ລັດຖະມົນຕີ ກະຊວງອຸດສາຫະກຳແລະ ການຄ້າ ເນັ້ນແຂວງຜົ້ງສາລີ ຜະລິດສິນຄ້າທີ່ມີທ່າແຮງປ້ອນຕະຫຼາດຈີນໃຫ້ເພີ່ມຂຶ້ນ

174

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳແລະ ການຄ້າ (ອຄ) ພ້ອມ ຄະນະ ໄດ້ພົບປະ ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງ ແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໃນວັນທີ 8 ກຸມພາ 2022 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ ເຊິ່ງທັງສອງຝ່າຍປຶກສາຫາລື ແຜນການຜະລິດ ແລະ ປຸງແຕ່ງສິນຄ້າ, ຂອດອໍານວຍຄວາມສະດວກໃນການສົ່ງອອກສິນຄ້າໄປຕ່າງປະເທດ.

ການພົບປະຄັ້ງນີ້ ທັງສອງທ່ານໄດ້ແລກປ່ຽນທັດສະນະ ແລະ ຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງຂົງເຂດອຸດສາຫະກຳ ແລະ ການຄ້າ ເປັນຕົ້ນ: 1) ການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ ຂອງຂະແໜງ ອຄ ໃນທົ່ວແຂວງ; 2) ການສະໜອງທຶນ ໃຫ້ແກ່ຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຂອງແຂວງ ເຮັດແນວໃດໃຫ້ເຂົາເຈົ້າສາມາດເຂົ້າເຖີງແຫ່ຼງທຶນດອກເບ້ຍຕ່ຳ ທີ່ກຳລັງຈັດຕັ້ງປະຕິບັດໃນປັດຈຸບັນ ໃຫ້ໄດ້ຫຼາຍກ່ວາເກົ່າ; 3) ສະເໜີພິຈາລະນາ ຄົ້ນຄວ້າ ບິແບ່ງໂກຕ້າລັດຖະກອນ ສຳລັບປີ 2022 ນີ້ ໃຫ້ທາງແຂວງຜົ້ງສາລີຕື່ມ, 4) ສະເໜີ ຊ່ວຍຄົ້ນຄວ້າ ນໍາເອົາລາຍການສິນຄ້າທ່າແຮງຂອງແຂວງເຊັ່ນ: ຊາ, ໝາກແໜ່ງ, ໝາກເດື່ອຍ ທີ່ຍັງບໍ່ທັນໄດ້ຮັບຮອງ ລົງນາມໃນອະນຸສັນຍາສອງຝ່າຍ ລາວ-ຈີນ ເພື່ອເຈລະຈາເອົາເຂົ້າແຜນຮ່ວມກັບຝ່າຍຈີນ; 5) ຂໍໃຫ້ທາງກະຊວງ ຊ່ວຍປະສານຫາຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ລັດຖະບານ ສປ ຈີນ ຊ່ວຍຄົ້ນຄວ້າພິຈາລະນາເປີດດ່ານທ້ອງຖິ່ນ (ປ່າຄາ-ບ້ານຈອມ) ແລະ ເປີດດ່ານສາກົນ ລານຕຸ້ຍ-ເມືອງຄັງ ເພື່ອໃຫ້ສາມາດລະບາຍສິນຄ້າ ໃຫ້ເປັນປົກກະຕິ.

ທ່ານລັດຖະມົນຕີ ກະຊວງ ອຄ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະວາລະວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເວົ້າລວມ, ເວົ້າສະເພາະ ວຽກງານຈຸດຊຸມທີ່ຕິດພັນກັບຄວາມຮັບຜິດຊອບຂອງ ຂະແໜງ ອຄ ກໍຄື: ການສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ ຊື່ງຈະໄດ້ເລັ່ງໃສ່ 3 ໜ້າວຽກ ເປັນຫຼັກຄື: 1) ການປັບປຸງສະພາບແວດລ້ອມ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງການດຳເນີນທຸລະກິດ; 2) ຊຸກຍູ້ການຜະລິດປຸງແຕ່ງສິນຄ້າທີ່ມີທ່າແຮງ ແລະ ຕະຫຼາດຮອງຮັບ ເພື່ອການສົ່ງອອກ; ແລະ 3) ສົ່ງເສີມການຜະລິດ ແລະ ບໍລິການຕາມແລວທາງເສດຖະກິດພາຍໃນ ແລະ ພາກພື້ນ.

ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ຄຳແພງ ໄຊສົມແພງ ໄດ້ພົບປະ ແລະ ເຮັດວຽກ ກັບ ພະແນກ ອຄ ແຂວງ ຜົ້ງສາລີ ເຊິ່ງ ທ່ານ ທະນູຄໍາ ປິດຈະວົງ ຫົວໜ້າພະແນກ ອຄ ແຂວງໄດ້ລາຍງານ ການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການທີ່ຈະປະຕິບັດໃນຕໍ່ໜ້າ