“ ສວນພຶກສາ ” ຮັບລາງວັນບູລິມະສິດດີ່ເດັ່ນ ຂະແໜງທ່ອງທ່ຽວ ໜຶ່ງດຽວໃນປີ 2021

113

ໃຜທີ່ຢູ່ນະຄອນຫຼວງວຽງຈັນ ຄົງເຄີຍຍິນຊື່ສຽງ ຫຼື ອາດໄດ້ສໍາຜັດດ້ວຍຕົນເອງມາແລ້ວກັບສະຖານທີ່ທ່ອງທ່ຽວທໍາມະຊາດ “ສວນພຶກສາ” ເຊິ່ງຕັ້ງຫ່າງຈາກຈຸດສູນກາງນະຄອນຫຼວງປະມານ 20 ກວ່າກິໂລແມັດເທົ່ານັ້ນ ຍິ່ງໃນປັດຈຸບັນສາມາດຂັບລົດຜ່ານທາງດ່ວນກໍໄດ້ອີກ.

อาจเป็นรูปภาพของ 4 คน และ ผู้คนกำลังยืน

 

ສວນພຶກສາ ເປີດບໍລິການມາກ່ອນໄລຍະໂຄວິດລະບາດ ພ້ອມມີການໂຄສະນາເຜີຍແຜ່ກ່ຽວກັບການປັບປຸງພັດທະນາ ແລະ ການບໍລິການຜ່ານສື່ຕ່າງໆມາຕະຫຼອດຈິ່ງເປັນທີ່ີຮູ້ຈັກຢ່າງກວ້າງຂວາງ; ໃນສະຖານທີ່ດຽວກັນນີ້, ນອກຈາກມີການອະນຸລັກທໍາມະຊາດໃຫ້ອຸດົມຮົ່ມເຢັນ ແລະ ຮັກສາວັດທະນະທໍາບັນດາເຜົ່າແລ້ວ ຍັງສົ່ງເສີມດ້ານການສຶກສາ, ກີລາ ແລະ ເນັ້ນດ້ານສຸຂະພາບທີ່ດີໄປພ້ອມໆກັນ. ຍ້ອນແນວນັ້ນໄລຍະກ່ອນໂຄວິດລະບາດຈິ່ງບໍ່ແປກທີ່ມີຜູ້ຄົນໄປສຶກສາຫາ ຄວາມຮູ້ ແລະ ພັກຜ່ອນຢ່ອນໃຈບໍ່ງຽບເຫງົາແຕ່ລະວັນ.

ດ້ວຍຄວາມບຸກບືນພັດທະນາຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ຕະຫຼອດໄລຍະ 5 ປີຜ່ານມາ; ພ້ອມສະໜອງບໍລິການອັນຫຼາກຫຼາຍເພື່ອຮັບໃຊ້ສັງຄົມ ໃນທີ່ສຸດເມື່ອວັນທີ 4 ກຸມພາ 2022 ສວນພຶກສາ ກໍມີລາຍຊື່ໄດ້ຮັບລາງວັນ “ປະເພດບູລິມິສິດດີເດັ່ນ-ຂະແໜງທ່ອງທ່ຽວ” ພາຍໃຕ້ການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ທ່ານ ພູວົງ ພະມີສິດ ປະທານສວນພຶກສາ ໄດ້ໃຫ້ຮູ້ວ່າ: ສວນພຶກສາແມ່ນແຫຼ່ງທ່ອງທ່ຽວທຳມະຊາດ, ວັດທະນະທຳ, ກະສິກຳ ແລະ ສຸຂະພາບ ໂດຍເຫັນໄດ້ວ່າ ນະຄອນຫຼວງວຽງຈັນຂອງພວກເຮົານີ້ ຍັງບໍ່ທັນມີແຫຼ່ງທ່ອງທ່ຽວທີ່ເປັນບ່ອນຮອງຮັບນັກທ່ອງທ່ຽວເທົ່າທີ່ຄວນ, ຂ້າພະເຈົ້າຈິ່ງມີແນວ ຄວາມຄິດຢາກສ້າງແຫຼ່ງທ່ອງທ່ຽວໃດໜຶ່ງຢູ່ພາຍໃນນະຄອນຫຼວງ ແລະ ກໍໄດ້ມີໂອກາດໄປຊື້ກໍາມະສິດນໍາໃຊ້ທີ່ດິນຢູ່ທາງເມືອງນາຊາຍທອງ ກໍເລີຍເຮັດຕາມຄວາມຄິດ, ສ້າງເປັນແຫຼ່ງທ່ອງທ່ຽວໃຫ້ຄົບວົງຈອນພາຍໃນສວນແຫ່ງນີ້ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ໃຫ້ຮູ້ອີກວ່າ: ລິເລີ່ມເມື່ອຕົ້ນປີ 2016 ເຊິ່ງເຫັນໄດ້ວ່າ ຍິ່ງເຮັດໄປຍິ່ງມີຫລາຍສິ່ງທ້າທາຍໂດຍສະເພາະດ້ານການລົງທຶນຫຼາຍແຕ່ຜົນຕອບຮັບຫນ້ອຍ; ສະນັ້ນ, ທີ່ເຮັດມາຮອດທຸກມື້ນີ້ແມ່ນເຮັດຍ້ອນ ຄວາມຮັກມັກທຳມະຊາດ ແລະ ຢາກສ້າງແຫຼ່ງທ່ອງທ່ຽວໃຫ້ນະຄອນຫລວງ.

