ປັດຈຸບັນນີ້ລາຄານ້ຳມັນກໍ່ນັບມື້ນັບແພງຂຶ້ນເລື້ອຍໆ ແລະ ຫຼ້າສຸດນີ້ກໍ່ໄດ້ມີແຈ້ງການອອກມາຢ່າງເປັນທາງການເລີ່ມ 12 ກຸມພານີ້ ປັບຂຶ້ນນ້ຳມັນທົ່ວປະເທດ ເຊິ່ງກໍ່ເຮັດໃຫ້ມີປະຊາຊົນຈຳນວນຫຼວງຫຼາຍໄປຕໍ່ຄິວຍາວຢຽດ ເພື່ອລໍຖ້າເຕີມນ້ຳມັນ ເຊິ່ງເຮັດໃຫ້ເສຍທັງເວລາ ແລະ ພົບຄວາມຫຍຸ້ງຍາກຫຼາຍຢ່າງ.

ມື້ນີ້ມາບອກຊ່ອງທາງທີ່ງ່າຍ ແສນງ່າຍ ພຽງແຕ່ 15-20 ນາທີ ຕາມໄລຍະທາງ ກໍ່ມີປໍ້ານໍ້າມັນເຄື່ອນທີ່ໄປສົ່ງນ້ຳມັນໃຫ້ກັບທີ່ເລີຍ ເຊິ່ງນັ້ນກໍ່ຄື ລົດບໍລິການເຕີມນ້ຳມັນແບບເຖິງທີ່ ເຊິ່ງປັດຈຸບັນນີ້ຢູ່ນະຄອນຫຼວງວຽງຈັນແມ່ນມີທັງໝົດ 7 ຄັນ ທີ່ຈະຄອຍຖ້າບໍລິການລູກຄ້າ.

ສຳລັບການເຕີມນ້ຳມັນເຖິງທີ່ນີ້ ຖືວ່າສະດວກໂດຍບໍ່ຕ້ອງຕໍ່ແຖວຊອກປໍ້າ ພຽງແຕ່ໃຊ້ແອັບ NTP ເອີ້ນ ປະມານ15-20ນາທີ ກໍ່ມາຮອດ ກົດເອີ້ນປຸບກໍ່ຈະມາຕາມສະຖານທີ່ຂອງເຮົາຈອດລົດຢູ່ ແຖມຄ່າບໍລິການຕາມອັດຕານໍ້າມັນຕະຫຼາດ ບໍ່ມີການບວກເພີ່ມໃດໆ , ຖືເປັນທາງເລືອກປະສົບການໃໝ່ຂອງຜູ້ຊົມໃຊ້ລົດ.

ທັງໝົດທີ່ວ່ານີ້ສາມາດເອີ້ນຜ່າ ແອັບ NTP Petrol ເຊິ່ງສາມາດດາວໂຫຼດໄດ້ທີ່ Play Store ໄດ້ແລ້ວ ນີ້ເປັນປະກົດການໃໝ່ທີ່ຈະຊ່ວຍຜູ້ກຳລັງຕົກຢູ່ທີ່ນັ່ງລຳບາກນ້ຳມັນລົດໝົດກາງທາງແນມຫາໃຜບໍເຫັນ ຂໍພຽງມີອິນເຕີເນັດເພິ່ນຈະມາຊ່ວຍເຮົາໄດ້.