ປາກຊ່ອງພັດທະນາ 1 ໃນ 5 ບໍລິສັດ ຜູ້ໄດ້ຮັບລາງວັນທຸລະກິດບູລິມະສິດດີເດັ່ນ ແຫ່ງປີ 2021

137

ພິທີມອບ-ຮັບລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ແລະ ລາງວັນພັດທະນາສີມືແຮງງານ ປະຈໍາປີ 2021 ໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2022 ທີ່ໂຮງແຮມ ຄຣາວພລາຊາ ນະຄອນ ຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊິ່ງ ບໍລິສັດ ປາກຊ່ອງພັດທະນາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ກໍໄດ້ຮັບລາງວັນ ປະເພດ ບູລິມະສິດດີເດັ່ນ.

อาจเป็นรูปภาพของ ข้อความพูดว่า "Champasak Province Lao P.D.R Pedoo Pakxong Pakxong Organic Co.,Ltd. Development Derelopment Farm Sole Import"

ການຄັດເລືອກ ແລະ ໃຫ້ລາງວັນປີນີ້ ມີການຈັດເປັນຫຼາຍປະເພດ ໃນນັ້ນ, ລາງວັນບູລິມະສິດດີເດັ່ນ ມີພຽງ 5 ບໍລິສັດ ຄື: ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ສວນພຶກສາ, ບໍລິສັດ ຮຸ່ງອາລຸນ ໂລຈິສະຈິກ ຈໍາກັດຜູ້ດຽວ, ບໍລິສັດ ປາກຊ່ອງພັດທະນາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ໂຮງງານ ກະເບື້ອງກາສິງ.

ທ່ານ ນາງ ອິນແປງ ຊາມຸນຕີ ປະທານບໍລິສັດ ປາກຊ່ອງພັດທະນາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ບໍລິສັດປາກຊ່ອງພັດທະນາຂາອອກ-ຂາເຂົ້າຈຳກັດຜູ້ດຽວສ້າງຕັ້ງຂຶ້ນເມື່ອວັນທີ 23 ພຶດສະພາ 2003 ດ້ວຍທຶນຈົດທະບຽນ 1.600 ລ້ານກີບ ພາຍໃຕ້ຈຸດປະສົງ ເພື່ອດຳເນີນທຸລະກິດສົ່ງ ເສີມການຜະລິດກະສິກຳເປັນສິນຄ້າໃນໂຄງການສັນຍາສອງສົ້ນ (contracfarming) ເພື່ອສົ່ງຂາຍພາຍໃນ ແລະ ຕ່າງປະເທດຈົນເຖິງປັດຈຸບັນ.

อาจเป็นรูปภาพของ 1 คน, กำลังยืน และ สถานที่ในร่ม

ສິນຄ້າກະສິກຳທີ່ສົ່ງເສີມ, ເກັບຊື້ຄືນ ແລະ ສົ່ງອອກໃນແຂວງຈຳປາສັກມີ: ຜັກກະລ່ຳປີ, ຜັກກາດຂາວ, ຂີງ, ໝາກເພັດ, ໝາກນາວ ແລະ ກ້ວຍນ້ຳ. ສ່ວນແຂວງສາລະວັນມີ: ກ້ວຍນ້ຳ, ຖົ່ວດິນ, ມັນດ້າງ. ນອກນັ້ນຍັງເກັບຊື້ຂີ້ຊີ, ໝາກຂາມສົ້ມ ໃນບັນດາແຂວງພາກໃຕ້ ເພື່ອສົ່ງຂາຍພາຍໃນ ແລະຕ່າງ ປະເທດຕື່ມອີກ.

ພືດຜັກ ແລະ ສິນຄ້າກະສິກຳທີ່ສົ່ງເສີມ, ເກັບຊື້ຄືນແມ່ນສົ່ງຂາຍພາຍໃນ 10-15%, ຂາຍອອກປະເທດໄທ 85%, ຂາຍໄປປະເທດທີ່ສາມ 5%.

ປີ 2008 ບໍລິສັດໄດ້ເພີ່ມທຶນຈົດທະບຽນຈາກ 1.600 ລ້ານມາເປັນ 10.000 ລ້ານກີບ ແລະ ເປັນຜູ້ກໍ່ຕັ້ງການສົ່ງເສີມປູກພືດຜັກອິນຊີເພື່ອສົ່ງຂາຍພາຍໃນ ແລະ ຕ່າງປະເທດ.