 

อาจเป็นรูปภาพของ 1 คน

 

“ທີ່ໄດ້ຮັບລາງວັນນີ້ຄິດວ່າ ຍ້ອນພວກເຮົາໄດ້ສ້າງຫລາຍຢ່າງທີ່ຕ້ອງຕາຕ້ອງໃຈຄະນະກຳມະການເພາະພວກເຮົາເຮັດດ້ວຍໃຈ ພ້ອມນັ້ນ, ກໍໄດ້ປະກອບສ່ວນຮັບໃຊ້ສັງຄົມຫລາຍຢ່າງ; ເປັນບ່ອນຮັບແຂກທັງພາຍໃນ ແລະ ຕ່າງປະເທດ; ເປັນບ່ອນຮຽນຮູ້ແກ່ນັກຮຽນ-ນັກສຶກສາ, ຮັກສາວັດທະນະທຳບັນດາຊົນເຜົ່າ. ສ່ວນໄລຍະໂຄວິດລະບາດປີຜ່ານມາ ພວກເຮົາກໍໄດ້ສົ່ງເສີມ ແລະ ມີສ່ວນຮ່ວມໃນການຜະລິດຢາ ພື້ນເມືອງເພື່ອປິ່ນປົວໂຄວິດ ເຊິ່ງກະຊວງສາທາລະນະສຸກກໍໄດ້ຍອມຮັບວ່າ ພືດ 3 ຊະນິດທີ່ພວກເຮົາສົ່ງເສີມນັ້ນຄື ລາຊາບີ, ຄາວທອງ ແລະ ກະຊາຍຂາວ ແມ່ນສາມາດເອົາມານໍາໃຊ້ປິ່ນປົວໂຄວິດໄດ້ ແລະ ພວກເຮົາກໍໄດ້ເອົາຢາດັ່ງກ່າວຈໍານວນໜຶ່ງລົງແຈກຢາຍໃຫ້ປະຊາຊົນໃນ 9 ຕົວເມືອງຂອງນະຄອນຫລວງ; ໄລຍະໂຄວິດລະບາດຜ່ານມາ ພວກເຮົາໄດ້ປິດບໍລິການແຕ່ບໍ່ຢຸດໃນການພັດທະນາສວນ ມາຮອດປັດຈຸບັນໄດ້ມີການປ່ຽນແປງຫຼາຍຢ່າງ ແລະ ພ້ອມແລ້ວທີ່ຈະເປີດບໍລິການໃນຕົ້ນເດືອນ 3 ຂໍເຊີນບັນດາທ່ານ ມາພິສູດເບິ່ງວ່າ ເປັນຫຍັງສວນພຶກສາຈຶ່ງໄດ້ຮັບລາງວັນອັນຊົງກຽດນີ້” ທ່ານ ພູວົງ ພະມີສິດ ກ່າວ.

