ມື້ນີ້, ພົບຜູ້ຕິດເຊື້ອໃໝ່ທັງໝົດ 450 ຄົນ, ແຂວງຫົວພັນ 94 ຄົນ

43

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 10 ກຸມພາ ປີ 2022 ວ່າ ມາຮອດວັນທີ 9 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 3.312 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 450 ຄົນ (ຕິດເຊື້ອພາຍໃນ 443 ຄົນ ແລະ ນໍາເຂົ້າ 7 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 443 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 67 ຄົນ, ຫົວພັນ 94 ຄົນ, ອັດຕະປື 54 ຄົນ, ຊຽງຂວາງ 36 ຄົນ, ສະຫັວນນະເຂດ 32 ຄົນ, ຫຼວງພະບາງ 27 ຄົນ, ສາລະວັນ 21 ຄົນ, ຜົ້ງສາລີ 21 ຄົນ
ຄໍາມ່ວນ 19 ຄົນ

ໄຊຍະບູລີ 19 ຄົນ, ວຽງຈັນ 12 ຄົນ, ບໍລິຄໍາໄຊ 10 ຄົນ, ເຊກອງ 9 ຄົນ, ໄຊສົມບູນ 8 ຄົນ, ຈໍາປາສັກ 6 ຄົນ, ອຸດົມໄຊ 5 ຄົນ, ບໍ່ແກ້ວ 4 ຄົນ ແລະ ຫຼວງນໍ້າທາ 3 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 7 ຄົນ ທັງໝົດຈາກ ສະຫວັນນະເຂດ 5 ຄົນ, ນະຄອນຫຼວງ 01 ຄົນ, ແລະ ບໍລິຄໍາໄຊ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 138.007 ຄົນ, ອອກໂຮງໝໍວານນີ້ 133 ຄົນ, ກຳລັງປິ່ນປົວ 3.854 ຄົນ ແລະ ເສຍຊີວິດສະສົມທັງໝົດ 584 ຄົນ (ເສຍຊິວິດໃໝ່ 01 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 01 ຄົນ ຢູ່ ແຂວງອຸດົມໄຊ