ໃນໂຄງການນີ້ບໍລິສັດໄດ້ເພີ່ມການປູກພືດ-ຜັກ ສົ່ງຂາຍທີ່ນະຄອນຫລວງວຽງຈັນ (ຕະຫຼາດກະສິກຳອິນຊີ) ເລີ່ມຕົ້ນທີ່ເດີ່ນທາດຫລວງ ຮ່ວມກັບໂຄງການ ແຮນວີຕັດ ຂອງກະຊວງກະສິກຳ ແລະ ປ່າໄມ້ ຕື່ມອີກຊ່ອງທາງໜຶ່ງ ທີ່ຊ່ວຍປະຊາຊົນໃຫ້ມີວຽກເຮັດງານທຳ, ມີລາຍໄດ້ປະຈຳ ສົ່ງເສີມຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ.

 

ไม่มีคำอธิบายรูปภาพ

ປີ 2014 ບໍລິສັດຊອກໄດ້ຕະຫຼາດຮັບຊື້ມັນຕົ້ນທີ່ປະເທດໄທ ຈຶ່ງໄດ້ສົ່ງເສີມການປູກມັນຕົ້ນອິນຊີໃນ 2 ແຂວງຕື່ມອີກເພື່ອໃຫ້ໄດ້ສິນຄ້າທີ່ມີຄຸນນະພາບສົ່ງຂາຍໃຫ້ລູກຄ້າ.

 

ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳຂອງບໍລິສັດ ລະຫວ່າງປີ 2004-2014 ແມ່ນໂຄງ ການ contracfarming (ສັນຍາສອງສົ້ນ) ແຕ່ປີ 2015 ເຖິງປັດຈຸບັນແມ່ນໂຄງການ 2+3 ຕາມນະໂຍບາຍຂອງລັດຖະບານທີ່ວາງອອກ. ທັງສອງໂຄງການແມ່ນແນວທາງ ແລະ ເປົ້າຫມາຍດຽວກັນຄື:ຊ່ວຍ   ເຫຼືອປະຊາຊົນບັນດາເຜົ່າຜູ້ຜະລິດໃຫ້ມີວຽກເຮັດ ແລະ ມີລາຍໄດ້ປະຈຳ ກ້າວໄປເຖິງການຫລຸດພົ້ນອອກຈາກຄວາມທຸກຍາກ.

ທັງສອງໂຄງການຄື: ປະຊາຊົນມີດິນ ແລະ ແຮງງານເປັນຂອງຕົນເອງ, ຝ່າຍບໍລິສັດແມ່ນສະໜັບສະໜູນປັດໄຈການຜະລິດເຊັ່ນ: ອຸປະກອນການຜະລິດ, ແນວພັນພືດ, ໃຫ້ເງິນລ່ວງໜ້າ 30% ແບບບໍ່ມີດອກເບັຍ ແລະ ບໍ່ມີຫລັກຊັບຄ້ຳປະກັນ ແຕ່ໃຫ້ເອົາຜົນຜະລິດໃນສວນຄ້ຳປະກັນສັນຍາ; ຈັດຝຶກອົບຮົມດ້ານເຕັກນິກ, ວິຊາການໃຫ້ຟຣີ ສົ່ງໃຫ້ໄປສຶກສາເບິ່ງວຽກຕົວຈິງທັງພາຍໃນ ແລະ ຕ່າງປະເທດ,ເປັນຕະ ຫຼາດຮັບຊື້ຜົນຜະລິດຄືນຈາກປະຊາຊົນໃນລາຄາຄ້ຳປະກັນທີ່ເໝາະສົມ. ໃນເວລາຊື້ຜົນຜະລິດຄືນຈາກປະ ຊາຊົນແມ່ນເອົາຕາມລາຄາສິນຄ້າໃນທ້ອງຕະຫຼາດໃນມື້ທີ່ສົ່ງມອບສິນຄ້າ. ໝາຍຄວາມວ່າ: ໃນມື້ສົ່ງມອບສິນຄ້າຫາກລາຄາສິນຄ້າໃນທ້ອງຕະຫຼາດສູງກວ່າລາຄາຄໍ້າປະກັນບໍລິສັດຈະຊື້ຕາມລາຄາຕະຫຼາດ, ແຕ່ຖ້າລາຄາໃນຕະຫຼາດຕ່ຳກວ່າລາຄາຄ້ຳປະກັນບໍລິສັດຈະຊື້ໃນລາຄາຄ້ຳປະກັນ.