ລາງວັນບູລິມະສິດດີ່ເດັ່ນ ຂະແໜງທ່ອງທ່ຽວ ເປັນອີກໜຶ່ງສິ່ງຢັ້ງຢືນເຖິງຄວາມຕັ້ງໃຈ ແລະ ຜົນ ງານຂອງຜູ້ບໍລິຫານ ເຊິ່ງສວນດັ່ງກ່າວ ແມ່ນຕັ້ງຢູ່ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສໍາລັບການເດີນທາງກໍມີຄວາມສະດວກສະບາຍຕະຫຼອດປີ ຖ້າທ່ານເດີນທາງຈາກຕົວເມືອງນະຄອນຫຼວງວຽງຈັນ ສາມາດຜ່ານທາງດ່ວນ ແລ້ວໄປລົງທີ່ສະຖານີເກັບເງິນ ບ້ານ ນາຊອນ ເມືອງນາຊາຍທອງ   ລ້ຽວກັບ ປະມານ 2 ກິໂລແມັດກໍຈະເຫັນປ້າຍທາງເຂົ້າຢູ່ ຂວາມື ຂີ່ເຂົ້າໄປສວນປະມານ 1 ກິໂລແມັດ ໃຊ້ເວລາປະມານ 15 ນາທີກໍຮອດແລ້ວ ຫຼື ຖ້າຫາກທ່ານເດີນທາງອອກຈາກຕົວເມືອງນະຄອນຫຼວງວຽງຈັນ ຜ່ານທາງເລກທີ 13 ເໜືອ ຈາກຕົວເມືອງປະມານ 25 ກິໂລແມັດ ກໍຈະເຫັນປ້າຍທາງເຂົ້າຢູ່ຊ້າຍມື.

ໃນສະຖານທີ່ອັນກວ້າງ ຂວາງຫຼາຍເຮັກຕານີ້, ທ່ານສາມາດເລາະລ່ອງທ່ອງຊົມ ແລະ ສໍາຜັດໄດ້ຫຼາຍສິ່ງຫຼາຍຢ່າງໄດ້ເຕັມອີ່ມ ຕາມ ຄວາມຕ້ອງການບໍ່ວ່າຈະເປັນການຍ່າງຊົມສວນດອກໄມ້, ຊົມວິຖີຊີວິດຊົນເຜົ່າ, ຂີ່ສະລິ່ງ, ນັ່ງຊົມນໍ້າຕົກສວຍງາມ ຫຼື ເບິ່ງປາລອຍຫຼິ້ນ, ຫຼິ້ນກີລາ, ນັ່ງຕູບກິນ-ດື່ມ ຫຼື ຂີ່ລົດອ້ອມສວນກໍໄດ້ຕາມຄວາມປະສົງ. ສໍາລັບໃຜທີ່ຢາກປ່ຽນບັນຍາກາດຢູ່ກັບທໍາມະຊາດຍາມຄໍ່າຄືນ ທາງສວນພຶກສາກໍມີໂຮມສະເຕ, ມີຣີສອດໃຫ້ນອນໄດ້ນໍາອີກ.

 

อาจเป็นรูปภาพของ กลางแจ้ง และ ต้นไม้

 

ສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍພັນຄົນ ສະຖານທີ່ກວ້າງ ຂວາງສາມາດຈອດລົດໃຫຍ່ໄດ້ເຖິງ 500 ຄັນ. ຈະໄປກັບຄົນພິເສດຮັດແໜ້ນ ຄວາມສໍາພັນທາງໃຈ ຫຼື ຈະໄປທ່ຽວແບບໝູ່ຄະນະ ແລະ ຄອບຄົວກໍບໍ່ມີບັນຫາຫຍັງ ທີ່ສໍາຄັນຄືບໍ່ຄວນຟ້າວຟັ່ງ ເພາະທີ່ນີ້ມີຫຼາຍຢ່າງທີ່ໜ້າຄົ້ນຫາ ຈະໄດ້ເກີດຄວາມຮູ້ສຶກ ແລະ ຈິນຕະນາການທີ່ສ້າງສັນສົມກັບທີ່ຕັ້ງໃຈໄປແທ້ໆ.

ພ້ອມເປີດບໍລິການໃນເດືອນມີນາ 2022 ນີ້.