ໂອກາດດີຂອງຜູ້ວ່າງງານມາແລ້ວ 16-20ມີນານີ້ພໍ້ກັນທີ່ສູນການຄ້າວຽງຈັນເຊັນເຕີ

215

ຕາມການຖະແຫຼງຂ່າວ ງານມະຫາກໍາສົ່ງເສີມສີມືແຮງງານລາວ Lao Employment 2022 ໃນວັນທີ 10ກຸມພາ 2022ນີ້ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທ່ານ ປອ. ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ເປົ້າໝາຍຫລັກແມ່ນເພື່ອເປັນງານເປີດກວ້າງ ໃຫ້ຜູ້ປະກອບການ ແລະ ແຮງງານໄດ້ມາພົບກັນ; ສົ່ງເສີມການສ້າງວຽກເຮັດງານທຳ ໃຫ້ກັບຜູ້ທີ່ວ່າງງານ; ຍົກລະດັບສີມືການເຮັດວຽກຂອງແຮງງານດ້ວຍການຝຶກອົບຮົມຕ່າງໆ; ເປັນເວທີແລກປ່ຽນປະສົບການ ແລະ ເຜີຍແຜ່ແນວທາງໃນການພັດທະນາສີມືແຮງງານ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ.

ນີ້ຍັງ ເປັນເວທີໃຫ້ນັກສຶກສາໄດ້ມີການແລກປ່ຽນບົດຮຽນ ເພື່ອກຽມເຂົ້າສູ່ຕະຫຼາດແຮງງານໃນອະນາຄົດ ໃຫ້ເຂົາເຈົ້າໄດ້ຮັບຮູ້ຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ນະໂຍບາຍທີ່ຕິດພັນການຈ້າງງານ.

ສໍາລັບກິດຈະກໍາຫລັກ ໃນງານແມ່ນຮ່ວມສົນທະນາ / ຝຶກອົບຮົມ (ໃຫ້ຄວາມຮູ້, ສ້າງແຮງບັນດານໃຈ); ນັກສຶກສາກຽມເຂົ້າສູ່ຕະຫຼາດແຮງງານ; ຊ່ວຍເຫຼືອໃນການພັດທະນາທັກສະດ້ານແຮງງານ ແລະ ຍົກລະດັບສີມືແຮງງານ; ງານວາງສະແດງ ແລະ ສາທິດທັກສະດ້ານສີມືແຮງງານ, ເວທີສ້າງສ້າງຄວາມຮັບຮູ້ແກ່ສັງຄົມ; ການແຂ່ງຂັນສີມືແຮງງານ ແລະ ປະກາດໂຄງການສົ່ງເສີມສີມືແຮງງານຕ່າງໆ; ການພົບປະລະຫວ່າງອົງກອນ, ເຂດເສດຖະກິດ, ຫົວໜ່ວຍທຸລະກິດ ກັບຜູ້ວ່າງງານ,ແຮງງານທີ່ສົນໃຈ ແບບເປີດກວ້າງ ແລະ ການສະໜັບສະໜູນທຶນການສຶກສາ ເພື່ອສ້າງແຮງງານຄຸນນະພາບ.

ພ້ອມນີ້, ທ່ານ ສຸລິສັກ ສຸພັນທອງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງ ແຮງງານ ແລະສະຫວັດດີການສັງຄົມກ່າວວ່າ: ເມື່ອເວົ້າເຖິງສີມືແຮງງານລາວ ເປັນບັນຫາທີ່ສຳຄັນ ໃນການພັດທະນາຊັບພະຍາກອນມະນຸດ, ການມີວຽກເຮັດງານທຳ ແລະ ການຍົກສູງຜະລິດຕະພາບ ທັງເປັນໜຶ່ງທ່າແຮງພື້ນຖານຂອງການພັດທະນາ ເສດຖະກິດ ແລະ ສັງຄົມຂອງປະເທດ ໂດຍສະເພາະ ການຊ່ວຍກະຕຸກຊຸກຍູ້ການສ້າງຜູ້ປະກອບການ, ການປະກອບອາຊີບອິດສະຫຼະ, ການຜະລິດເປັນສິນຄ້າ, ການຄໍ້າປະກັນສະບຽງອາຫານ, ການບໍລິການ, ການເຄື່ອນໄຫວທຸລະກິດ ແລະ ການຍົກສູງຊີວິດການ ເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ເຊິ່ງຍາມໃດ ລັດຖະບານກໍຖືເປັນບັນຫາສຳຄັນ ແລະ ບຸລິມະສິດ.

ໃນງານມະຫາກຳສົ່ງເສີມສີມືແຮງງານລາວ ໃນປີ 2022 ນີ້, ເປັນອີກຂະບວນການໜຶ່ງໃນການ ຈັດຕັ້ງປະຕິບັດທິດທາງ ແລະ ນະໂຍບາຍຂອງຊາດ ໃນການຊຸກຍູ້ ແລະ ສົ່ງເສີມ ການພັດທະນາກຳລັງແຮງງານ, ການຊອກຫາວຽກເຮັດງານທຳ ເພີ່ມໂອກາດໃຫ້ສອງຝ່າຍ ລະຫວ່າງ ບໍລິສັດທີ່ຕ້ອງການແຮງງານ ແລະ ຜູ້ຢາກມີວຽກເຮັດງານທຳໄດ້ມາພົບພໍ້ກັນ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນນີ້, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຈະປະກອບບຸກຄະລາກອນເຂົ້າໃນຄະນະຮັບຜິດ ຊອບວຽກງານຕ່າງໆ ເຊັ່ນ: ແຂ່ງຂັນສີມືແຮງງານ ແລະ ງານນັດພົບແຮງງານ ແລະ ເພື່ອສົ່ງເສີມໂອກາດໃນການສ້າງວຽກເຮັດງານທຳ ຈະໄດ້ໂຄສະນາ ແລະ ສົ່ງຂໍ້ມູນຂ່າວສານໃຫ້ບັນດາ ສະຖານທີ່ພັດທະນາສີມືແຮງງານ ແລະ ວິສາຫະກິດບໍລິການຈັດຫາງານພິຈະລະນາການອອກຮ້ານວາງສະແດງໃນງານຄັ້ງນີ້ດ້ວຍ.

ສໍາລັບງານມະຫາກຳສົ່ງເສີມສືມືແຮງງານລາວ Lao Employment 2022 ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-20 ມີນາ 2022 ທີ່ສູນການຄ້າ ວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ.