ​ຖະ​ບານ​ກ່ອ​ນ​ຈຳ​ນວນ 2 ລ້ານ​ໂດ​ລາ​, ນອ​ກ​ຈາກ​ນີ້ ຍັງ​ຈະ​ຊ່ວຍ​ສ້ອມ​ແປງ​ທາງ​ໂດຍ​ບໍ່​ໄດ້​ຫັກ​ຕົ້ນ​ທຶນ ແຕ່​ເມືອງ​ຄຳ​ ແຂວງ​ຊຽງ​ຂວາງ ຫາ ເມືອງ​ຮ້ຽມ ແຂວງ​ຫົວ​ພັນ ຊຶ່ງ​ມີ​ໄລ​ຍະ​ທາງ​ຍາວ 48 ກິ​ໂລ​ແມັດ ມູນ​ຄ່າ 24 ຕື້​ກີບ.


ຂ່າວ-ພາບ: ກະຊວງແຜນການ