ໜື່ງຄອບຄົວຕົວແບບທີ່ພົ້ນທຸກໄດ້ ເພາະປູກກາເຟຂາຍ

131

ມື້ນີ້ພາມາເບິ່ງຄອບຄົວຕົ້ນແບບ ໃນການສ້າງເຮັດທຳກິນ ຄອບຄົວ ທ່ານ ນາງ ວຽງລາພອນ ວັນມະວີ ຮອງນາຍບ້ານ-ບ້ານດາກຕະອອກໃຫຍ່ ເມືອງດາກຈຶງ ແຂວງເຊກອງ ເປັນຄອບຄົວໜຶ່ງທີ່ຢຶດຖືການປູກກາເຟ ເພື່ອສ້າງເສດຖະກິດຄອບຄົວ ຈົນກ້າວມາເປັນຄອບຄົວຕົວແບບດ້ານການປູກກາເຟກາຕີມໍ ເປັນສິນຄ້າ ທີ່ສຳຄັນສະພາບເສດຖະກິດຄອບຄົວນັບມື້ດີຂື້ນ ຍັງປະກອບສ່ວນແກ່ການພັດທະນາຂອງເມືອງອີກຕ່າງຫາກ.

ທ່ານ ນາງ ວຽງລາພອນ ວັນມະວີໃຫ້ສໍາພາດວ່າ: ໃນຄອບຄົວຕົນ ມີສະມາຊິກ ທັງໝົດ 7 ຄົນ, ແຮງງານສົມບູນ 6 ຄົນ. ໃນເມື່ອກ່ອນ ຄອບຄົວລາວ ຢຶດຖືການເຮັດໄຮ່ແບບເລື່ອນລອຍ ແລະເຮັດນາ ໃນເນືອທີ່ 1,5 ເຮັກຕາ, ຜົນຜະລິດໄດ້ 1-1,5 ໂຕນຕໍ່ເຮັກຕາ ແລະບາງປີກໍ່ບໍ່ໄດ້ ຍ້ອນສະພາບດິນຟ້າອາກາດບໍ່ເອື້ອອໍານວຍຄວາມສະດວກ, ເມື່ອສໍາເລັດການປູກເຂົ້່າໄຮ່ ແລະນາປີ ກໍໄດ້ປູກເຜືອກ, ມັນ ຈໍານວນໜຶ່ງເປັນອາຊີບເສີມ ແຕ່ກໍໄດ້ພຽງ 4-5 ລ້ານກີບຕໍ່ປີເທົ່ານັ້ນ.

ການເຮັດເຊັ່ນນັ້ນເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວໃນຕອນນັ້ນ ບໍ່ກຸ້ມກິນ ຈົນມາຮອດຕົ້ນປີ 2012, ຄະນະພັກ-ອົງການປົກຄອງເມືອງ ກໍຄືຄະນະພັກເຂດເຊຂະຫມານ ໄດ້ກໍານົດເອົາ ບ້ານດາກຕະອອກໃຫຍ່ ປູກກາເຟກາຕີມໍ ເພື່ອສ້າງລາຍຮັບເຂົ້າໃນຄອບຄົວ ແລະແກ້ໄຂຄວາມທຸກຍາຂອງປະຊາຊົນ, ສະນັ້ນ ຕົນເອງຈຶ່ງໄດ້ປຶກສາຫາລືກັບຄອບຄົວ ເພື່ອຊອກຫາຊ່ອງທາງໃນການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະໄດ້ຕັດສິນໃຈ ຫັນມາທົດລອງປູກກາເຟກາຕີມໍ ໃນເນື້ອທີ່ 1 ເຮັກຕາ ແລະເຮັດໄຮ່ ໃນເນື້ອທີ່ 0,5 ເຮັກຕາ ເພື່ອໃຫ້ມີເຂົ້າກິນໃນຄອບຄົວ.

