ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດສະເປຊເອັກ (SpeceX) ເປີດເຜີຍວ່າ ມີດາວທຽມປະມານ 40 ດວງ ຈາກທັງໝົດ 49 ດວງ ຫຼຸດອອກຈາກວົງໂຄຈອນ ແລະ ຖືກເຜົາໄໝ້ໃນຊັ້ນບັນຍາກາດ ຫຼັງປະເຊີນກັບພາຍຸແມ່ເຫຼັກໂລກ, ຫຼັງຈາກທີ່ຖືກປ່ອຍຝູງດາວທຽມດັ່ງກ່າວຂຶ້ນສູ່ອາວະກາດພຽງວັນດຽວ.
ບໍລິສັດສະເປຊເອັກ ເປີດເຜີຍວ່າ: ດາວທຽມດັ່ງກ່າວໄດ້ຮັບຜົນກະທົບຈາກພາຍຸແມ່ເຫຼັກໂລກທີ່ເກີດຈາກປະຕິສຳພັນລະຫວ່າງ ລົມສຸລິຍະ ກັບສະໜາມແມ່ເຫຼັກໂລກ ໂດຍດາວທຽມເຫຼົ່ານີ້ ເປັນສ່ວນໜຶ່ງຂອງການຕິດຕັ້ງຝູງດາວທຽມ ສະຕາລິງ (Starlink) ເພື່ອໃຊ້ງານອິນເຕີເນັດຄວາມໄວສູງ, ທັງນີ້ ເຖິງແມ່ນວ່າຜູ້ຄວບຄຸມພາກພື້ນດິນຈະພະຍາຍາມສັ່ງຢຸດການເຮັດວຽກຂອງດາວທຽມໄວ້ຊົ່ວຄາວ ເພື່ອໃຫ້ໂຄຈອນໄປໃນທິດທາງທີ່ໄດ້ຮັບຜົນກະທົບໜ້ອຍທີ່ສຸດ ແຕ່ແຮງດຶງດູດໃນຊັ້ນບັນຍາກາດສູງເກີນໄປ ເຮັດໃຫ້ດາວທຽມທັງຫຼາຍຍັງໄຕ່ຂຶ້ນໄປໃນລະດັບສູງຂຶ້ນ ຈົນໄດ້ຮັບຄວາມເສຍຫາຍຕາມມາ.

ບໍລິສັດ SpeceX ລະບຸວ່າ ຝູງດາວທຽມທັງ 49 ດວງຖືກສົ່ງຂຶ້ນໄປປະຈຳການເໜືອພື້ນໂລກປະມານ 210 ກິໂລແມັດເມື່ອວັນທີ 3 ກຸມພາຜ່ານມາ, ແນວໃດກໍຕາມຝູງດາວທຽມດັ່ງກ່າວຕ້ອງປະເຊີນກັບພາຍຸແມ່ເຫຼັກໂລກທີ່ເຄື່ອນຕົວປະທະກັບໂລກ ເຊິ່ງເປັນລັກສະນະຄ້າຍຄືກັບປາກົດການ ອໍໂຣຣາ ຫຼື ແສງເໜືອ ທີ່ເກີດຂຶ້ນບໍລິເວນຂົ້ວໂລກເໜືອ ແຕ່ສ້າງ ຄວາມເສຍຫາຍຮຸນແຮງກວ່າ.