ງາມຫວານທີ່ສຸດເລີຍ ກວາງ ກັນລະຍາ ໃນງານເດີນແບບ Lao Fashion week  2022

163

ງາມຫວານເປັນທີ່ສຸດເລີຍ ສໍາລັບສາວຄົນນີ້ດີກີສາວແພດ ຮອງອັນດັບໜຶ່ງນາງສາວລາວປີ 2021 ກັບການປະກົດຕົວໃນງານເດີນແບບເວທີໃຫຍ່ ທີ່ຮວບຮວມເອົາຄົນດັງ ບໍ່ວ່າຈະເປັນນາງງາມ, ນາງແບບ, ຊາຍແບບ ແລະ ນັກສະແດງ ລວມທັງຜູ້ທີ່ມີຊື່ສຽງຢູ່ໃນວົງການບັນເທີງລາວຮວບຮວມໄວ້ໃນທີ່ນີ້ ເຊິ່ງງານດັ່ງກ່າວນີ້ກໍຄືງານ Lao Fashion week  2022 ທີ່ໂດດເດັ່ນ ແລະ ງາມສະກົດທຸກສາຍຕາບໍ່ດ້ອຍກວ່າໃຜເລີຍ ກໍຄືສາວງາມຄົນນີ້ ກວາງ ກັນລະຍາ ໂຄດໂຍທາ ຮອງອັນດັບໜຶ່ງ ນາງສາວລາວ 2021ເຮົານີ້ເອງ.

ໃນງານເດີນແບບ Lao Fashion week  2022 ໃນຄັ້ງນີ້ ສໍາລັບກວາງທີ່ໄດ້ຮັບຕໍາແໜ່ງໃໝ່ຖືວ່າເປັນງານທໍາອິດຂອງການເດີນແບບເລີຍ ແລະ ຊຸດທີ່ໄດ້ສວມໃສ່ໃນຄັ້ງນີ້ກໍແມ່ນການອອກແບບຊຸດສຸດຫວານສີຂາວປົນກັບສີຟ້າ ໃຫ້ກັບຫ້ອງເສື້ອຊື່ດັງ ວັນນາລີ ເຊິ່ງການໄປຮ່ວມງານເດີນແບບຂອງກວາງໃນຄັ້ງນີ້ກໍຖືວ່າສ້າງຄວາມປະທັບໃຈໃຫ້ກັບແຟນໆໄດ້ຢ່າງຫຼາຍເລີຍ.

ປັດຈຸບັນນີ້ ກັນລະຍາ ໂຄດໂຍທາ ຫຼື ກວາງ ອາຍຸ 23 ປີ ເປັນສາວງາມແດນໃຕ້ແຂວງ ຈຳປາສັກ ແລະ ຈົບການສຶກສາ ຈາກ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ ສາຍຜະດຸງຄັນ ເປັນສາວແພດທີ່ມີທັງ ຄວາມງາມ ແລະ ຄວາມສາມາດຄົບ, ພຽບພ້ອມເລີຍ.

ຄະຕິປະຈໍາໃຈ “ຄວາມສໍາເລັດບໍ່ໄດ້ຕົກລົງມາຈາກຟ້າ ແຕ່ມັນຢູ່ກັບການສະແຫວງຫາ ແລະ ລົງມືທໍາ” ຄວາມສາມາດພິເສດ ກໍມີຫຼາຍໆຢ່າງເລີຍເຊັ່ນ: ການຮ້ອງເພງ, ການຟ້ອນຄວາມອ່ອນຊ້ອຍຂອງແມ່ຍິງລາວ ແລະ  ຈຸດທີ່ໂດດເດັ່ນແມ່ນສະເໜ່ທີ່ເປັນໂຕຂອງໂຕເອງ, ຍິ້ມແຍ້ມເປັນມິດກັບທຸກຄົນ ແລະ ທີ່ສຳຄັນນ້ອງເປັນຄົນທີ່ເຕັມທີ່ກັບສິ່ງທີ່ຕົນເອງກຳລັງລົງມືເຮັດສະເໝີ.

ກິດຈະກໍາໃນຍາມວ່າງຂອງກວາງແມ່ນ ຫຼິ້ນກີລາຕີດອກປີກໄກ່, ອອກກໍາລັງກາຍ, ຊ້ອມຮ້ອງເພງ ແລະ ຫຼາຍໆຢ່າງເລີຍ. ສໍາລັບ ຊ່ອງທາງການຕິດຕາມແມ່ນສາມາດຕາມໄດ້ເລີຍທີ່ Facebook: Kuang Kanlaya ແລະ Instagram: kuangkanlaya.

[ ຮູບ: Kuang Kanlaya ]