ເມື່ອຕົກມາຮອດ 2014 ສາມາດເກັບຜົນຜະລິດກາເຟ ໄດ້ປະມານ 100 ກະຖາງ(ໝາກແດງ), ຂາຍໄດ້ 7 ລ້ານກີບ ໄດ້ປະມານ 3 ໂຕນຕໍ່ເຮັກຕາ, ບວກກັບເກັບເຄື່ອງປ່າຂອງດົງໄດ້ຈໍານວນວໜຶ່ງ ໄປຂາຍ ເຮັດໃຫ້ຄອບຄົວພໍກຸ້ມຢູ່ກຸ້ມກິນ. ເມື່ອເຫັນການປູກກາເຟກາຕີມໍ ໄດ້ຮັບຜົນຜະລິດດີ, ມາຮອດປີ 2015-2016 ຈຶ່ງໄດ້ຕັດສິນໃຈກູ້ຢືມເງິນທະນາຄານນະໂຍບາຍຈໍານວນວນ 6 ລ້ານກີບ ເພື່ອບຸກເບີກເນື້ອທີ່ປູກກາເຟໃໝ່ຕື່ມອີກ 1,5 ເຮັກຕາ ບວກກັບເນື້ອທີ່ເກົ່າ ເປັນ 2,5 ເຮັກຕາ, ຕໍ່່ມາໄດ້ສູ້ຊົນສືບຕໍ່ຂະຫຍາຍເນື້ອທີ່ຕື່ມອີກເປັນ 3 ເຮັກຕາ ໃນປີ 2017

.

ໃນປີ 2018 ຫ້ອງການກະສິກໍາ ແລະປ່າໄມ້ເມືອງດາກຈຶງ ໄດ້ລົົງຊຸກຍູ້ ແນະນໍາດ້ານວິຊາການ ໂດຍນໍາໃຊ້ເຕັກນິກວິທະຍາສາດອັນໃໝ່ຈໍານວນໜຶ່ງ ເຂົ້າໃນການປູກ ແລະການຜະລິດກາເຟເປັນສິນຄ້າ ເປັນຕົ້ນ: ວິທີການຄັດເລືອກແນວພັນ, ການຜະລິດຝຸ່ນທໍາມະຊາດ(ຝຸ່ນຄອກ)ທີ່ມີໃນທ້ອງຖິ່ນ, ການບົວລະບັດຮັກສາ, ການສ້ອມຕັດຕອນກິ່ງງ່າ ແລະວິທີການເກັບກູ້ ແມ່ນໄດ້ຈັດຕັ້ງປະຕິບັດຕາມເຕັກນິກວິຊາການແນະນໍາ ເຫັນວ່າມີປະສິດທິຜົນຂອງການຜະລິດສູງຂຶ້ນ, ຈາກ 3 ໂຕນຕໍ່ເຮັກຕາ ໃນເມື່ອກ່ອນ ເພີ່ມຂຶ້ນເປັນ 3,2 ໂຕນຕໍ່ເຮັກຕາ, ໃນປີ 2018-2019 ເຮັດໃຫ້ມີລາຍຮັບ ສະເລ່ຍປະມານ 30 ລ້ານກວ່າກີບຕໍ່ປີ.

.

ນັ້ນເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາຄວາມທຸກຍາກ ປະຈຸບັນ ຄອບຄົວຂອງລາວໄດ້ມີການປ່ຽນແປງດີຂຶ້ນຫຼາຍຖ້າທຽບໃສ່ເມື່ອກ່ອນ ສິ່ງທີ່ໄດ້ມາຄື ມີເຮືອນຢູ່ເຄິ່ງຖາວອນ 1 ຫຼັງ, ມີພາຫະນະນໍາໃຊ້, ມີເງິນໃຊ້ປະຈໍາວັນ, ມີລາຍຮັບທີ່ໝັ້ນຄົງ, ລູກ ໄດ້ສຶກສາຮໍ່າຮຽນໝົດທຸກຄົນ ແລະຕົນເອງກໍຄ່ອຍໆມີບົດບາດຢູ່ໃນສັງຄົມ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ເຊື່ອໝັ້ນຈາກມະຫາຊົນ ຈົນໄດ້ຖືກເລືອກຕັ້ງເປັນກໍາມະການໜ່ວຍພັກບ້ານ ,ເປັນຮອງນາຍບ້ານ-ບ້ານດາກຕະອອກໃຫຍ່ໃນປີ 2018.

.

ທ່ານ ນາງ ວຽງລາພອນ ວັນມະວີ ໄດ້ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການໃນຕໍ່ໜ້າຈະສືບຕໍ່ຂະຫຍາຍເນື້ອທີ່ການຜະລິດໃຫ້ໄດ້ 0,5-1 ເຮັກຕາ, ຕິດພັນກັບການບົວລະບັດຮັກສາເນື້ອທີ່ສວນກາເຟເກົ່າ ພ້ອມທັງປັບປຸງຍົກສະມັດຕະພາບຜົນການຜະລິດກາເຟໃຫ້ສູງຂຶ້ນ, ເພື່ອສ້າງລາຍຮັບເພີ່ມເຕີມໃຫ້ກັບຄອບຄົວ ພາຄອບຄົວຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.