อาจเป็นรูปภาพของ ข้อความ

ໃນປີ 2021 ເຖິງປັດຈຸບັນບໍລິສັດໄດ້ສົ່ງເສີມການປູກກາເຟອິນຊີ ທີ່ເມືອງເລົ່າງາມແຂວງສາລະວັນອີກ 1 ສິນຄ້າໃນໂຄງການ: 2+3. ໂດຍໃນປີ 2017 ບໍລິສັດໄດ້ເປີດສາຂາທີ່ແຂວງສາລະວັນ (ບໍລິສັດປາກຊ່ອງພັດທະນາຂາອອກ-ຂາເຂົ້າຈຳກັດຜູ້ດຽວສາຂາແຂວງສາລະວັນ) ດ້ວຍທຶນຈົດທະບຽນ 5.000 ລ້ານກີບ ແລະ ປີ 2019 ໄດ້ສ້າງຕັ້ງບໍລິສັດສາລະວັນພັດທະນາຂາອອກ-ຂາເຂົ້າຈຳກັດຜູ້ດຽວ ດ້ວຍທຶນຈົດທະບຽນ 68.000 ລ້ານກີບເພີ່ມເພື່ອຄວາມສະດວກໃນການປະຕິບັດໂຄງການຜະລິດກະສິກຳເປັນສິນຄ້າ ແລະ ການດຳເນີນທຸລະກິດຢ່າງຄ່ອງໂຕ.

ປັດຈຸບັນໃນສາມແຂວງ: ຈຳປາສັກ 5 ເມືອງຄື: ເມືອງປະທຸມພອນ, ບາຈຽງຈະເລີນສຸກ, ປາກຊ່ອງ, ຊະນະສົມບູນ ແລະ ເມືອງໂພນທອງ. ແຂວງສາລະວັນມີ 3 ເມືອງ: ເມືອງເລົ່າງາມ, ວາປີ ແລະ ເມືອງສາລະວັນ. ແຂວງເຊກອງ 1 ເມືອງຄື: ເມືອງທ່າແຕງ ມີສະມາຊິກທັງໝົດເກືອບ 12.000 ຄອບ ຄົວ.

ຜ່ານມາບໍລິສັດໄດ້ຮັບກຽດອັນສູງສຸດ,ໄດ້ຮັບຄວາມເຊື່ອໝັ້ນຈາກລັດຖະບານຈິ່ງໄດ້ຮັບການມອບໜາຍໃຫ້ມີສ່ວນຮ່ວມເຂົ້າບູລະນະກໍ່ສ້າງສ້ອມແປງຜາສາດຫີນວັດພູ ແຂວງຈຳປາສັກໃນປີ 2001 ແລະ ສຳ ເລັດພ້ອມສົ່ງມອບໃນວັນທີ 20 ທັນວາ 2002 ແລະ ລັດຖະບານໄດ້ປະກາດເປັນມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ໃນວັນທີ 25 ທັນວາ 2002 ດ້ວຍການລົງທຶນຂອງບໍລິສັດ 100% ແລະ ລັດຖະບານທົດແທນຄືນດ້ວຍເງິນງົບປະມານໃນເວລາຕໍ່ມາ.

อาจเป็นรูปภาพของ สถานที่ในร่ม

ຈາກການພັດທະນາບໍລິສັດ ຕິດພັນກັບການພັດທະນາສັງຄົມ, ສ້າງວຽກເຮັດ-ສົ່ງເສີມລາຍໄດ້ໃຫ້ປະຊາຊົນ ກໍໄດ້ສົ່ງຜົນດີໃຫ້ ບໍລິສັດ ປາກຊ່ອງພັດທະນາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ກາຍເປັນທີ່ຮັບຮູ້ຢ່າງກວ້າງຂວາງ ແລະ ເປັນທີ່ເຊື່ອໝັ້ນຂອງພັກ-ລັດ, ເປັນທີ່ຮັກແພງຂອງປະຊາຊົນ ສາມາດຍາໄດ້ຫຼາຍຜົນງານທີ່ພົ້ນເດັ່ນ ແລະ ຫຼາຍລາງວັນເປັນອັນຢັ້ງຢືນ ເຊິ່ງຫຼ້າສຸດກໍແມ່ນໄດ້ລາງວັນ ທຸລະກິດອາ ຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈໍາປີ 2021 ປະເພດ ບູລິມະສິດດີເດັ່ນ-ຂະແໜງການກະສິກໍາ.